ຫວຽດນາມ ກຽມສັ່ງຊື້ວັກແຊັງຕ້ານໂຄວິດຈາກຣັດເຊຍ

86

ສຳນັກຂ່າວຕ່າງປະເທດລາຍງານວ່າ: ຫຼັງຈາກທີ່ປະທານາທິບໍດີ ວະລາດີເມຍ ປູຕິນ ຂອງຣັດເຊຍອອກມາປະກາດເມື່ອອາທິດຜ່ານມາວ່າ ຣັດເຊຍ ໄດ້ອະນຸມັດໃຫ້ຜະລິດວັກແຊັງຕ້ານໂຄວິດ – 19 ສຳລັບບຸກຄົນທົ່ວໄປຢ່າງເປັນທາງການເປັນປະເທດທຳອິດຂອງໂລກ, ຫຼ້າສຸດກະຊວງສາທາລະນະສຸກຂອງຣັດເຊຍ ໄດ້ອອກມາປະກາດວ່າ ວັກແຊັງຕ້ານໂຄວິດ -19 ທີ່ພັດທະນາໂດຍສະຖາບັນວິໄຈກາມາເລຢາ ໄດ້ຜະລິດອອກມາເປັນທີ່ຮຽບຮ້ອຍແລ້ວ.


ຂະນະທີ່ສື່ມວນຊົນຫວຽດນາມຫຼາຍສໍານັກໄດ້ນໍາສະເໜີຂ່າວວ່າ: ລັດຖະບານຫວຽດນາມກຽມສັ່ງຊື້ວັກແຊັງດັ່ງກ່າວຈາກຣັດເຊຍ ຈຳນວນ 150 ລ້ານໂດສ ແຕ່ບໍ່ໄດ້ລະບຸວ່າມູນຄ່າເທົ່າໃດ. ຂະນະທີ່ໂຄສົກກະຊວງການຕ່າງປະເທດຂອງຣັດເຊຍ ອອກມາລະບຸກ່ອນໜ້ານີ້ວ່າ ມີປະມານ 20 ປະເທດທົ່ວໂລກທີ່ສົນໃຈສັ່ງຊື້ວັກແຊັງດັ່ງກ່າວຈາກຣັດເຊຍແລ້ວ.

ທັງນີ້, ວັກແຊັງດັ່ງກ່າວໄດ້ຕັ້ງຊື່ວ່າ “ ສະປຸດນິກ 5 ” ເຊິ່ງເປັນການຕັ້ງຊື່ຕາມດາວທຽມດວງທໍາອິດຂອງຣັດເຊຍ ທີ່ສົ່ງຂຶ້ນສູ່ວົງໂຄຈອນເປັນດວງທຳອິດຂອງໂລກ ເມື່ອປີ 1957.