ຜູ້ປະກອບການ 3 ແຂວງ ໄດ້ຮັບທຶນສົ່ງເສີມການຜະລິດ 249 ລ້ານກີບ

155

ໃນລະຫວ່າງວັນທີ 9 – 15 ສິງຫາ 2020 ກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ( ທສວ ), ກະຊວງອຸດສາຫະກຳ ແລະ ການຄ້າ ( ອຄ ) ໄດ້ລົງເຮັດວຽກຕິດຕາມ ແລະ ປະເມີນໂຄງການວິຊາການທີ່ ທສວ ໃຫ້ທຶນສະໜັບສະໜູນຢູ່ 3 ແຂວງ ຄື: ແຂວງຄຳມ່ວນ, ແຂວງສະຫວັນນະເຂດ ແລະ ແຂວງສາລະວັນ ເຊິ່ງໄດ້ຮັບທຶນສະໜັບສະໜູນຈາກ ທສວ ແຕ່ປີ 2015 – 2019 ໃນຈຳນວນ 5 ໂຄງການ ລວມເປັນມູນຄ່າ 249 ລ້ານກີບ.


1 ໂຄງການໜຶ່ງເມືອງໜຶ່ງຜະລິດຕະພັນ (ໂອດ໊ອບ )ຂອງແຂວງຄຳມ່ວນ ມູນຄ່າ 48 ລ້ານກີບ ຈັດຕັ້ງປະຕິບັດໂດຍພະແນກ ອຄ ແຂວງຄຳມ່ວນ.

2 ງານວາງສະແດງ ແລະ ຂາຍສິນຄ້າໃນບຸນນະມັດສະການພະທາດສີໂຄດຕະບອງ ປະຈຳປີ 2018 ທີ່ເດີນພະທາດສີໂຄດຕະບອງ ມູນຄ່າ 35 ລ້ານກີບ ຈັດຕັ້ງປະຕິບັດໂດຍພະແນກ ອຄ ແຂວງຄຳມ່ວນ.

3 ໂຄງການປັບປຸງ ແລະ ຄັດເລືອກຜະລິດຕະພັນທ່າແຮງ ເພື່ອສ້າງໃຫ້ເປັນສິນຄ້າ ( ໂອດ໊ອບ ) ເມືອງສອງຄອນ ແຂວງສະຫວັນນະເຂດ ມູນຄ່າ 66 ລ້ານກີບ ຈັດຕັ້ງປະຕິບັດໂດຍພະແນກ ອຄ ແຂວງສະຫວັນນະເຂດ.

4 ໂຄງການປັບປຸງ ແລະ ສ້າງຜະລິດຕະພັນແຜ່ນແພລວດລາຍຜູ້ໄທ ( ໂອດ໊ອບ )ເມືອງເຊໂປນ ແຂວງສະຫວັນນະເຂດ ມູນຄ່າ 47 ລ້ານກີບ ຈັດຕັ້ງປະຕິບັດໂດຍພະແນກ ອຄ ແຂວງສະຫວັນນະເຂດ.

5 ໂຄງການຝຶກອົບຮົມ “ ການບໍລິຫານຈັດການກຸ່ມ ແລະ ເຕັກນິກຍ້ອມສີທຳມະຊາດໃຫ້ແກ່ກຸ່ມຕໍ່າແຜ່ນແພບ້ານບຶງໄຊ ເມືອງສາລະວັນ ແຂວງສາລະວັນ ” ມູນຄ່າ 53 ລ້ານກີບ ຈັດຕັ້ງປະຕິບັດໂດຍພະແນກ ອຄ ແຂວງສາລະວັນ.


ຄະນະທີ່ລົງໄປຢ້ຽມຢາມໃນຄັ້ງນີ້ ນຳພາໂດຍ ທ່ານ ເພັດອານົງ ອິນສານ ຮອງຜູ້ອຳນວຍການ ທສວ ແລະ ຜູ້ຕາງໜ້າໃຫ້ແກ່ຄະນະກຳມະການປະເມີນໂຄງການວິຊາການທີ່ມາຈາກ 3 ພາກສ່ວນ ຄື: ພະແນກສະໜັບສະໜູນ SME ( ກົມສົ່ງເສີມ SME ), ກົມອຸດສາຫະກຳ ແລະ ຫັດຖະກຳ ແລະ ກົມສົ່ງເສີມການຄ້າ. ຈຸດປະສົງຂອງການລົງຕິດຕາມ ແລະ ປະເມີນຜົນ ໂຄງການວິຊາການໃນຄັ້ງນີ້ແມ່ນເພື່ອປະເມີນຄືນໝາກຜົນຂອງການຈັດຕັ້ງປະຕິບັດໂຄງການໃນໄລຍະຜ່ານມາ ໂດຍສະເພາະແມ່ນ 5 ໂຄງການທີ່ກ່າວມາເບື້ອງຕົ້ນ ເພື່ອຊ່ວຍໃຫ້ ທສວ ໄດ້ຮັບຮູ້ຂໍ້ມູນຕົວຈິງວ່າມີຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກອັນໃດແດ່ຕໍ່ກັບການໃຫ້ທຶນສະໜັບສະໜູນໃນແຕ່ລະໄລຍະ ແລ້ວນຳເອົາຂໍ້ມູນໄປຖອດຖອນບົດຮຽນໃນການປັບປຸງແຜນວຽກໃຫ້ມີຄວາມແທດເໝາະ ແລະ ມີປະສິດທິຜົນດີຂຶ້ນກວ່າເກົ່າ.

( ຂໍ້ມູນ: ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ) [ ຂ່າວ: ພຸດຕີ້ ]