ເກີດເຫດແຜ່ນດິນໄຫວ 6,6 ຣິກເຕີ ທີ່ຟີລິບປິນ

97
Workers clear concrete debris as they search for possible casualties at the ruins of an old building that collapsed near the central market in General Santos, southern Philippines April 29, 2017, after a strong earthquake measuring 7.2 struck off the coast of Mindanao island in the Philippines on Saturday. REUTERS/Stringer FOR EDITORIAL USE ONLY. NO RESALES. NO ARCHIVES. TPX IMAGES OF THE DAY

ສຳນັກຂ່າວຕ່າງປະເທດລາຍງານວ່າ: ສູນແຜ່ນດິນໄຫວ ເມດີເຕີເຣນຽນ ເອີຣົບ ( EMSC ) ແຈ້ງວ່າ: ເກີດເຫດແຜ່ນດິນໄຫວຂະໜາດ 6,6 ຣິກເຕີ ໃນແຂວງຊາມາ ທາງພາກຕາເວັນອອກຂອງຟີລິບປິນ ເມື່ອວັນທີ 18 ສິງຫາຜ່ານມາ ໂດຍມີຈຸດສູນກາງຢູ່ໃນທະເລ ແລະ ເລິກລົງໄປໃຕ້ດິນປະມານ 30 ກິໂລແມັດ, ມີລາຍງານວ່າອາຄານບ້ານເຮືອນຂອງປະຊາຊົນທີ່ຢູ່ໃກ້ແຄມທະເລໄດ້ຮັບຄວາມເສຍຫາຍ.

ຂະນະທີ່ສຳນັກງານແຜ່ນດິນໄຫວຂອງຟີລິບປິນ ລາຍງານວ່າ: ເຫດການດັ່ງກ່າວບໍ່ໄດ້ເຮັດໃຫ້ເກີດມີຄວາມສ່ຽງທີ່ຈະເກີດຄື້ນຊຶນາມິ ແຕ່ອາດຈະເກີດແຮງສັ່ນສະເທືອນ ຫຼັງແຜ່ນດິນໄຫວ ຫຼື ອັບເຕີຊ໊ອກຕາມມາກໍເປັນໄດ້.

ສື່ທ້ອງຖິ່ນລາຍງານວ່າ: ແຜ່ນດິນໄຫວຄັ້ງນີ້ເຮັດໃຫ້ມີຜູ້ເສຍຊີວິດ 1 ຄົນ ແລະ ຍັງເຮັດໃຫ້ອາຄານບ້ານເຮືອນຂອງປະຊາຊົນທີ່ຕັ້ງຢູ່ບໍລິເວນແຄມຝັ່ງທະເລໄດ້ຮັບ ຄວາມເສຍຫາຍຈຳນວນໜຶ່ງ.