ຜະລິດຕະພັນກີລາ ມາຍເວ ສະປອດແວ ( My Way Sportswear LAOS ) ກາຍເປັນອີກຜະລິດຕະພັນທີ່ຮ່ວມເປັນສ່ວນໜຶ່ງໃນການພັດທະນາວົງການບານເຕະລາວຢ່າງແທ້ຈິງ ເລີ່ມຈາກການສະໜັບສະໜູນ 2 ສະໂມສອນລຸຍບານເຕະລາຍການ ຄອມມານໂດ ລາວລີກ 2 ລະດູການ 2020.
ທ່ານ ພຸດທະພອນ ສີວິໄຊ ຜູ້ກໍ່ຕັ້ງຜະລິດຕະພັນກີລາ ມາຍເວ ສະປອດແວ ເຊິ່ງເປັນເຄື່ອງກີລາພິມລາຍຂອງຄົນລາວ ກ່າວວ່າ: ມາຍເວ ສ້າງຕັ້ງບໍລິສັດຂຶ້ນມາເປັນປີທີ 2 ແລ້ງ ເຊິ່ງວ່າປີທໍາອິດກໍມີຜົນຕອບຮັບເປັນຢ່າງດີໃນການແຂ່ງຂັນບານເຕະທົ່ວໄປ ໂດຍພວກເຮົາຢຶດຖື 3 ຢ່າງຄື ທົນກວ່າ, ງາມກວ່າ ແລະ ໄວກວ່າ ເປັນວິໄສທັດໃນການເຮັດທຸລະກິດ
“ ປັດຈຸບັນ ພວກເຮົາມີ 10 ສາຂາຍ່ອຍ, ໂດຍສາຂາໃຫຍ່ແມ່ນຢູ່ທີ່ຂ້າງສະໜາມບິນວັດໄຕ ແລະ ໄອເຕັກມໍ ຊັ້ນ 3. ແນ່ນອນພວກເຮົາມີຄວາມຕ້ອງການຢາກຂະຫຍາຍສາຂາ ໂດຍສະເພາະປີ 2020 ແມ່ນໃຫ້ມີສາຂາໃຫຍ່ໆໄດ້ 3 ພາກກໍຄື ພາກເໜືອ, ພາກກາງ ແລະ ພາກໃຕ້ ເພາະປັດຈຸບັນແມ່ນມີພຽງຢູ່ພາກກາງທີ່ນະຄອນຫຼວງວຽງຈັນ ທີ່ວ່າເປັນສາຂາໃຫຍ່, ສ່ວນອີກ 2 ປີຕໍ່ໜ້າແມ່ນຕັ້ງເປົ້າໄວ້ຈະໃຫ້ມີສາຂາໃຫຍ່ຂອງພວກເຮົາທົ່ວປະເທດ ”, ທ່ານ ພຸດທະພອນ ກ່າວ.
ທ່ານ ພຸດທະພອນ ກ່າວອີກວ່າ: ເປັນຫຍັງພວກເຮົາຈິ່ງສະໜັບສະໜູນສະໂມສອນໃນຄອນມານໂດ ລາວລີກ 2 ລະດູການນີ້ ໄດ້ແກ່ ສະໂມສອນ ເຄພີເອັສ ເອັຟຊີ ແລະ ວຽງຈັນ ຢູໄນເຕັດ ສະໂມສອນລະ 20 ລ້ານກວ່າກີບ ກໍເພາະພວກເຮົາມີຄວາມຕັ້ງໃຈໃຫ້ສະໂມສອນໃນບ້ານເຮົາໄດ້ມີເສື້ອກີລາທີ່ມີຄຸນນະພາບ ແລະ ເປັນການຜະລິດຂອງຄົນລາວ 100%, ສິ່ງສໍາຄັນແມ່ນການເປັນສ່ວນໜຶ່ງຂອງການພັດທະນາວົງການກີລາວຢ່າງແທ້ຈິງ.
“ ສໍາລັບ ມາຍເວ ເປັນຜະລິດຕະພັນ ເສື້ອພິມລາຍ ຂອງຄົນລາວ 100% ເຊິ່ງຮັບອອກແບບຜະລິດເສື້ອກີລາແບບຄົບວົງຈອນ ແລະ ອອກແບບໄດ້ຕາມໃຈຂອງລູກຄ້າ, ກ່ອນຈະຜະລິດພວກເຮົາຈະສົ່ງຮູບ 3D ຢ່າງລະອຽດໃຫ້ກັບລູກຄ້າເລືອກຕາມໃຈມັກ. ອັນທີ່ພິເສດຂອງ ມາຍເວ ແມ່ນຄວາມທົນທານ, ທັນສະໄໝ ແລະ ຄວາມສວຍງາມ ສາມາດຊັກຈັກຊັກຜ້າໄດ້ສະບາຍໆ ”, ທ່ານ ພຸດທະພອນ ກ່າວເນັ້ນ
ຂ່າວ: ຄໍາສອນ
ຮູບ: ສຸກສະຫວັນ