ຢູ-ມັນນີ 1 ປີແຫ່ງການໃຫ້ບໍລິການກະເປົາເງິນເອເລັກໂທນິກເປັນທາງການ

271

ລາວເປັນປະເທດໜຶ່ງເຖິງຈະເປັນປະເທດນ້ອຍ ເມື່ອກ່າວເຖິງການພັດທະນາດ້ານອຸດສະຫະກໍາ 4.0 ຫຼື ການພັດທະນາດ້ານເທັກໂນໂລຊີທີ່ທັນສະໄໝກໍບໍ່ໜ້ອຍໜ້າປະເທດອື່ນໃນບັນດາປະເທດອາຊຽນດ້ວຍກັນ ໂດຍສະເພາະສັງຄົມທີ່ບໍ່ນໍາໃຊ້ເງິນສົດ ໃນຫຼາຍໆປະເທດກໍ່ໄດ້ສົ່ງເສີມອຸດສາຫະກໍາດ້ານນີ້ຫຼາຍ ເນື່ອງຈາກການສື່ສານທາງອອນລາຍຜ່ານມືຖືແມ່ນສາມາດເຂົ້າເຖິງຜູ້ນໍາໃຊ້ໂດຍກົງ ເຮັດໃຫ້ການຕັດສິນໃຈນໍາໃຊ້ບໍລິການກະເປົາເງິນອີເລັກໂຕຣນິກ (e-wallet) ເປັນທີ່ນິຍົມໃນທົ່ວໂລກ ແລະ ບໍລິການດ້ານການເງິນຜ່ານມືຖື ແມ່ນສາມາດເວົ້າໄດ້ວ່າ: ເຄືອຂ່າຍ ຢູນີເທວ ເປັນເຄືອຂ່າຍທໍາອິດທີ່ເປີດໃຫ້ທົດລອງບໍລິການດັ່ງກ່າວ ພາຍໃຕ້ຊື່ບໍລິການ ຢູມັນນີ (u-money) ດ້ວຍເຄືອຂ່າຍ ອັນດັບໜຶ່ງໃນ ສປປ ລາວ ແລະ ຄວາມສາມາດໃນການນໍາໃຊ້ເທັກໂນໂລຊີທີ່ທັນສະໄໝ.

ຢູ-ມັນນີ (u-money) ເປັນຜະລິດຕະພັນດ້ານກະເປົາເງິນ ອີເລັກໂຕຣນິກ ພັດທະນາຂຶ້ນໂດຍ ບໍລິສັດ ສະຕາ ຟີນເທັກ ຈຳກັດຜູ້ດຽວ ເຊິ່ງເປັນບໍລິສັດ ລູກຂອງ ບໍລິສັດ ສະຕາ ໂທລະຄົມ (ຢູນີເທວ), ດໍາເນີນທຸລະກິດຖືກຕ້ອງຕາມລະບຽບກົດໝາຍຂອງ ສປປ ລາວ ດ້ວຍຈຸດປະສົງເປົ້າໝາຍ ນຳເອົາບໍລິການ ດ້ານການເງິນ ດີຈີຕອນ ລົງສູ່ພໍ່ແມ່ປະຊາຊົນ ບໍ່ພຽງແຕ່ໃນຂອບເຂດເທດສະບານ ແຕ່ຈະນຳເອົາບໍລິການລົງສູ່ເຂດຫ່າງໄກສອກຫລີກ ເພື່ອໃຫ້ປະຊາຊົນສາມາດເຂົ້າເຖິງແຫຼ່ງການເງິນ ການທະນາຄານໄດ້.

