ຍິນດີກັບນ້ອງແຮ່ນນ້າ ຄວ້າລາງວັນພິເສດໃນເວທີ 4EVE Girl Group Star

260

ຖືເປັນອີກໜຶ່ງເລື່ອງລາວດີໆທີ່ໜ້າຍິນດີກັບ ສາວແຮ່ນນ້າ ໂລເຊັ້ນບູມ ສາວລາວໜຶ່ງດຽວຜູ້ເຂົ້າຮ່ວມແຂ່ງຂັນໃນລາຍການຄົ້ນຫາກຸ່ມນັກຮ້ອງຍິງໜ້າໃໝ່ຂອງປະເທດໄທ 4EVE Girl Group Star ເຊິ່ງຫຼັງຈາກທີ່ມີການປະກວດມາແຕ່ເດືອນກໍລະກົດທີ່ຜ່ານມາ ຈົນມາຮອດປັດຈຸບັນແມ່ນໃກ້ເຂົ້າສູ່ການແຂ່ງຂັນຮອບສຸດທ້າຍແລ້ວ.

ແນ່ນອນສາວແຮ່ນນ້າ ບໍ່ເຮັດໃຫ້ຜິດຫວັງ ສາມາດສ້າງຜົນງານໄດ້ຖືກໃຈກໍາມະການເຂົ້າມາສູ່ຮອບເລິກໄດ້ສໍາເລັດ. ທີ່ສໍາຄັນຜົນການແຂ່ງໃນຮອບ Group Performance ເມື່ອວັນທີ 17 ສິງຫາ 2020 ທີ່ຜ່ານມາ ສາວແຮ່ນນ້າ ສ້າງຜົນງານໄດ້ໂດດເດັ່ນທີ່ສຸດໃນທີມ ເຮັດໃຫ້ໄດ້ຮັບລາງວັນພິເສດ ໝວກ MVP ໄປຄອງຈາກການຕັດສິນຂອງຮຸ່ນເອື້ອຍອ້າຍທີມ UNICORN.

ຫຼັງຈາກໄດ້ຮັບລາງວັນດັ່ງກ່າວ ທີມຂ່າວບັນເທີງຂອງພວກເຮົາກໍບໍ່ຊ້າທີ່ຈະສອບຖາມໄປຍັງເຈົ້າຂອງລາງວັນ ໂດຍ ແຮ່ນນ້າ ເຜີຍວ່າ: ລາງວັນ MVP ແມ່ນເປັນລາງວັນສໍາລັບບຸກຄົນທີ່ສະແດງ ອອກມາໄດ້ໂດດເດັ່ນທີ່ສຸດ ແລະ ຍັງມີສິດເຂົ້າຮອບຕໍ່ໄປໄດ້ແບບອັດຕະໂນມັດ ເຊິ່ງຖືເປັນສິ່ງທີ່ດີຫຼາຍ.

ພ້ອມນີ້, ແຮ່ນນ້າ ຍັງເຜີຍເຖິງຄວາມຮູ້ສຶກຫຼັງເຂົ້າຮ່ວມລາຍການວ່າ: ແຮ່ນນ້າ ເພື່ອໃຈກັບທຸກໆເລື່ອງ ຖ້າໄດ້ debut ຫຼື ບໍ່ໄດ້ debut ແຮ່ນນ້າ ກໍຈະບໍ່ຢຸດພັດທະນາຕົວເອງຢູ່ດີ, ແຕ່ແນວໃດກໍຕາມ ແຮ່ນນ້າຢູ່ພີ້ແຮ່ນນ້າໄຫ້ຕະຫຼອດເພາະຄິດຮອດບ້ານແຮງ ມີຫຼາຍຄັ້ງທີ່ ແຮ່ນນ້າ ຈົນສິຖອດໃຈອອກຈາກລາຍການແຕ່ຍ້ອນແຟນໆຊາວລາວ, ອ້າຍເອື້ອຍນ້ອງທຸກຄົນທີ່ສົ່ງກຳລັງໃຈໃຫ້ແຮ່ນນ້າທຸກມື້ ແລະ ສຳຄັນສຸດເລີຍຂອບໃຈທຸກຄົນທີ່ເບິ່ງລາຍການແລ້ວມາສະແດງຄວາມເຫັນຊື່ແຮ່ນນ້າ ແລະ ເຮັດທຸກໆຢ່າງເພື່ອເປັນກຳລັງໃຈໃຫ້ແຮ່ນນ້າ ເຊິ່ງສິ່ງເຫຼົ່ານີ້ເປັນຄວາມພາກພູມໃຈອັນໜຶ່ງທີ່ທຸກຄົນເຮັດໃຫ້ແຮ່ນນ້າອຸ່ນໃຈຄືຢູ່ບ້ານ ສຸດທ້າຍກໍຝາກທຸກຄົນເປັນກຳລັງໃຈໃຫ້ ແຮ່ນນ້າ ແນ່ເດີສິຕັ້ງໃຈເຕັມທີ່.

[ ໂດຍ: ເອຢິບ ] ( ຂອບໃຈຮູບ: Girl Group Star )