ສິນຄ້າລາວໄດ້ຮັບກາໝາຍໂອດ໊ອບກວ່າ 800 ຜະລິດຕະພັນ

256

ປັດຈຸບັນສິນຄ້າລາວທີ່ຕິດກາໝາຍໂອດ໊ອບແລ້ວ 218 ຫົວໜ່ວຍ ມີ 810 ຜະລິດຕະພັນ ກວມເອົາ 214 ບ້ານ, ໃນ 96 ເມືອງ. ໃນນີ້, ມີໜ່ວຍຜະລິດສິນຄ້າປະເພດຫັດຖະກໍາ ກວມ 59%.

ຕາມການລາຍງານຂອງກົມສົ່ງເສີມການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ ໃຫ້ຮູ້ວ່າ: ມາຮອດປັດຈຸບັນສາມາດສໍາເລັດການຕິດປ້າຍກາໝາຍ ODOP ແຫ່ງຊາດ ແລະ ໄດ້ມີການຈັດຕັ້ງປະຕິບັດອອກອະນຸຍາດນໍາໃຊ້ກາໝາຍສິນຄ້າ ODOP ແຫ່ງຊາດ ໄດ້ທັງໝົດ 218 ຫົວໜ່ວຍ ລວມມີ 810 ຜະລິດຕະພັນ ກວມເອົາ 214 ບ້ານ, ໃນ 96 ເມືອງໃນຂອບເຂດທົົ່ວປະເທດ. ມີບັນດາຫົວໜ່ວຍຜະລິດສິນຄ້າປະເພດຫັດຖະກໍາ ກວມເອົາ 59% ( 128 ຫົວໜ່ວຍ ); ຫົວໜ່ວຍຜະລິດສິນຄ້າປະເພດອາຫານ ແລະ ເຄື່ອງດື່ມ ກວມເອົາ 36% ( 79 ຫົວໜ່ວຍ ); ຫົວໜ່ວຍຜະລິດສິນຄ້າປະເພດຢາພື້ນເມືອງ ກວມເອົາ 5% ( 11 ຫົວໜ່ວຍ ); ການຜະລິດສິນຄ້າຫັດຖະກໍາມີປະມານ 586 ຜະລິດຕະພັນ, ອາຫານ ແລະ ເຄື່ອງດື່ມມີ 171 ຜະລິດຕະພັນ ແລະ ຜະລິດຕະພັນປະເພດຢາພື້ນເມືອງ ມີປະມານ 53 ຜະລິດຕະພັນ ເຊິ່ງໃນນັ້ນປີ 2019 ເປັນປີທີ່ມີການອອກອະນຸຍາດຫຼາຍກວ່າທຸກໆປີຜ່ານມາ.

ນອກນັ້ນ, ໃນປີຜ່ານມາ ໄດ້ຈັດງານວາງສະແດງສິນຄ້າທີ່ ສປປ ລາວ ຮ່ວມກັບຕ່າງປະເທດໄດ້ຫຼາຍຄັ້ງ. ໃນນັ້ນ, ມີງານວາງສະແດງລາວ – ໄທ 2 ຄັ້ງ, ລາວ – ຫວຽດນາມ 2 ຄັ້ງ ແລະ ລາວ – ຈີນ 2 ຄັ້ງ ເຊິ່ງຫົວໜ່ວຍທຸລະກິດເຂົ້າຮ່ວມແຕ່ລະຄັ້ງຫຼາຍກວ່າ 150 ຫົວໜ່ວຍ ລວມທັງໝົດປະມານ 500 ກວ່າຫົວໜ່ວຍ ແລະ ຍັງໄດ້ນໍາພານັກທຸລະກິດລາວເຂົ້າຮ່ວມງານວາງສະແດງຢູ່ຕ່າງປະເທດອີກ ເຊັ່ນ: ໄທ, ສປ ຈີນ, ສສ ຫວຽດນາມ, ສ.ເກົາຫຼີ, ຍີ່ປຸ່ນ ແລະ ອື່ນໆ. ໃນຂະນະດຽວກັນ, ກໍໄດ້ໂຄສະນາສິນຄ້າລາວຜ່ານທາງເວັບໄຊ Plaosme, ວາລະສານສິນຄ້າໂອດ໊ອບ ແລະ ສູນວາງສະແດງສິນຄ້າໂອດ໊ອບ.

ສໍາລັບການຄົ້ນຄວ້ານະໂຍບາຍເພື່ອປະຕິບັດໂຄງການຂອງລັດຖະບານໃນການຄໍ້າປະກັນສະບຽງອາຫານ ແລະ ສົ່ງເສີມການຜະລິດເປັນສິນຄ້າ ໂດຍສະເພາະໃນຂອດປຸງແຕ່ງຜົນຜະລິດກະສິກໍາ ແລະ ການຕະຫຼາດ ໄດ້ປະຕິບັດຕາມແຜນງານຢ່າງລະອຽດ ເຊິ່ງສະແດງອອກໃນຜົນສໍາເລັດຂອງການສົ່ງເສີມການຜະລິດຫັນເປັນໂຄງການສະເພາະ ເຊັ່ນ: ໂຄງການຜະລິດປາຫ້ວຍໝໍ້, ເຂົ້າຫອມສັງທອງ, ການຝຶກອົບຮົມການພັດທະນາສິນຄ້າທົົ່ວປະເທດ ແລະ ບົດແນະນໍາການສົ່ງອອກເຂົ້າໄປ ສປ ຈີນ.