u-money ມີຄວາມມຸ່ງມາດປາຖະໜາ ໃນການສະໜອງບໍລິການເພື່ອຍົກສູງຄຸນນະພາບຊີວິດ ເພື່ອເປັນສ່ວນໜຶ່ງໃນການພັດທະນາເຮັດໃຫ້ເສດຖະກິດສັງຄົມໃຫ້ມີຄວາມເຂັ້ມແຂງ, ຫລຸດຜ່ອນຄວາມແຕກໂຕນ ໂດຍສະເພາະໄລຍະທາງ, ເວລາ, ການທອນເງິນ, ການນໍາໃຊ້ເອກະສານໃນການຊຳລະການເຮັດທຸລະກຳຕ່າງໆ ດ້ວຍຊ່ອງການເງິນເອເລັກໂຕຣນິກ ຈະເປັນຜົນດີ ແລະ ຜົນປະໂຫຍດຫຼາຍດ້ານຕາມທີ່ໄດ້ກ່າວມາຂ້າງເທິງ ພ້ອມກັນນັ້ນດ້ານສັງຄົມກໍ່ສາມາດປັບໃຫ້ສັງຄົມເຂົ້າສູ່ຍຸກແຫ່ງດີຈີຕອນ ສ້າງລະບົບນິເວດດ້ານການຄ້າ ອີເລັກໂຕຣນິກ ແລະ ການຊຳລະແບບດີຈີຕອນ, ໃຫ້ປະຊາຊົນຮູ້ຈັກສັງຄົມທີ່ບໍ່ນໍາໃຊ້ເງິນສົດ ເຕັມຮູບແບບທຸກວຽກງານງ່າຍຕໍ່ການເຂົ້າເຖິງດ້ານການເງິນ ແລະ ຍັງຮັບປະກັນຄວາມປອດໄພ.

ຕະຫຼອດໄລຍະ 1 ປີ ໃນການຂະຫຍາຍຜະລິດຕະພັນ u-money ແຕ່ເດືອນ ສິງຫາ 2019 – ສິງຫາ 2020 ຄຽງຄູ່ກັບເຄື່ອງໝາຍການຄ້າ ຢູນີເທວ ທີ່ມີຂອບເຂດເຄືອຂ່າຍທີ່ກວ້າງຂວາງ ປັດຈຸບັນບໍລິການ u-money ສາມາດຂະຫຍາຍລູກຄ້າໄດ້ປະມານ 100.000 ລູກຄ້າ, ມີຮ້ານຕົວແທນໃຫ້ບໍລິການຫຼາຍກວ່າ 10.000 ຮ້ານຕົວແທນໃນ 18 ແຂວງ ແລະ 148 ເມືອງໃນທົ່ວປະເທດ. ພວກເຮົາໝັ້ນໃຈວ່າໂດຍຜ່ານຊ່ອງທາງ ການໃຫ້ບໍລິການຂອງຢູມັນນີ (u-money) ທີ່ກວ້າງຂວາງນີ້ຈະສາມາດສະໜອງບໍລິການດ້ານການຊຳລະໃຫ້ວ່ອງໄວທັນໃຈ ແລະ ເຂົ້າເຖິງບໍລິການໄດ້ແບບຫຼາກຫຼາຍເຊັ່ນ: ການໂອນເງິນ, ຖອນເງິນ, ຊໍາລະຄ່າໂທ ຂອງຢູນີເທວ, ອີທີແອວ, ການຊໍາລະຊື້ປະກັນໄພ LVI, ຊຳລະຄ່າຫວຍ ແລະ ການຊຳລະຜ່ານ QRcode ຢູ່ບັນດາຮ້ານຄ້າທີ່ຮ່ວມລາຍການ. ນອກນີ້, ໃນອະນາຄົດຍັງຈະມີການຊຳລະຄ່າໄຟຟ້າ, ນຳປະປາ, ພາສີ, ອາກອນ ແລະ ສາມາດຊຳລະຄ່າສິນຄ້າອື່ນໆໄດ້ນຳອີກ.

