ຍົກລະດັບພະນັກງານຮັບຜິດຊອບນິຕິກຳ ແລະ ການປະເມີນຜົນກະທົບ

148

ກົມນິຕິກຳ, ກະຊວງພະລັງງານ ແລະ ບໍ່ແຮ່ ຮ່ວມກັບ ພະແນກພະລັງງານ ແລະ ບໍ່ແຮ່ ແຂວງອຸດົມໄຊ ໄດ້ຈັດຊຸດຝຶກອົບຮົມເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານສ້າງນິຕິກຳ ແລະ ການປະເມີນຜົນກະທົບຂອງຮ່າງນິຕິກຳຂອງຂະແໜງພະລັງງານ ແລະ ບໍ່ແຮ່. ຈຸດປະສົງກໍເພື່ອຍົກລະດັບ ຄວາມຮັບຮູ້ ແລະ ຄວາມເຂົ້າໃຈແຈ້ງຕື່ມກ່ຽວກັບຄວາມສຳຄັນ, ຄວາມຈຳເປັນຂອງການສ້າງກົດໝາຍ ແລະ ນິຕິກຳລຸ່ມກົດໝາຍ ເພື່ອຮັບປະກັນໃຫ້ລັດມີເຄື່ອງມືມະຫາພາກໃນການຄຸ້ມຄອງລັດ – ຄຸ້ມຄອງສັງຄົມດັດສົມໃນທົ່ວຊີວິດສັງຄົມ.

ທ່ານ ອາລຸນ ບຸນວິໄລ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງອຸດົມໄຊ ກ່າວວ່າ: ການຈັດຊຸດຝຶກອົບຮົມໃນເທື່ອນີ້ຂ້ອນຂ້າງສັ້ນ ຖ້າທຽບໃສ່ ຄວາມສຳຄັນຂອງເນື້ອໃນທີ່ນຳມາຝຶກອົບຮົມ ແຕ່ຍ້ອນຄວາມເປັນເຈົ້າການຂອງຄະນະຮັບຜິດຊອບບັນດາທ່ານວິທະຍາກອນ, ບັນດາທ່ານຜູ້ເຂົ້າຮ່ວມຊຸດຝຶກອົບຮົມ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຊິ່ງໃນຕະຫຼອດໄລຍະເວລາ 2 ວັນຂອງການດຳເນີນການຝຶກອົບຮົມພວກເຮົາໄດ້ຍົກສູງຄວາມຮັບຜິດຊອບ, ເອົາໃຈໃສ່ໃນການນຳພາ – ຄຸ້ມຄອງ, ການສະເໜີເນື້ອໃນຝຶກອົບຮົມ ແລະ ການຄົ້ນຄວ້າ, ແລກປ່ຽນຄວາມເຫັນ ເຊິ່ງກັນ ແລະ ກັນ ເຮັດໃຫ້ຊຸດຝຶກອົບຮົມພວກເຮົາສາມາດບັນລຸຜົນສຳເລັດໄດ້ຢ່າງຈົບງາມ.

ຄຽງຄູ່ກັນນັ້ນ, ການເຂົ້າຮ່ວມຝຶກອົບຮົມເທື່ອນີ້ຈະຊ່ວຍຍົກສູງຄຸນນະພາບໃນການສ້າງກົດໝາຍ ແລະ ນິຕິກຳລຸ່ມກົດໝາຍຢູ່ໃນຂະແໜງພະລັງງານ ແລະ ບໍ່ແຮ່ໃຫ້ສູງຂຶ້ນ ເພື່ອປະກອບສ່ວນສຳຄັນເຂົ້າໃນການປັບປຸງ, ສ້າງກົດໝາຍ ແລະ ນິຕິກຳໃຕ້ກົດໝາຍໃນຕໍ່ໜ້າໃຫ້ມີຄຸນນະພາບສູງຂຶ້ນ ໂດຍສະເພາະແມ່ນຢູ່ພາຍໃນຂະແໜງພະລັງງານ ແລະ ບໍ່ແຮ່.

ຊຸດຝຶກອົບຮົມດັ່ງກ່າວ, ຜູ້ເຂົ້າຮ່ວມຍັງໄດ້ພ້ອມກັນກວດຄືນຂະບວນການສ້າງກົດໝາຍ ແລະ ນິຕິກຳໃຕ້ກົດໝາຍຢູ່ໃນຂະແໜງພະລັງງານ ແລະ ບໍ່ແຮ່ ເພື່ອໃຫ້ເຫັນໄດ້ດ້ານດີ, ຜົນງານ, ດ້ານອ່ອນ, ສິ່ງທີ່ເຮັດບໍ່ທັນໄດ້ດີ ເພື່ອເປັນພື້ນຖານໃຫ້ການວາງທິດທາງ ແລະ ມາດຕະການໃນການສ້າງກົດໝາຍໃນຂະແໜງພະລັງງານ ແລະ ບໍ່ແຮ່ ໃຫ້ມີຄຸນນະພາບສູງຂຶ້ນ.

ພິທີດັ່ງກ່າວຈັດຂຶ້ນໃນລະຫວ່າງວັນທີ 13 – 14 ສິງຫາ ທີ່ຫ້ອງປະຊຸມຂອງພະແນກພະລັງງານ ແລະ ບໍ່ແຮ່ ແຂວງອຸດົມໄຊ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ສາຍເພັດ ວິໄລປະເສີດ ຮອງຫົວໜ້າກົມນິຕິກຳ ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ທ່ານ ອາລຸນ ບຸນວິໄລ ມີຫົວໜ້າພະແນກ, ຮອງຫົວໜ້າພະແນກຈາກພະແນກພະລັງງານ ແລະ ບໍ່ແຮ່ 8 ແຂວງພາກເໜືອ ຄື: ອຸດົມໄຊ, ຫຼວງພະບາງ, ໄຊຍະບູລີ, ບໍ່ແກ້ວ, ອຸດົມໄຊ, ຫຼວງນໍ້າທາ, ຜົ້ງສາລີ ແລະ ໄຊສົມບູນເຂົ້າຮ່ວມ.

( ເນື້ອໃນ – ຮູບ: ພບ ແຂວງອຸດົມໄຊ ) [ ຂ່າວ: ສົມສະຫວິນ ]