ມີຜູ້ມາລົງທະບຽນສອບເສັງເຂົ້າ ມຊ ເກືອບ 13 ພັນຄົນແລ້ວ

207

ພາຍຫຼັງມະຫາວິທະຍາໄລແຫ່ງຊາດ ( ມຊ ) ໄດ້ເປີດລົງທະບຽນອອນລາຍ ( Online ) ນັບແຕ່ວັນທີ 3 – 26 ສິງຫາ 2020 ເພື່ອເສັງເອົານັກສຶກສາເຂົ້າຮຽນປະຈຳສົກສຶກສາ 2020 – 2021. ຫຼ້າສຸດ, ໃນວັນທີ 19 ສິງຫາ 2020 ໄດ້ມີນັກຮຽນ – ນັກສຶກສາລົງສະໝັກຫຼາຍກວ່າ13 ພັນຄົນແລ້ວ.
ອີງຕາມການລາຍງານຂອງເວັບໄຊ https://nuol.info/ ໃຫ້ຮູ້ວ່າ: ມາຮອດວັນທີ 19 ສິງຫາ 2020 ( ເວລາ 09:00 ) ໄດ້ມີນັກສຶກສາມາລົງທະບຽນທາງອອນລາຍຜ່ານເວັບໄຊຂອງມະຫາວິທະຍາໄລແຫ່ງຊາດ http://entrance.nuol.edu.la ເພື່ອສອບເສັງເຂົ້າຮຽນຢູ່ ມຊ ມີທັງໝົດ 13.892 ຄົນ, ໃນນີ້: ກຸ່ມ A ( ສາຍທຳມະຊາດ ) 4.752 ຄົນ, ກຸ່ມ B ( ສາຍສັງຄົມ ) 9.140 ຄົນ ແລະ ຍັງຈະສືບຕໍ່ເປີດຮັບສະໝັກຈົນຮອດວັນທີ 26 ສິງຫາ 2020.

ພາບປະກອບຂ່າວເທົ່ານັ້ນ

ສຳລັບການສອບເສັງຄັດເລືອກເອົານັກສຶກສາເຂົ້າຮຽນແມ່ນຈະໄດ້ຈັດຂຶ້ນໃນວັນເສົາທີ 29 ສິງຫາ 2020 ທີ່ຈະມາເຖິງນີ້.
ໃນສົກສຶກສາ 2020 – 2021 ມຊ ມີແຜນຮັບນັກສຶກສາທັງໝົດ 8.000 ຄົນ ລວມທຸກລະບົບ ( ທັງພາກປົກກະຕິ, ຕໍ່ເນື່ອງ ແລະ ອະນຸປະລິນຍາ ).
ສຳລັບການສອບເສັງຄັດເລືອກເອົານັກສຶກສາເຂົ້າຮຽນຢູ່ແຕ່ລະສາຂາວິຊາຂອງມະຫາວິທະຍາໄລແຫ່ງຊາດໃນສົກສຶກສາ 2020 – 2021 ຈະສອບເສັງໃນວັນເສົາທີ 29 ສິງຫາ 2020 ເຊິ່ງຈະສອບເສັງມື້ດຽວ, ຕອນເຊົ້າ 1 ຫົວບົດ ແລະ ຕອນບ່າຍ 1 ຫົວບົດ, ການສອບເສັງໄດ້ແບ່ງອອກເປັນ 2 ກຸ່ມ ຄື: ກຸ່ມ A ( ສາຍທຳມະຊາດ ) ແລະ ກຸ່ມ B ( ສາຍສັງຄົມ ), ແຕ່ລະກຸ່ມຈະສອບເສັງໃນຫົວບົດສອບເສັງຕ່າງກັນ.

ພາບປະກອບຂ່າວເທົ່ານັ້ນ

ສ່ວນເງື່ອນໄຂຜູ້ທີ່ສະໝັກຜ່ານອອນລາຍຕ້ອງນຳເອົາເອກະສານມາສະເໜີ ແລະ ຮັບບັດອະນຸຍາດເຂົ້າຫ້ອງເສັງຈາກການລົງທະບຽນອອນລາຍ ( online ) ເລີ່ມແຕ່ວັນທີ 10 ຫາ 26 ສິງຫາ 2020; ກໍລະນີຜູ້ທີ່ບໍ່ສາມາດລົງທະບຽນເອງໄດ້ ແລະ ບໍ່ເຂົ້າໃຈການລົງທະບຽນອອນລາຍ ແມ່ນສາມາດເຂົ້າມາລົງທະບຽນອອນລາຍກັບທີ່ຢູ່ມະຫາວິທະຍາໄລແຫ່ງຊາດ ວິທະຍາເຂດດົງໂດກ ( ສະໂມສອນໃຫຍ່ ) ເລີ່ມແຕ່ວັນທີ 10 ເຖິງ 26 ສິງຫາ 2020.

