ເລີ່ມຕົ້ນແນວໃດໃຫ້ໄດ້ກຳໄລກັບທຸລະກິດຊື້ມາຂາຍໄປ

365

ໃນປັດຈຸບັນການຂາຍອອນລາຍມີການແຂ່ງຂັນສູງ ທັງຜູ້ຄ້າໜ້າໃໝ່, ໜ້າເກົ່າ ຕ່າງເຮັດວິທີດຶງລູກຄ້າກັນແບບບໍ່ຍອມກັນ ສ່ວນໃຫຍ່ການຂາຍອອນລາຍໃນບ້ານເຮົາກໍເປັນການຊື້ມາຂາຍໄປ, ແລ້ວຖ້າການແຂ່ງຂັນສູງຍັງເປັນທຸລະກິດທີ່ໜ້າເຮັດຢູ່ ຫຼື ບໍ່?.

ຄໍລຳຊື້ໄດ້ຂາຍໝານ ມື້ນີ້ຈະມາແນະນຳຈຸດເລີ່ມຕົ້ນຂອງທຸລະກິດຊື້ມາຂາຍໄປ ຕັ້ງແຕ່ການຫາເຄື່ອງມາຂາຍ, ຂາຍອອນລາຍ ຫຼື ຂາຍໜ້າຮ້ານເລືອກແບບໃດດີ ໂດຍມີວິທີດັ່ງນີ້:

ສຳລັບຄົນທີ່ກຳລັງຈະເລີ່ມຕົ້ນທຸລະກິດຊື້ມາຂາຍໄປ ຕ້ອງຮູ້ກ່ອນວ່າຊື້ມາຂາຍໄປ ຄືຫຍັງ: ຊື້ມາຂາຍໄປ ຄືການທີ່ເຮົາໄປຊື້ສິນຄ້າຈາກຜູ້ຂາຍ ບໍ່ວ່າຈະຊື້ໂດຍກົງຈາກຜູ້ຜະລິດສິນຄ້າ, ພໍ່ຄ້າຄົນກາງທີ່ຮັບຊື້ມາຂາຍຕໍ່ອີກ ໂດຍບໍ່ຕ້ອງປ່ຽນແປງ, ແກ້ໄຂ ຫຼື ເພີ່ມຕື່ມສິນຄ້າເຫຼົ່ານັ້ນ ເວົ້າງ່າຍໆຄືຊື້ມາແນວໃດກໍຂາຍໄປແບບນັ້ນເລີຍ ກຳໄລຂອງການຊື້ມາຂາຍໄປ ກໍຄືເງິນສ່ວນຕ່າງຂອງການຂາຍ, ຍົກຕົວຢ່າງ: ເຮົາໄປຮັບເສື້ອຜ້າມາຈາກຕະຫຼາດ ຊື້ເສື້ອມາໂຕລະ 50 ພັນກີບ ແຕ່ເອົາມາຂາຍຕໍ່ໄດ້ໂຕລະ 1 ແສນກີບ ກໍຈະໄດ້ກຳໄລ 50 ພັນກີບ.

ຊື້ມາຂາຍໄປ ຂາຍຫຍັງດີ: ເປັນຄຳຖາມທີ່ຕັ້ງຂຶ້ນຫຼາຍຂອງຜູ້ທີ່ກຳລັງຊອກຫາຂາຍສິນຄ້າວ່າຂາຍຫຍັງດີ? ເຄັດລັບການຫາສິນຄ້າມາຂາຍ ຄືຂາຍສິ່ງທີ່ມີຄວາມຮູ້ຢູ່ແລ້ວຂາຍສິ່ງທີ່ຮູ້ຈັກ, ຂາຍເຄື່ອງທີ່ມີຄຸນນະພາບ, ເຊື່ອຖືໄດ້ຢ່າງໜ້ອຍເຮົາຄືຜູ້ຂາຍກໍຕ້ອງເຊື່ອກ່ອນວ່າສິນຄ້າດີ, ມີຄຸນນະພາບແທ້ເຊັ່ນ: ຈະຂາຍເຄື່ອງສຳອາງກໍຕ້ອງເປັນເຄື່ອງສຳອາງທີ່ມີເລກ ອຢ ຮັບຮອງຄັກແນ່, ມີໃບຮັບຮອງສິນຄ້າທີ່ຖືກຕ້ອງເຫຼົ່ານີ້ເປັນຕົ້ນ.

ຊື້ມາຂາຍໄປ ຂາຍໜ້າຮ້ານ ຫຼື ຂາຍອອນລາຍ? ທຸລະກິດຊື້ມາ ຂາຍໄປ ສິນຄ້າມີຫຼາກຫຼາຍປະເພດໃຫ້ເລືອກ ຊື້ມາຂາຍຕໍ່ຫຼາຍໆຄົນແນະນຳໃຫ້ຂາຍອອນລາຍ ແຕ່ຂໍແນະນຳວ່າບໍ່ແມ່ນສິນຄ້າທຸກຢ່າງຈະຂາຍອອນລາຍແລ້ວຂາຍດີ, ສິນຄ້າບາງຢ່າງກໍຂາຍໜ້າຮ້ານໄດ້ຫຼາຍກວ່າຂາຍອອນລາຍ, ແຕ່ກ່ອນຈະເລີ່ມເຮັດທຸລະກິດຊື້ມາຂາຍໄປ ຕ້ອງວາງແຜນທາງການຕະຫຼາດກ່ອນ ໂດຍແຜນທີ່ຈຳເປັນ ຄື: ຖ້າຂາຍໜ້າຮ້ານຕ້ອງຫາສະຖານທີ່ທີ່ເໝາະສົມ, ມີຄົນໄປມາຫຼາຍ, ຄູ່ແຂ່ງທີ່ຂາຍສິນຄ້າປະເພດດຽວກັບເຮົາມີໜ້ອຍ ແລະ ລູກຄ້າມີໂອກາດທີ່ຈະມາເບິ່ງສິນຄ້າ, ຊື້ສິນຄ້າເຮົາ.

ຖ້າຂາຍອອນລາຍ: ຫາເຄື່ອງມາຂາຍທີ່ເຮົາຮູ້ຈັກ ຫຼື ເຄີຍໃຊ້ງານຢູ່ແລ້ວຈະງ່າຍກວ່າການເລີ່ມຕົ້ນໃໝ່, ເບິ່ງກຸ່ມເປົ້າໝາຍທີ່ກຳລັງຕ້ອງການສິນຄ້ານີ້ ກຸ່ມຄົນເຫຼົ່ານັ້ນສ່ວນໃຫຍ່ເປັນຜູ້ຊາຍ ຫຼື ຍິງ ແລະ ເລືອກໃຊ້ໂຊຊຽວ ( Social ) ໃຫ້ເຂົ້າກັບກຸ່ມເປົ້າໝາຍ ເພາະຜູ້ໃຊ້ງານແຕ່ລະ Social ກໍຈະມີທຳມະຊາດທີ່ແຕກຕ່າງກັນ. ດັ່ງນັ້ນ, ຈະຕ້ອງເລືອກກຸ່ມເປົ້າໝາຍຈະຊ່ວຍເຮັດໃຫ້ເຮົາເລືອກ Social ໂປຣໂໝດສິນຄ້າໄດ້ງ່າຍຂຶ້ນ.