ຜະລິດຕະພັນສົ້ມໝູ ທຸລະກິດຂະໜາດນ້ອຍແຕ່ລາຍໄດ້ດີ

256

ອາຫານປະເພດສົ້ມຫຼາຍທ່ານອາດເຄີຍໄດ້ຊື້ເປັນປະຈຳ ເຊັ່ນວ່າ: ສົ້ມໝູ, ສົ້ມປາ ແລະ ສົ້ມອື່ນໆ ໂດຍລວມແລ້ວແມ່ນເປັນອາຫານດິບທີ່ພວກເຮົາເຄີຍຊື້ເອົາມາຈືນ ຫຼື ປີ້ງໃຫ້ສຸກແລ້ວຈຶ່ງຮັບປະທານ ເຊິ່ງສິນຄ້າດັ່ງກ່າວສາມາດຊອກຊື້ໄດ້ງ່າຍຢູ່ຕາມຕະຫຼາດທົ່ວໄປ ແລະ ບັນດາຫ້າງຮ້ານຕ່າງໆກໍມີຂາຍ. ໂອກາດດຽວກັນນີ້, ທາງທີມຂ່າວພວກເຮົາກໍມີໂອກາດໄດ້ສຳພາດຜູ້ປະກອບການທຸລະກິດຂະໜາດນ້ອຍ ດ້ວຍການເຮັດສົ້ມໝູຂາຍ ທັງຂາຍຍົກ ແລະ ຂາຍຍ່ອຍ ຈົນສາມາດສ້າງລາຍຮັບເປັນກອບເປັນກໍາໃຫ້ແກ່ຄອບຄົວ.

ທ່ານ ນາງ ຈັນທະວີສຸກ ພົມມະລັງສີ ປະຊາຊົນບ້ານສະພານໄຊ ນະຄອນປາກເຊ ແຂວງຈຳປາສັກ ເປັນໜຶ່ງໃນຄອບຄົວຕົວແບບຂອງບ້ານທີ່ຖືເອົາຜະລິດສົ້ມໝູ ເພື່ອຈຳໜ່າຍຕາມທ້ອງຕະຫຼາດ ໃຫ້ຮູ້ວ່າ: ໂດຍສ່ວນຕົວແລ້ວແມ່ນຖືເອົາການເຮັດສົ້ມຂາຍເປັນອາຊີບຫຼັກໃນການສ້າງເສດຖະກິດຄອບຄົວມາແຕ່ປີ 2006. ກ່ອນໜ້ານັ້ນແມ່ນໄດ້ປະກອບອາຊີບຫຼາຍຢ່າງ, ແຕ່ເນື່ອງຈາກບໍ່ກຸ້ມກິນຕົນເອງຈຶ່ງຕັດສິນໃຈໄປຝຶກວິທີເຮັດສົ້ມໝູນຳໝູ່ເພື່ອນທີ່ອາໄສຢູ່ບ້ານດຽວກັນ ເພາະເຫັນວ່າມີລາຍຮັບດີເມື່ອເຮັດເປັນແລ້ວກໍມາເຮັດຂາຍເອງ.

