ພາກການຜະລິດຂອງອາເມຣິກາ ຂະຫຍາຍຕົວ 3% ໃນເດືອນກໍລະກົດ

122

ສຳນັກຂ່າວຕ່າງປະເທດລາຍງານ ໂດຍອ້າງຂໍ້ມູນຈາກທະນາຄານກາງສະຫະລັດອາເມຣິກາ ໃຫ້ຮູ້ວ່າ: ການຜະລິດອຸດສາຫະກຳໃນສະຫະລັດອາເມຣິກາ ເພີ່ມຂຶ້ນ 3% ໃນເດືອນກໍລະກົດຜ່ານມາ ໂດຍໄດ້ແຮງຍູ້ຈາກການຜະລິດລົດ, ຫຼັງຈາກທີ່ລັດຖະບານໄດ້ຜ່ອນຜັນມາດຕະການລັອກດາວ ເພື່ອຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ – 19.

ນອກຈາກນີ້, ຍັງໄດ້ແຮງຍູ້ຈາກບັນດາໂຮງງານທີ່ກັບມາເປີດດຳເນີນກິດຈະການ, ການຂຸດຄົ້ນບໍ່ແຮ່ ແລະ ສາທາລະນຸປະໂພກ ໂດຍພາກການຜະລິດຂອງໂຮງງານຂະຫຍາຍຕົວ ປະມານ 3,4%, ສາທາລະນຸປະໂພກ ເພີ່ມຂຶ້ນ 3,3% ແລະ ການຂຸດຄົ້ນບໍ່ແຮ່ ເພີ່ມຂຶ້ນ 0,8% ໃນເດືອນກໍລະກົດຜ່ານມາ, ຫຼັງຈາກທີ່ລັດຖະບານສະຫະລັດໄດ້ອອກມາດຕະການອະນຸຍາດໃຫ້ພາກທຸລະກິດ ສາມາດກັບມາດຳເນີນກິດຈະການອີກຄັ້ງໃນຫຼາຍເມືອງ, ຂະນະທີ່ຍອດຜູ້ຂໍໃຊ້ສິດໃນຖານະເປັນຜູ້ວ່າງງານປະຈຳອາທິດກໍຫຼຸດລົງຕ່ຳກວ່າ 1 ລ້ານຄົນ ໃນອາທິດຜ່ານມາ.