ໃນວັນທີ 19 ສິງຫາ 2020 ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ, ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ(ກສວ) ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງ ກສວ ຄົບຮອບ 15 ປີ (17 ສິງຫາ 2005 – 17 ສິງຫາ 2020) ໂດຍການເປັນປະທານຂອງທ່ານ ບຸນເຖິງ ດວງສະຫວັນ ຫົວໜ້າກົມ ກສວ, ເປັນກຽດເຂົ້າຮ່ວມຂອງທ່ານ ນາງ ເຂັມມະນີ ພົນເສນາ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ມີບັນດາແຂກຖືກເຊີນ ພ້ອມພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ບຸນເຖິງ ດວງສະຫວັນ ຫົວໜ້າກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ (ກສວ), ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ໄດ້ຂຶ້ນລາຍງານຜົນງານ ພ້ອມເລົ່າຄືນການຈັດຕັ້ງປະຕິບັດວຽກງານຂອງ ກສວ ໃນໄລຍະ 15ປີວ່າ: ກສວ ໃນປັດຈຸບັນ ຫຼື ຫ້ອງການສົ່ງເສີມ ແລະ ພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ (ຫສວ) ໃນເມື່ອກ່ອນ ແມ່ນໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 17 ສິງຫາ 2005 ຕາມຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວ ຂອງຫ້ອງການສົ່ງເສີມ ແລະ ພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ ສະບັບເລກທີ 374/ອຫ, ລົງວັນທີ 17 ສິງຫາ 2005 ບົນພື້ນຖານດຳລັດ ສະບັບເລກທີ 42/ນຍ ລົງວັນທີ 20 ເມສາ 2004 ວ່າດ້ວຍການສົ່ງເສີມ ແລະ ພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ. ສະນັ້ນ, ຈຶ່ງໄດ້ໜູນວຽນມາບັນຈົບຄົບຮອບ 15 ປີພໍດີ; ປັດຈຸບັນ ກສວ ມີການຈັດຕັ້ງ ແລະ ເຄື່ອນໄຫວ ຕາມຂໍ້ຕົກລົງສະບັບເລກທີ 0718/ອຄ.ກຈພງ, ລົງວັນທີ 05 ສິງຫາ 2020.
ການຈັດຕັ້ງປະຕິບັດວຽກງານວິຊາສະເພາະທີ່ພົ້ນເດັ່ນຕະຫຼອດໄລຍະ 15 ປີຜ່ານມາ ກສວ ພວກເຮົາໄດ້ມີການປັບປຸງພາລະບົດບາດ ແລະ ກົງຈັກການຈັດຕັ້ງມາຢ່າງຕໍ່ເນື່ອງລວມ 5 ຄັ້ງ, ປັດຈຸບັດແມ່ນຕິດຕາມການຈັດຕັ້ງປະຕິບັດແຜນ 2016-2020 ແລະ ໄດ້ມີການຄົ້ນຄ້ວາສ້າງແຜນພັດທະນາອາຊີບ 2021-2025. ສະນັ້ນ, ສັງລວມໄດ້ວ່າການທີ່ພວກເຮົາມີນິຕິກຳທີ່ຊັດເຈນ, ມີແຜນພັດທະນາທີ່ຕໍ່ເນື່ອງ ເຮັດໃຫ້ພວກເຮົາສາມາດຂໍການສະໜັບສະໜູນທຶນ ຈາກຄູ່ຮ່ວມພັດທະນາໃນການສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ (SME) ໄດ້.
ນັບແຕ່ປີ 2012 ເຖິງປັດຈຸບັນການສະໜອງສິນເຊື່ອ, ກອງທຶນສົ່ງເສີມ SME ໄດ້ຄຸ້ມຄອງເງິນທີ່ນໍາໃຊ້ເປັນສິນເຊື່ອໃຫ້ SME 3 ບ້ວງຕົ້ນຕໍ, ໃນນັ້ນ, ປະກອບມີບ້ວງເງິນກໍ່ຕັ້ງກອງທຶນ 32 ຕື້ກີບ, ບ້ວງເງິນກູ້ຢືມ ແລະ ຊ່ວຍເຫຼືອລ້າຈາກທະນາຄານໂລກ ພາຍໃຕ້ໂຄງການເຂົ້າເຖິງແຫຼ່ງທຶນຂອງ SME 111,68 ຕື້ກີບ ແລະ ບ້ວງເງິນທີ່ລັດຖະບານປະກອບໃຫ້ກອງທຶນສົ່ງເສີມ SME 200 ຕື້ກີບ ສຳລັບປີ 2020 ແລະ ນັບແຕ່ປີ 2012 ເຖິງປັດຈຸບັນ ກອງທຶນສົ່ງເສີມ SME ໄດ້ສະໜັບສະໜູນໂຄງການວິຊາການ ຈຳນວນ 53 ໂຄງການ ລວມມູນຄ່າ 3,03 ຕື້ກີບ.
