ປະຊາຊົນບ້ານຫ້ວຍດໍາໃໝ່ ຮ່ວມຮຽນຮູ້ເຕັກນິກກະສິກໍາແບບປະສົມປະສານຢູ່ແຂວງຈໍາປາສັກ

169

ພະແນກກະສິກໍາ ແລະ ປ່າໄມ້ແຂວງ ( ກປ ) ເຊກອງ – ເມືອງທ່າແຕງ ຮ່ວມກັບ ບໍລິສັດ ຜະລິດໄຟຟ້າລາວ ມະຫາຊົນ ເຂື່ອນໄຟຟ້າຫ້ວຍລໍາພັນໃຫຍ່ ນໍາພາປະຊາຊົນ 90 ກວ່າຄົນໄປທັດສະນະສຶກສາຮຽນຮູ້ເຕັກນິກກະສິກຳແບບປະສົມປະສານຢູ່ແຂວງຈຳປາສັກ ໃນວັນທີ 14 ສິງຫາ 2020 ໂດຍມີ ທ່ານ ເສີມສີ ສຸລິຕະ ຮອງຫົວໜ້າພະແນກ ກປ ແຂວງເຊກອງ, ທ່ານ ສຸກັນ ຈັນສີປະເສີດ ຫົວໜ້າຫ້ອງການ ກປ ເມືອງທ່າແຕງ ແລະ ທ່ານ ສັນຕິສຸກ ສີພັນດອນ ຮອງຜູ້ອໍານວຍການເຂື່ອນໄຟຟ້າຫ້ວຍລຳພັນ ໃຫຍ່ເຂົ້າຮ່ວມນຳພາ.

ການເຄື່ອນໄຫວທັດສະນະສຶກສາຮຽນຮູ້ເຕັກນິກກະສິກໍາແບບປະສົມປະສານແມ່ນຢູ່ສອງເມືອງຂອງແຂວງຈໍາປາສັກ ຄື: ສູນທົດລອງກະສິກໍາແບບປະສົມປະສານຢູ່ເມືອງປາກຊ່ອງ, ສູນທົດລອງກະສິກໍາແບບປະສົມປະສານໂຄງການຮ່ວມມືທາງດ້ານວິຊາການ ແລະ ງົບປະມານລະ ຫວ່າງ ມະຫາວິທະຍາໄລ ຈໍາປາສັກ ກັບ ມູນນິທິໄຊພັດທະນາ ( ປະເທດໄທ ) ຫຼັກ 13 ແລະ ສູນທົດລອງກະສິກໍາແບບປະສົມປະສານເມືອງບາຈຽງຈະເລີນສຸກ ເຊິ່ງໄດ້ຮັບການສະໜັບສະໜູນໂດຍ ບໍລິສັດ ຜະລິດໄຟຟ້າລາວ ມະຫາຊົນ ເຂື່ອນໄຟຟ້າຫ້ວຍລໍາພັນໃຫຍ່.

ການເຄື່ອນໄຫວທັດສະນະສຶກສາຄັ້ງນີ້ ປະຊາຊົນໄດ້ເຂົ້າທັດສະນະຮຽນຮູ້ວິທີປູກຝັງ – ລ້ຽງສັດ ເຊັ່ນ: ການປູກໝາກສະຕໍເບີຣີ, ໝາກອາໂວກາໂດ, ໝາກທ່ວງທ່ຽງ, ໝາກຂີ້ກາ, ພືດຜັກ, ປູກຫຍ້າແຝກ, ການສ້າງເຮືອນຫົ່ມ, ການລ້ຽງໝູ, ແບ້, ງົວ, ປາດຸກພັນ, ປານິນ, ສັດປີກ, ການປູກເຫັດ, ປູກຕົ້ນໄມ້ກິນໝາກ ແລະ ການປູກຢາງພາລາ ລວມໄປເຖິງວິທີການຂະຫຍາຍພັນໄມ້ຊະນິດຕ່າງໆແບບບໍ່ອາໄສເພດ, ການຜະລິດຝຸ່ນບົ່ມ, ການໃຫ້ຝຸ່ນ, ການຜະລິດນ້ຳໝັກຊີວະພາບ, ການບົວລະບັດຮັກສາ, ສໍາຫຼວດ, ການຈັດສັນທີ່ດິນ ເພື່ອແບ່ງເຂດການຜະລິດໃຫ້ເໝາະສົມ,ປັງປຸງດິນ, ປູກໄມ້ທົດແທນ, ໃສ່ຜ້າຫົມດິນ ແລະ ສ້າງແລວຄັນຄູ ເພື່ອຫຼຸດຜ່ອນການເຊາະເຈື່ອນຂອງດິນ ແນໃສ່ເຮັດໃຫ້ປະຊາຊົນນໍາເອົາບົດຮຽນຄັ້ງນີ້ໄປຈັດຕັ້ງປະຕິບັດຢູ່ພາຍໃນບ້ານ,ຄອບຄົວຂອງຕົນມີແນວຄິດແບບໃໝ່ເຂົ້າພັດທະນາ, ຮູ້ກໍານົດທິດທາງທີ່ຊັດເຈນໃນການດໍາເນີນທຸລະກິດຄອບຄົວ ຈົນກ້າວສຸດຜົນກໍາໄລໃນການປູກຝັງ ແລະ ລ້ຽງສັດໃນຕໍ່ໜ້າ.

[ ໂດຍ: ພອນ ບຸນອຸທິດ ]