ເຄັດລັບຂອງພະນັກງານ ! ເຮັດວຽກແນວໃດໃຫ້ມີຄວາມກ້າວໜ້າ?

251

ຊີວິດຂອງການເຮັດວຽກໃຜໆກໍຢາກມີເງິນເດືອນສູງໆ ໄດ້ຮັບການຍອມຮັບຈາກຄະນະ, ຫົວໜ້າທຸກຂັ້ນ, ແຕ່ທ່ານເຄີຍສັງເກດບໍວ່າ? ບາງຄົນເຮັດວຽກຕັ້ງເລີ່ມເປີດບໍລິສັດ ແຕ່ກໍຍັງບໍ່ໄດ້ຮັບການຍອມຮັບຈາກເພື່ອນຮ່ວມງານ; ກົງກັນຂ້າມກັບບາງຄົນທີ່ເປັນນ້ອງໃໝ່ທີ່ຫາກໍເຂົ້າມາເຮັດວຽກບໍ່ພໍເທົ່າໃດປີ ກໍ່ສ້າງຜົນງານແຊງໜ້າຮຸ່ນອ້າຍໄປຫຼາຍສົມຄວນຈົນໄດ້ເລື່ອນຕຳແໜ່ງທຸກປີ. ຫາກໃຜທີ່ເຮັດວຽກມາຫຼາຍປີກໍຍັງບໍ່ໄດ້ເລື່ອນຕຳແໜ່ງຈັກເທື່ອ? ລອງເອົາໄປພິຈາລະນາ ແລະ ປະຕິບັດເບິ່ງເພື່ອຈະເກີດປະໂຫຍດ ອາດຈະປ່ຽນຊີວິດຂອງທ່ານໄດ້.


ຄວາມຊື່ສັດ ແລະ ເຮັດວຽກກົງຕໍ່ເວລາ:

ເມື່ອໄດ້ຮັບການມອບໝາຍຈາກຫົວໜ້າ ບໍ່ວ່າວຽກໃດກໍແລ້ວແຕ່ຈົ່ງພະຍາຍາມເຮັດຢ່າງເຕັມໜ້າທີ່ຈົນສຸດຄວາມສາມາດ ແລະ ໃຫ້ກົງກັບເວລາທີ່ກຳນົດ ເພາະຍຸກນີ້ຫາກໃຜບໍ່ເລັ່ງມືແຂ່ງຂັນແຕ່ຫົວທີອາດຈະເສຍປຽບ, ເສຍເວລາ ແລະ ແຂ່ງຄົນອື່ນບໍ່ໄດ້. ທັງໝົດນີ້ກໍຕ້ອງໄດ້ຊັ່ງຊາເບິ່ງວ່າຄວາມສາມາດຂອງຕົນສາມາດເຮັດໄດ້ສໍ່າໃດ ເພາະຫາກເຮັດຫຼາຍໜ້າທີ່ເກີນໄປ ຈະເຮັດໃຫ້ເຮົາເຮັດວຽກໄດ້ບໍ່ຫຼ້ອນໜ້າທີ່ ໃນທີ່ສຸດແທນທີ່ໄດ້ຮັບໂອກາດຕໍ່ໄປພັດເສຍ ຄວາມໜ້າເຊື່ອຖືກໍ່ເປັນໄດ້.

ທັດສະນະສ່ວນຕົວ:

ຄວາມສາມັກຄີກັບເພື່ອນຮ່ວມງານດຽວກັນຖືເປັນເລື່ອງທີ່ສຳຄັນ ເໝືອນກັບການເຮັດວຽກເປັນກຸ່ມເພື່ອຂັບເຄື່ອນອົງກອນທີ່ມີຫົວໜ້າໜ່ວຍງານເປັນຫົວແຖວ ເຊິ່ງປຽບເໝືອນໄຟທີ່ມີຫົວລົດໄຟເປັນຕົວຂັບເຄື່ອນລາງລົດໄຟທີ່ນຳພາໄປເຖິງຍັງຈຸດໝາຍປາຍທາງທີ່ຕ້ອງການ. ສະນັ້ນ, ຄວາມສາມັກຄີຊ່ວຍເຫຼືອເພື່ອນຮ່ວມງານໃນຍາມຂັດສົນນັ້ນ ຈຶ່ງເປັນເລື່ອງຈໍາເປັນທີ່ສຸດ ເພາະສາມາດແກ້ໄຂວຽກສະເພາະໜ້າໄດ້ເປັນຢ່າງດີ ເມື່ອຕອນຮອດຍາມເຮົາຂັດສົນກໍຈະໄດ້ຮັບການເບິ່ງແຍງຈາກເພື່ອນຮ່ວມງານດ້ວຍກັນ ດັ່ງຄຳສຸພາກສິດເພິ່ນເວົ້າວ່າ: “ ນໍ້າເພິ່ງເຮືອ ແລະ ເສືອເພິ່ງປ່າ ”.

ໄອເດຍຂອງການພັດທະນາອົງກອນ:

ບຸກຄົນທີ່ປະສົບຄວາມສຳເລັດຈະໃຫ້ຄວາມສຳຄັນເລື່ອງຂອງການພັດທະນາເປັນຢ່າງຍິ່ງ ເພາະທຸກວຽກງານກໍຕ້ອງໄດ້ອາໄສຄົນທີ່ມີຄວາມກ້າວໜ້າໃນການເຮັດວຽກ ໝາຍ ຄວາມວ່າການເຮັດວຽກຕ້ອງມີໄອເດຍ ຍົກຕົວຢ່າງ: ຫາກທ່ານເຮັດວຽກຢູ່ກັບບໍລິສັດມາດົນກໍຕາມ ແຕ່ທ່ານບໍ່ມີການພັດທະນາທາງດ້ານ ຄວາມຮູ້ – ຄວາມສາມາດ ເມື່ອເຖິງເວລາທີ່ບໍລິສັດຕ້ອງປະຢັດງົບປະມານ ໂດຍສະເພາະແມ່ນການລະບາດຂອງພະຍາດໂຄວິດ – 19 ມາເຖິງ; ເຈົ້າຂອງທຸລະກິດກໍຕ້ອງຄັດເລືອກເອົາພະນັກງານອອກ. ສະນັ້ນ, ຢ່າຢຸດທີ່ຈະເພີ່ມທັກສະໃຫ້ຈົນກາຍເປັນຊ່ຽວຊານ ເພາະວ່າການແຂ່ງຂັນໃນຍຸກ 4.0 ຄືການຮູ້ທັນ ຫຼື ຮູ້ນໍາໃຊ້ລະບົບເຕັກໂນໂລຊີ ແລະ ອື່ນໆ.

[ ໂດຍ: ສົມສະຫວິນ ]