ການຖືພາບາງຄົນອາດຈະຖືເປັນເລື່ອງງ່າຍ ແຕ່ສຳລັບບາງຄົນກໍເປັນເລື່ອງຍາກ ເຊິ່ງເປັນບັນຫາສຸຂະພາບ ແລະ ການໄດ້ຮັບສານອາຫານທີ່ບໍ່ພຽງພໍ ກໍອາດຈະເປັນຕົວແປທີ່ສຳຄັນໃນການເຮັດໃຫ້ຖືພານັ້ນເກີດຂຶ້ນຍາກ ແມ່ຍິງທີ່ຢາກຖືພາອາດຈະຕ້ອງບຳລຸງສຸຂະພາບຕົນເອງໃຫ້ດີ. ມື້ນີ້ເຮົາຄັດເອົາອາຫານທີ່ເພີ່ມໂອກາດໃນການຖືພາມາໃຫ້ທຸກຄົນໄດ້ອ່ານ ດັ່ງນີ້:.
1 ໝາກກ້ວຍ
ກ້ວຍອຸດົມໄດ້ດ້ວຍໂພແທສຊຽມ ແລະ ວິຕາມິນບີ 6 ເຊິ່ງກ້ວຍຊ່ວຍໃນການປັບປຸງ ຄວາມອຸດົມສົມບູນ, ປັບປຸງຄຸນນະພາບອະສຸຈິ ແລະ ໄຂ່ ລວມເຖິງຊ່ວຍຄວບຄຸມຮໍໂມນໃນການສືບພັນ.
2 ຖົ່ວ
ຖົ່ວເຕັມໄປດ້ວຍໂປຣຕິນ ແລະ ທາດເຫຼັກ ເຊິ່ງຖົ່ວຍັງເປັນທີ່ຮູ້ຈັກກັນດີ ເພື່ອເພີ່ມຄວາມອຸດົມສົມບູນຂອງຄວາມຕ້ອງການທາງເພດຂອງແມ່ຍິງ ແລະ ລະດັບທາດເຫຼັກຕ່ຳໃນຮ່າງກາຍນຳໄປສູ່ການຜະລິດໄຂ່ແຂງແຮງ, ການກິນຖົ່ວຈະເຮັດໃຫ້ການຜະລິດໄຂ່ກັບມາແຂງແຮງຫຼາຍຂຶ້ນ.
3 ຜັກໃບຂຽວ
ຜັກໃບຂຽວອຸດົມໄປດ້ວຍໂຟເລດ ແລະ ວິຕາມິນບີ ເຊິ່ງທັງສອງເປັນສານອາຫານທີ່ຊ່ວຍໃນການເພີ່ມການຕົກໄຂ່ ແລ້ວຜັກໃບຂຽວຍັງເພີ່ມຄວາມຕ້ອງການທາງເພດຂອງແມ່ຍິງນຳອີກ.
4 ໝາກໄມ້ຈຳພວກເບີຣີ
ໝາກໄມ້ຈຳພວກເບີຣີເຕັມໄປດ້ວຍສານຕ້ານອະນຸມູນອິດສະຫຼະທີ່ປົກປ້ອງຮັງໄຂ່ຈາກ ຄວາມເສຍຫາຍ ແລະ ໝາກໄມ້ຈຳພວກເບີຣີສົດຍັງຊ່ວຍເພີ່ມຄວາມຕ້ອງການທາງເພດຂອງແມ່ຍິງ.
5 ມັນຝຣັ່ງ
ມັນຝຣັ່ງອົບເປັນແຫຼ່ງວິຕາມິນຊີທີ່ດີມີປະສິດທິພາບໃນການຮັກສາຂໍ້ບົກພ່ອງ ເມື່ອຮັງໄຂ່ຂອງແມ່ຍິງປ່ອຍຮໍໂມນບໍ່ພຽງພໍ ເຊິ່ງຈະຊ່ວຍໃນການຖືພາ.
6 ແກ່ນໝາກອຶ
ແກ່ນໝາກອຶອຸດົມໄປດ້ວຍທາດເຫຼັກ, ການສຶກສາພົບວ່າແມ່ຍິງທີ່ບໍລິໂພກທາດເຫຼັກເປັນປະຈຳມີໂອກາດທີ່ພົບບັນຫາໃນການຖືພານ້ອຍກວ່າ 40% ໂດຍວິທີຈະເຮັດໃຫ້ແກ່ນໝາກອຶແຊບຂຶ້ນຄວນເພີ່ມເກືອ ແລະ ພິກໄທ.
7 ຫອຍ
ອາຫານທະເລຈຳພວກຫອຍອຸດົມໄປດ້ວຍວິຕາມິນບີ 12 ຊ່ວຍເສີມສ້າງເຍື່ອບຸໂພງມົດລູກ ເປັນອະໄວຍະວະທີ່ຈຳເປັນຕໍ່ການຖືພາໃນແມ່ຍິງ ແລະ ເພີ່ມຈຳນວນອະສຸຈິໃນຜູ້ຊາຍ.
( ທີ່ມາ: https://th.theasianparent.com/ ) [ ຮຽບຮຽງ: ສຸພາລັກ ]