ສ່ວນການສົ່ງເສີມການຜະລິດ ແລະ ການຄ້າຂອງສິນຄ້າອຸດສາຫະກໍາ ເຊິ່ງໄດ້ມີການສົ່ງອອກໄປ ສປ ຈີນ ຜ່ານງານວາງສະແດງ ແລະ ການຈັບຄູ່ທຸລະກິດໃໝ່ໆໃນໂອກາດເຂົ້າຮ່ວມງານວາງສະແດງໃຫຍ່ໆຢູ່ຕ່າງປະເທດເປັນຕົ້ນ ໄດ້ເຊັນການສົ່ງອອກເຂົ້າສໍາເລັດ 20 ພັນໂຕນ ແລະ ໄດ້ສືບຕໍ່ເຊັນການສົ່ງອອກເຂົ້າເພີ່ມຕື່ມອີກ 50 ພັນໂຕນ ແລະ ໄດ້ນໍາເອົາສິນຄ້າເຊັນສັນຍາໄປຮ່ວມວາງສະແດງທີ່ຕ່າງປະເທດ ພ້ອມທັງຈັບຄູ່ທຸລະກິດທຸກໆຄັ້ງ.

ສໍາລັບວຽກງານສົ່ງເສີມສິນຄ້າທ່າແຮງ: ກົມສົ່ງເສີມການຄ້າໄດ້ລົງຕິດຕາມຄະນະລັດຖະບານ ແລະ ພ້ອມທັງເກັບກໍາຂໍ້ມູນ ແລະ ຈັດກອງປະຊຸມປຶກສາຫາລືກັບຂະແໜງການທີ່ກ່ຽວຂ້ອງຢູ່ແຂວງຈໍາປາສັກ ເພື່ອແກ້ໄຂບັນຫາລາຄາກາເຟຕົກຕ່ຳ ພ້ອມທັງສະເໜີມາດຕະການວິທີແກ້ໄຂໄລຍະສັ້ນ ແລະ ຍາວ ຕາມແຈ້ງການຂອງຫ້ອງວ່າການສຳນັກງານນາຍົກ ເພື່ອລາຍງານຕໍ່ກອງປະຊຸມນາຍົກ – ຮອງນາຍົກລັດຖະມົນຕີ; ໄດ້ຈັດງານວາງສະແດງອາຫານນານາຊາດ LIFE 2019 ເຊິ່ງມີທຸລະກິດເຂົ້າຮ່ວມ ຈໍານວນ 170 ຫົວໜ່ວຍ ມູນຄ່າສິນຄ້າທີ່ນໍາມາວາງສະແດງລວມປະມານ 1 ຕື້ກວ່າກີບ; ສໍາເລັດການລົງເກັບກໍາຂໍ້ມູນ – ຂ່າວສານຕະຫຼາດເຂົ້ານໍາຫົວໜ່ວຍທຸລະກິດໂຮງສີເຂົ້າ 10 ແຂວງເປົ້າໝາຍຂອງໂຄງການ ຄື: ນະຄອນຫຼວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ, ຈໍາປາສັກ, ສາລະວັນ, ວຽງຈັນ, ໄຊ ຍະບູລີ, ບໍ່ແກ້ວ ແລະ ແຂວງ ຫຼວງນໍ້າທາ.

ປັດຈຸບັນແມ່ນໄດ້ເຮັດສໍາເລັດການປ້ອນຂໍ້ມູນຈາກແບບຟອມລົງກັບກໍາຂໍ້ ມູນ – ຂ່າວສານຕະຫຼາດເຂົ້າຂອງຫົວໜ່ວຍທຸລະກິດໂຮງສີເຂົ້າ ແລະ ຜູ້ສົ່ງອອກເຂົ້າ ເຂົ້າໃນຖານຂໍ້ມູນ ແລະ ສາມາດນໍາເອົາຂໍ້ມູນຕົວຈິງມາວິເຄາະ, ວິໄຈໃນການສ້າງນະໂຍບາຍຊຸກຍູ້ສົ່ງເສີມຜູ້ຜະລິດ ແລະ ບັນດາທຸລະກິດເກັບຊື້ເຂົ້າແບບເປັນຕ່ອງໂສ້ໃນຕໍ່ໜ້າ. ພ້ອມກັນນີ້, ທາງກົມໄດ້ສ້າງຖານຂໍ້ມູນເຂົ້າ, ສັດໃຫຍ່ ແລະ ໄດ້ລົງໄປໃຫ້ ຄວາມຮູ້ແກ່ແຂວງເປົ້າໝາຍໃນການເກັບກໍາຂໍ້ມູນ ພ້ອມໄດ້ວາງຄາດໝາຍຈະສາມາດສ້າງຖານຂໍ້ມູນ ແລະ ເກັບຂໍ້ມູນດ້ານ ຄວາມຕ້ອງການ ແລະ ການສະໜອງໃຫ້ສໍາເລັດໃນປີ 2020 ນີ້.