ປັດຈຸບັນ u-money ໄດ້ເຊື່ອມຕໍ່ສໍາເລັດ ກັບ ທະນາຄານ ຮ່ວມພັດທະນາ, ລາວ – ຫວຽດ, ທະນາຄານ ມາຣູຮານ ເຈແປນລາວ ແລະ ຫຼາຍໆທະນາຄານທີ່ກໍາລັງດໍາເນີນການເຊື່ອມຕໍ່ໃນໄວໆນີ້ເຊັ່ນ: ທະນາຄານການຄ້າ ຕ່າງປະເທດລາວ ມະຫາຊົນ, ທະນາຄານ ພັດທະນາລາວ, ທະນາຄານ ເອຊີລິດາ… ເພື່ອສ້າງຊ່ອງທາງການນໍາໃຊ້ໃຫ້ນັບມື້ນັບກວ້າງຂວາງ ແລະ ສ້າງສະດວກສະບາຍໃຫ້ລູກຄ້າ ໃນການນໍາໃຊ້ ການເງິນຜ່ານມືຖື ແລະ ເຊື່ອມຕໍ່ກັບລະບົບທະນາຄານໄດ້ຢ່າງງ່າຍດາຍປະຢັດເວລາ ໂດຍສະເພາະແມ່ນການໂອນເງິນຈາກບັນຊີທະນາຄານເຂົ້າບັນຊີ ຢູມັນນີ “u-money” ເພື່ອເຮັດການຊໍາລະທາງມືຖື.

ນອກຈາກນໍາໃຊ້ບໍລິການກ່ຽວກັບການຊໍາລະຕ່າງໆແລ້ວ ການຈັດຕັ້ງທ້ອງຖິ່ນກໍ່ເລືອກເອົາຊ່ອງທາງ ຢູມັນນີ (u-money) ໃນການເບີກຈ່າຍເງິນເດືອນແກ່ພະນັກງານລັດຖະກອນ ໂດຍສະເພາະແມ່ນພະນັງານຂັ້ນບ້ານ ດ້ວຍຄຸນສົມບັດທີ່ໄປຄຽງຄູ່ກັບເຄືອຂ່າຍຂອງ ຢູນີເທວ ທີ່ກວມພື້ນທີ່ກວ້າງຂວາງທົ່ວປະເທດ, ສາມາດສະໜອງບໍລິການໄດ້ ເຖິງວ່າບໍ່ນໍາໃຊ້ອິນເຕີເນັດກໍ່ຕາມ ແລະ ດ້ວຍສະພາບດ້ານເສັ້ນທາງທີ່ມີຄວາມຫຍຸ້ງຍາກ, ສະນັ້ນ u-money ຈຶ່ງເປັນທາງເລືອກທີ່ດີ ທີ່ສຸດເພື່ອຄວາມປອດໄພ.

ດ້ວຍການໃຫ້ບໍລິການທີ່ນໍາໜ້າ ແລະ ພັດທະນາຢ່າງບໍ່ຢຸດຢັ້ງຂອງເຄືອຂ່າຍຢູນີເທວ ເຮັດໃຫ້ບໍລິການຢູມັນນີເປັນຜູ້ໃຫ້ບໍລິການໜຶ່ງດຽວຕົວແທນ ຈາກ ສປປລາວ ທີ່ໄດ້ຮັບລາງວັນ Silver Stevie® ໃນໝວດໝູ່: ນະວັດຕະກຳໃໝ່ ດ້ານຜະລິດຕະພັນ ແລະ ການບໍລິການສຳລັບຜູ້ບໍລິໂພກ ( Award for Innovation in Consumer Products & Services ) ເຊິ່ງເປັນລາງວັນຈາກສາກົນ ນັ້ນກໍ່ສະແດງໃຫ້ເຫັນວ່າ ຜະລິດຕະພັນ ແລະ ການບໍລິການ ຢູມັນນີແມ່ນທຽບເທົ່າກັບສາກົນ ແລະ ພ້ອມໃຫ້ບໍລິການທ່ານດ້ວຍຄຸນນະພາບ ແລະ ນໍາເອົາຜົນປະໂຫຍດສູງສຸດ ມາສູ່ປະຊາຊົນຄົນລາວ ພ້ອມທີ່ຈະຮຽນຮູ້ ແລະ ນໍາໃຊ້ເທັກໂນໂລຊີທີ່ທັນສະໄໝນໍາໜ້າ ຄຽງຄູ່ກັບແຜນພັດທະນາຂອງລັດຖະບານທີ່ຫັນເປັນຍຸກດີຈີຕອນ.