ທ່ານ ບຸນເຖິງ ດວງສະຫວັນ ກ່າວວ່າ: ໃນ 6 ເດືອນຕົ້ນປີ 2020 ໄດ້ສະໜອງສິນເຊື່ອຄື:
1 ການສະໜອງສິນເຊື່ອໃຫ້ SME ບ້ວງເງິນ 32 ຕື້ກີບ ຜ່ານທະນາຄານພັດທະນາລາວ ໃນໄລຍະເດືອນມັງກອນ ຫາ ມິຖຸນາ ໄດ້ອະນຸມັດສິນເຊື່ອ 10 ສັນຍາ, 10 ຫົວໜ່ວຍ ເປັນເງິນ 4,57 ຕື້ກີບ, ເຊິ່ງລວມການປ່ອຍກູ້ເລີ່ມແຕ່ເດືອນກັນຍາ 2012 ເຖິງ ເດືອນມິຖຸນາ 2020 ທັງໝົດ 255 ສັນຍາ ມີ 151 ຫົວໜ່ວຍ ລວມຍອດສິນເຊື່ອສະສົມ 78,26 ຕື້ກີບ.
2 ການສະໜອງສິນເຊື່ອໃຫ້ SME ບ້ວງເງິນກູ້ຢືມ ແລະ ຊ່ວຍເຫຼືອລ້າ ຈາກທະນາຄານໂລກ ພາຍໃຕ້ໂຄງ ການເຂົ້າເຖິງແຫຼ່ງທຶນຂອງ SME 111,68 ຕື້ກີບ ຜ່ານ 4 ທະນາຄານ (ທະນາຄານ ລາວຈີນ, ທະນາຄານ ເອັສທີ, ທະນາຄານຊາຄອມແບັງລາວ ແລະ ທະນາຄານຮ່ວມທຸລະກິດລາວຫວຽດ) ໃນໄລຍະເດືອນມັງກອນ ຫາ ມິຖຸນາ 2020 ໄດ້ອະນຸມັດສິນເຊື່ອ 15 ສັນຍາ, 15 ຫົວໜ່ວຍ ເປັນເງິນ 7,62 ຕື້ກີບ. ລວມການປ່ອຍກູ້ເລິ່ມແຕ່ເດືອນ ກັນຍາ 2016 ເຖິງເດືອນ ມິຖຸນາ 2020 ມີ 184 ສັນຍາ, 177 ຫົວໜ່ວຍ ລວມຍອດສິນເຊື່ອສະສົມ 121,65 ຕື້ກີບ.
3 ບ້ວງເງິນທີ່ລັດຖະບານປະກອບໃຫ້ກອງທຶນສົ່ງເສີມ SME 200 ຕື້ກີບ ສໍາລັບປີ 2020 ໄດ້ເຊັນສັນຍາສະໜອງທຶນບ້ວງເງິນ 100 ຕື້ກີບ ງວດທີ 1 ກັບ 4 ທະນາຄານຄື: ທະນາຄານພັດທະນາລາວ, ທະນາຄານຊາຄອມແບັງ ລາວ, ທະນາຄານຮ່ວມທຸລະກິດລາວຫວຽດ ແລະ ທະນາຄານ ມາຣູຮານເຈແປນລາວ ມາຮອດກາງເດືອນກໍລະກົດ ບັນດາທະນາຄານສາມາດປ່ອຍກູ້ໄດ້ 14 ສັນຍາ, 13 ຫົວໜ່ວຍ ເປັນເງິນ 20 ຕື້ກີບ ແລະ ຄາດຄະເນຮອດເດືອນກັນຍາ 2020 ບັນດາທະນາຄານຈະສາມາດປ່ອຍກູ້ໃຫ້ SME ໄດ້ທັງໝົດບ້ວງເງິນ 100 ຕື້ກີບ ງວດທີ 1 ພາຍຫຼັງທີ່ໄດ້ມີການໂຍະຍານເງື່ອນໄຂການຖືບັນຊີ ແລະ ການເລັ່ງລັດແກ້ໄຂເງື່ອນໄຂການຝຶກອົບຮົມ.
