ກະຊວງແຜນການ ແລະ ການລົງທຶນ ( ຜທ ) ໄດ້ຈັດພິທີເປີດຫ້ອງມູນເຊື້ອ, ກາໝາຍໃໝ່ ແລະ ເວັບໄຊ ຂອງກະຊວງຂຶ້ນໃນທ້າຍອາທິດຜ່ານມາ ທີ່ຫໍມູນເຊື້ອກະຊວງໂດຍການເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງ ຜທ ໂດຍມີຄະນະນໍາກະຊວງ ແລະ ຕາງໜ້າ 3 ອົງການຈັດຕັ້ງມະຫາຊົນພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເວົ້າສະເພາະຫ້ອງມູນເຊື້ອກະຊວງ ຜທ ສ້າງຂຶ້ນເພື່ອຈາລຶກຄຸນງາມຄວາມດີ ແລະ ສະແດງຄວາມຮູ້ບຸນຄຸນຕໍ່ພະນັກງານການນຳປະຕິວັດອາວຸໂສຫຼາຍທ່ານທີ່ໄດ້ນໍາພາ – ຊີ້ນໍາວຽກງານ ຜທ ໃນແຕ່ລະໄລຍະ, ພ້ອມທັງສະແດງການເຕີບໃຫຍ່ຂອງກົງຈັກພັກ ແລະ ພະນັກງານ, ສະແດງຜົນສໍາເລັດ ແລະ ຜົນງານດ້ານວິຊາສະເພາະ ແລະ ການເຄື່ອນໄຫວຂອງ 3 ອົງການຈັດຕັ້ງມະຫາຊົນຕະຫຼອດໄລຍະ 45 ປີຜ່ານມາ.
ສໍາລັບກາໝາຍໃໝ່ກະຊວງ ໄດ້ຜ່ານການຄັດເລືອກຈາກຂະບວນການແຂ່ງຂັນອອກແບບກາໝາຍໃໝ່ ເພື່ອຄຳນັບຮັບຕ້ອນກອງປະຊຸມໃຫຍ່ອົງຄະນະພັກກະຊວງ ຜທ ຄັ້ງທີ IV ເຊິ່ງຈະເປີດຂຶ້ນໃນມໍ່ໆນີ້, ສະມາຊິກພັກ – ພະນັກງານຢູ່ບັນດາໜ່ວຍພັກໄດ້ສຸມສະຕິປັນຍາໃນການຄົ້ນຄວ້າອອກແບບກາໝາຍໃໝ່ດ້ວຍຄວາມຮັບຜິດຊອບສູງ ແລະ ນຳສົ່ງກາໝາຍທັງໝົດ ຈໍານວນ 37 ຮູບແບບ ຈາກ 9 ໜ່ວຍພັກ ເພື່ອເຂົ້າຮ່ວມແຂ່ງຂັນ. ຈາກນັ້ນ, ຄະນະຮັບຜິດຊອບ ແລະ ຄະນະພັກ – ຄະນະນໍາ ໄດ້ພ້ອມກັນຄັດເລືອກກາໝາຍໃໝ່ທີ່ສ່ອງແສງເຖິງພາລະບົດບາດຂອງກະຊວງໃນການຊຸກຍູ້ການພັດທະນາເສດຖະກິດ – ສັງຄົມຂອງປະເທດຕາມທິດຍືນຍົງ ແລະ ສີຂຽວ.
ພ້ອມກັນນັ້ນ, ການເປີດເວັບໄຊ ກະຊວງ www.mpi.gov.la ເປັນບາດກ້າວໄໝ່ໃນການໂຄສະນາເຜີຍແຜ່ກ່ຽວກັບພາລະບົດບາດ, ນິຕິກໍາ, ການເຄື່ອນໄຫວ ແລະ ຜົນງານດ້ານຕ່າງໆ ເພື່ອໃຫ້ສັງຄົມທົ່ວໄປ, ນັກຮຽນ – ນັກສຶກສາ, ນັກລົງທຶນ, ຄູ່ຮ່ວມພັດທະນາ ແລະ ພາກສ່ວນອື່ນໆຮັບຊາບຢ່າງທົ່ວເຖິງ ເຊິ່ງເປັນລະບົບ ແລະ ເປັນເອກະພາບ, ເວັບໄຊກະຊວງໄດ້ສ້າງຂຶ້ນຕາມຮູບແບບ G-web platform ຂອງລັດຖະບານ ໂດຍການຊ່ວຍເຫຼືອທາງດ້ານເຕັກນິກຈາກສູນບໍລິຫານລັດດ້ວຍເອເລັກໂຕຣນິກ ແລະ ການສະໜັບສະໜູນງົບປະມານໃນການປັບປຸງເວັບໄຊຈາກໂຄງການສ້າງຄວາມເຂັ້ມແຂງວຽກງານຄຸ້ມຄອງທຶນຊ່ວຍເຫຼືອທາງການເພື່ອການພັດທະນາຢູ່ ສປປ ລາວ ໃຫ້ມີປະສິດທິຜົນ ( ລາວ/033 ).
( ເນື້ອໃນ – ຮູບ: ພະແນກຂໍ້ມູນ – ຂ່າວສານ, ກະຊວງ ຜທ ) [ ຂ່າວ: ສົມສະຫວິນ ]