ກວດເບິ່ງດວງຄົນເກີດລາສີກັນ ປະຈໍາອາທິດນີ້ ເຕືອນຫາກຢາກຮ່ວມລົງທຶນຕ້ອງຄິດໃຫ້ດີ

167

ສະບາຍດີທ່ານຜູ້ອ່ານທີ່ຮັກແພງ ຄໍລໍາທໍານາຍດວງຊາຕາມື້ນີ້ ຂໍນໍາພາທຸກທ່ານມາກວດເຊັກດວງປະຈໍາອາທິດນໍາກັນ ເຊິ່ງມື້ນີ້ຜູ້ຂຽນຄັດເລືອກມາໄດ້ສໍາລັບຄົນເກີດລາສີກັນ ( ຜູ້ທີ່ເກີດລະຫວ່າງວັນທີ 17 ກັນຍາ ຫາ 16 ຕຸລາ ) ເຊິ່ງຄົນລາສີນີ້ເປັນລາສີແຫ່ງນາງຟ້າ ທີ່ປາຖະໜາຄວາມງົດງາມບໍລິສຸດ ແລະ ສົມບູນແບບ. ດັ່ງນັ້ນ, ພາລະກິດຂອງນາງຟ້າຄືພະຍາຍາມກໍາຈັດສິ່ງບໍ່ດີ ມີມົນທິນໃຫ້ພົ້ນໄປຈາກຊີວິດຮ່າງກາຍ, ຈິດໃຈ ແລະ ເບິ່ງຫາສິ່ງມາຕື່ມເຕັມທັງຮ່າງກາຍ ແລະ ຈິດໃຈໃຫ້ບໍລິສຸດງົດງາມຢູ່ສະເໝີ.

ເຮົາມາເລີ່ມຈາກດ້ານການເງິນ ລາຍຮັບ – ລາຍຈ່າຍໝູນວຽນໄດ້ຕາມປົກກະຕິ ແຕ່ຄວນລະວັງເລື່ອງການຕິດຕໍ່ແບບລັບໆ ຫຼື ໃຊ້ຄວາມສໍາພັນສ່ວນຕົວເພື່ອໃຫ້ໄດ້ມາໃນສິ່ງທີ່ຕ້ອງການ ເພາະມີເກນສູງວ່າທ່ານຈະຜິດຫວັງ ແລະ ມີໂອກາດສູນເສຍຫຼາຍກວ່າ.

ດ້ານວຽກງານ: ຫາກຖືກໝູ່ເພື່ອນມິດສະຫາຍຊວນຮ່ວມລົງທຶນ ຫຼື ກູ້ຢືມເງິນ ຂໍໃຫ້ຊ່ວຍມີການລົງນາມຄໍ້າປະກັນ, ຄວນຫາທາງຫຼີກລຽງ ຫຼື ປະຕິເສດໃຫ້ດີໆ ເພາະມີເກນສູງວ່າຈະນໍາໄປສູ່ຄວາມຫຍຸ້ງຍາກ, ສູນເສຍຫຼາຍກວ່າ ສໍາລັບເຈົ້າຂອງກິດຈະການ ຫາກມີລູກນ້ອງ, ພະນັກງານເປັນຊາວຕ່າງຊາດ ຄວນໃສ່ໃຈເບິ່ງແຍງໃຫ້ຫຼາຍຂຶ້ນ ໂດຍສະເພາະບັນຫາເລື່ອງຢາເສບຕິດ.

ເລື່ອງຄວາມຮັກ: ຄວາມສໍາພັນທີ່ກໍາລັງຫ່າງເຫີນ ຫາກຍັງຮັກກັນຢູ່, ຍັງບໍ່ຢາກແຕກຫັກ ອາທິດນີ້ກໍຄວນອົດທົນ ອົດກັ້ນ ແລະ ຫຼີກລຽງທີ່ຈະເວົ້າຈາຖົກຖຽງ ຫຼື ຂັດແຍ່ງກັນ ໂດຍສະເພາະເລື່ອງເງິນ ເພາະອາດບຸກລາມເຖິງຂັ້ນແຕກຫັກກັນໄປເລີຍກໍໄດ້.

ເລື່ອງໂຊກລາບ: ໃນໄລຍະວັນທີ 21 ຫາ 23 ສິງຫາ ມີເກນຈະສູນເສຍຫຼາຍກວ່າ ຈຶ່ງຄວນພິຈາລະນາໃຫ້ຮອບຄອບ ຫາກຄິດຈະລົງທຶນ ຫຼື ສ່ຽງໂຊກໃດໆ.

[ ໂດຍ: ເອຢິບ ] ( ທີ່ມາ: https://www.sanook.com/horoscope/189189/ )