ສ່ວນການສະໜອງທຶນບ້ວງເງິນ 100 ຕື້ກີບ ງວດທີ 2 (ນຳໃຊ້ເປັນສິນເຊື່ອ 82 ຕື້ກີບ) ໄດ້ອະນຸມັດເພີ່ມທຶນໃຫ້ 4 ທະນາຄານ ຄາດວ່າການປ່ອຍກູ້ເງິນສິນເຊື່ອງວດທີ 2 ນີ້ ຈະໃຫ້ສຳເລັດພາຍໃນທ້າຍປີ 2020 ແລະ ສຳລັບ 6 ເດືອນທ້າຍປີ ຈະໄດ້ສືບຕໍ່ໃຫ້ການສະໜັບສະໜູນທຶນ ເພື່ອຈັດຕັ້ງປະຕິບັດໂຄງການວິຊາການຕາມແຜນງົບປະມານກອງທຶນສົ່ງເສີມ SME ປະຈໍາປີ 2020, ສືບຕໍ່ຄົ້ນຄວ້າການສະໜອງສິນເຊື່ອໃຫ້ຈຸນລະວິສາຫະກິດ ຜ່ານສະຖາບັນການເງິນຈຸລະພາກ. ປະສານສົມທົບກັບທະນາຄານໂລກ ແລະ ພາກສ່ວນກ່ຽວຂ້ອງ ເພື່ອຄົ້ນຄວ້າກະກຽມໂຄງການເງິນກູ້ຈາກທະນາຄານໂລກ ມູນຄ່າ 40 ລ້ານໂດລາ ເພື່ອຊ່ວຍ SME ຮັບມືກັບຜົນກະທົບ ແລະ ຟື້ນຟູ ຫຼັງໂຄວິດ-19 ແລະ ວຽກງານອື່ນໆ.
ໃນໂອກາດນີ້ ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງ ອຄ ໄດ້ໂອ້ລົມບາງຕອນວ່າ: ຂ້າພະເຈົ້າຂໍຊົມເຊີຍຜົນສຳເລັດ ກໍຄືຜົນງານທີ່ ກສວ ສາມາດຍາດມາໄດ້ຕະຫຼອດໄລຍະ 15 ປີຜ່ານມາ. ພ້ອມເນັ້ນໜັກການຈັດຕັ້ງປະຕິບັດແຜນຈຸດສຸມ ທ້າຍປີ 2020 ຊຶ່ງເປັນການຜັນຂະຫຍາຍຜົນກອງປະຊຸມຂະແໜງການອຸດສາຫະກຳ ແລະ ການຄ້າ ປະຈຳປີ 2019 ກໍ່ຄືແຜນພັດທະນາ SMEs 2016-2020; ສືບຕໍ່ປະສານກັບພະແນກ ອຄ ແຂວງ, ນະຄອນຫຼວງ ເພື່ອສ້າງຄວາມເຂັ້ມແຂງໃຫ້ໜ່ວຍງານສາຍຕັ້ງ ໃຫ້ສາມາດປະຕິບັດບົດບາດໃນການຊ່ວຍພາກທຸລະກິດໃນຂັ້ນແຂວງ.
ພ້ອມດຽວກັນນັ້ນ, ຈະຕ້ອງໄດ້ຄົ້ນຄວ້າຈັດສັນງົບປະມານຈາກກອງທຶນ ແລະ ໂຄງການຊ່ວຍເຫຼືອຕ່າງໆໄປຊຸກຍູ້ສົ່ງເສີມການປະຕິບັດໜ້າທີ່ວຽກງານ, ເພີ່ມທະວີການໂຄສະນາ ແລະ ປະຊາສໍາພັນວຽກງານສົ່ງເສີມ SMEs ດ້ວຍຫຼາຍວິທີ ແລະ ຮູບການ. ໃນຕໍ່ໜ້າຈະຕ້ອງໄດ້ຄົ້ນຄວ້າປັບປຸງກົດໝາຍ ວ່າດ້ວຍການສົ່ງເສີມ SMEs ໃຫ້ມີຄວາມສອດຄ່ອງກັບສະພາບຄວາມຮຽກຮ້ອງຕ້ອງການໃນປັດຈຸບັນ.
ພິທີສະເຫຼີມສະຫຼອງວັນສ້າງຕັ້ງ ກສວ ຄົບຮອບ 15 ປີ ຄັ້ງນີ້ ຈັດຂຶ້ນທີ່ກະຊວງ ອຄ ໂດຍການເປັນປະທານຂອງ ທ່ານ ບຸນເຖິງ ດວງສະຫວັນ ຫົວໜ້າກົມ ກສວ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງ ອຄ, ມີບັນດາແຂກຮັບເຊີນຕາງໜ້າຈາກບັນດາພາກສ່ວນອ້ອມຂ້າງເຂົ້າຮ່ວມ 83 ທ່ານ.