ອົງການອະນາໄມໂລກ ຮຽກຮ້ອງໃຫ້ບັນດາປະເທດເຂົ້າຮ່ວມໂຄງການແບ່ງປັນວັກແຊັງ

300

ອົງການອະນາໄມໂລກ ( WHO ) ໄດ້ສົ່ງໜັງສືໄປຍັງບັນດາປະເທດທົ່ວໂລກ ເພື່ອໃຫ້ເຂົ້າຮ່ວມໂຄງການແບ່ງປັນວັກແຊັງຕ້ານໂຄວິດ – 19 ຫຼື COVEX ທີ່ WHO ເປັນຜູ້ດຳເນີນການຢູ່ໃນຂະນະນີ້.

ທ່ານ ທີໂຣສ ອັດຮານອມ ກິບຣີເຢຊຸດ ຜູ້ອຳນວຍການອົງການອະນາໄມໂລກ ໄດ້ກ່າວວ່າ: ຫາກບໍ່ໄດ້ສີດວັກແຊັງຕ້ານໂຄວິດ – 19 ໃຫ້ປະຊາກອນທີ່ມີຄວາມສ່ຽງຕໍ່ການຕິດເຊື້ອ ກໍບໍ່ມີທາງທີ່ຈະຢຸດຢັ້ງການແຜ່ລະບາດຂອງພະຍາດໂຄວິດ – 19 ໄດ້ ແລະ ບໍ່ມີທາງທີ່ຈະສາມາດຟື້ນຟູເສດຖະກິດໂລກໄດ້.

ຜູ້ອຳນວຍການ WHO ກ່າວວ່າ: ກຸ່ມທີ່ໄດ້ຮັບວັກແຊັງກ່ອນກຸ່ມອື່ນໝົດ ເມື່ອມີວັກແຊັງທີ່ພິສູດໄດ້ວ່າມີຄວາມປອດໄພ ແລະ ມີຄຸນນະພາບ ຄືກຸ່ມທີ່ມີ ຄວາມສ່ຽງ ເຊິ່ງມີປະມານ 20% ຂອງປະຊາກອນຢູ່ໃນປະເທດຕ່າງໆ ລວມທັງເຈົ້າໜ້າທີ່ດ້ານສາທາລະນະສຸກ, ຜູ້ມີອາຍຸ 65 ປີຂຶ້ນໄປ ແລະ ຜູ້ທີ່ມີພະຍາດປະຈຳຕົວ. ມາຮອດປັດຈຸບັນມີບັນດາປະເທດທີ່ເຂົ້າຮ່ວມໂຄງການດັ່ງກ່າວແລ້ວ 92 ປະເທດ ແລະ ອີກ 80 ປະເທດສະແດງຄວາມສົນໃຈ ແຕ່ຍັງບໍ່ໄດ້ເຂົ້າຮ່ວມໂຄງການຢ່າງເຕັມທີ່ ໂດຍອົງການອະນາໄມໂລກຢາກໃຫ້ປະເທດທີ່ມີຄວາມສົນໃຈເຂົ້າຮ່ວມໂຄງການດັ່ງກ່າວສະແດງເຈດຈຳນົງທີ່ຊັດເຈນ ກ່ອນວັນທີ 31 ສິງຫານີ້.