ເວົ້າສະເພາະສົ້ມທີ່ຜະລິດເອງ ປະກອບມີ 3 ຂະໜາດ ຄື: ຫໍ່ນ້ອຍ 2 ພັນກີບ, ຫໍ່ກາງ 5 ພັນກີບ ແລະ ຫໍ່ໃຫຍ່ 10 ພັນກີບ. ໃນນີ້, ຂາຍສົ່ງຫໍ່ຂະໜາດກາງ 6 ອັນ ລາຄາ 20 ພັນ ແລະ ຫໍ່ຂະໜາດໃຫຍ່ 6 ຫໍ່ ລາຄາ 40 ພັນກີບ. ຕະຫຼາດຈໍາໜ່າຍໃນຕອນທໍາອິດ ພວກເຮົາຈະເອົາສົ້ມທີ່ຫໍ່ແລ້ວໄປເລາະຂາຍຢູ່ຕາມຕະຫຼາດ ຫຼື ຂາຍຢູ່ບັນດາຫ້າງຮ້ານທົ່ວໄປ ແລະ ຕໍ່ມາກໍມີລູກຄ້າສັ່ງຊື້ແລ້ວກໍໄປສົ່ງເຖິງສະຖານທີ່, ຫຼັງຈາກນັ້ນມາພວກເຮົາກໍມີລູກຄ້າປະຈຳ ແລະ ລູກຄ້າລາຍຍ່ອຍທີ່ຂາຍສົ່ງໃຫ້ກັບເຂົາເຈົ້າຢູ່ຕະຫຼາດຫຼັກ 8 ໃຕ້, ຕະຫຼາດຫຼັກ 14 ແລະ ບັນດາຮ້ານຂາຍເຄື່ອງຢູ່ຕາມເສັ້ນທາງເລກທີ 13 ໃຕ້.

ສໍາລັບຂັ້ນຕອນການຜະລິດກໍຕ້ອງໄດ້ລົງທຶນຊື້ວັດຖຸດິບ ແລະ ສ່ວນປະກອບຕ່າງໆ ເພື່ອເຮັດສົ້ມໝູນປະມານ 5 ແສນກີບຕໍ່ມື້ ໂດຍຈະຜະລິດ 1 ມື້ ແລະ ພັກອີກມື້ຕໍ່ມາ ເພາະຕ້ອງໄດ້ເອົາສິນຄ້າໄປສົ່ງລູກຄ້າ ແລະ ມື້ຕໍ່ໄປກໍຈະເຮັດອີກ; ຖ້າຫາກຄິດໄລ່ໃນໄລຍະ 1 ເດືອນ ກໍໝາຍຄວາມວ່າເຮົາຜະລິດສົ້ມພຽງແຕ່ 15 ມື້, ສ່ວນອີກ 15 ມື້ແມ່ນເປັນມື້ຈໍາໜ່າຍ ເພາະເຮົາບໍ່ສາມາດຈະເຮັດສະສົມໄວ້ຫຼາຍບາດດຽວແລ້ວຈຶ່ງຈຳໜ່າຍ ເນື່ອງມັນເປັນອາຫານທີ່ມີອາຍຸການຮັບປະທານສັ້ນພຽງແຕ່ 2 – 3 ວັນເທົ່ານັ້ນ; ແຕ່ຖ້າໃສ່ຕູ້ເຢັນກໍອາດຈະໄດ້ຫຼາຍມື້ແຕ່ບໍ່ເກີນ 2 ອາທິດ ເມື່ອເວົ້າເຖິງລາຍຮັບຈາກການຈໍາໜ່າຍກໍປະມານ 4 ລ້ານກີບຕໍ່ເດືອນ ຫຼື ປະມານ 40 – 50 ລ້ານກີບຕໍ່ປີ.

ທ່ານ ນາງ ຈັນທະວີສຸກ ຍັງບອກອີກວ່າ: ການເຮັດສົ້ມໝູ ເພື່ອຈໍາໜ່າຍຂອງພວກເຮົາແຕກຕ່າງຈາກທຸລະກິດຄອບຄົວປະເພດອື່ນ ເພາະຕ້ອງໄດ້ໃສ່ໃຈເຖິງຄວາມສະອາດເປັນຫຼັກ ແລະ ເປັນອາຫານທີ່ສົດໃໝ່ຢູ່ຕະຫຼອດເວລາ ໂດຍການນໍາໃຊ້ສູດປະສົມຂັ້ນຕອນການຜະລິດແບບດັ້ງເດີມທີ່ໃຊ້ເວລາພຽງແຕ່ 2 ຄືນ ກໍສາມາດຮັບປະທານໄດ້.