ສະເພາະເອກະສານນັກຮຽນຕ້ອງປະກອບຕິດຄັດໃສ່ເອກະສານສະໝັກສອບເສັງ ປະກອບມີ 1. ສຳເນົາບັດເຂົ້າຫ້ອງສອບເສັງຈົບ ມ 7 ຫຼື ສຳລັບນັກຮຽນຈົບໃນສົກຮຽນ 2019 – 2020 ( ໃຫ້ເອົາຮູບດຽວກັນກັບທີ່ໃຊ້ຕິດບັດເຂົ້າສອບເສັງ ມ 7 ຈຳນວນ 2 ໃບ ); ສຳເນົາໃບປະກາສະນິຍະບັດຈົບ ມ 7; ສຳລັບນັກຮຽນທີ່ຈົບກ່ອນສົກຮຽນ 2019 – 2020 ( ຮູບຖ່າຍຂະໜາດ 3 x 4 ບໍ່ໃຫ້ເກີນ 3 ເດືອນ ຈຳນວນ 2 ໃບ ), ເອກະສານທຸກຊະນິດຕ້ອງມີຕົ້ນສະບັບມາຢັ້ງຢືນເພື່ອກວດສອບຄວາມຖືກຕ້ອງ.

ເຖິງຢ່າງໃດກໍຕາມ, ທີມງານນັກຂ່າວພວກເຮົາຍັງໄດ້ສຳພາດຄວາມຄິດເຫັນຂອງບັນດານັກຮຽນ – ນັກສຶກສາຜູ້ທີ່ໄປສະໝັກຈຳນວນໜຶ່ງ ເຊັ່ນ: ນາງ ສຸກສະຫວັນ ພົມມະເທບ ມາຈາກໂຮງຮຽນ ມ.ປາຍ ທົ່ງປຸງ ຫາກໍຈົບ ມ 7 ໃຫ້ສຳພາດວ່າ: ເຫດຜົນທີ່ມາລົງທະບຽນ ເພື່ອເສັງຄັດເລືອກເຂົ້າຢູ່ ມຊ ເປັນຄວາມໃຝ່ຝັນທີ່ຢາກມາຮຽນຢູ່ ມຊ ເຊິ່ງມີສາຂາທີ່ມັກຄື ບໍລິຫານທຸລະກິດ ໂດຍຈະພະຍາຍາມຄົ້ນຄວ້າບົດຮຽນໃຫ້ຫຼາຍທີ່ສຸດໃນເວລາທີ່ຍັງເຫຼືອ ເພື່ອໃຫ້ຜົນການສອບເສັງອອກມາດີທີ່ສຸດ.

ນາງ ທິບພະກອນ ວົງດວງຈັນ ມາຈາກ ມສ ສາລາຄຳ ນະຄອນຫຼວງວຽງຈັນ ກ່າວວ່າ: ສົນໃຈຢາກຮຽນສາຍເສດຖະສາດ. ສຳລັບ ຄວາມພ້ອມກ່ອນຈະສອບເສັງ ຕົນເອງໄດ້ຮຽນເພີ່ມ ຄື: ພາສາລາວ, ວັນນະຄະດີ ແລະ ເລກ.

ນາງ ປ່າຕ໋າຢ່າງ ຈື່ປໍ ມາຈາກໂຮງຮຽນ ມ.ປາຍ ຈັນທະບູລີ ນະຄອນຫຼວງວຽງຈັນ ກ່າວວ່າ: ຕົນເອງຢາກເຂົ້າມາຮຽນຢູ່ມະຫາວິທະຍາໄລແຫ່ງຊາດ ເວລາຈົບໄປຢາກມີອາຊີບທີ່ດີ ສ່ວນສາຂາທີ່ມັກແມ່ນດ້ານບັນຊີ ເນື່ອງຈາກວ່າໃນໄລຍະສຶກສາຢູ່ ມ.ປາຍ ເຄີຍເຂົ້າເສັງນັກຮຽນເກັ່ງວິຊາຄະນິດສາດຂັ້ນເມືອງ. ເຖິງຢ່າງໃດກໍຕາມ, ການມາເສັງໃນຄັ້ງນີ້ຄາດວ່າຈະເປັນໜຶ່ງໃນຫຼາຍຄົນທີ່ໄດ້ຮຽນຢູ່ມະຫາວິທະຍາໄລແຫ່ງຊາດ ເຊິ່ງກ່ອນການສອບເສັງຕົນເອງໄດ້ຮຽນ ແລະ ຄົ້ນຄວ້າຫຼາຍສົມຄວນ.