ຢູມັນນີ ໄດ້ຮັບລາງວັນ ດ້ານຜະລິດຕະພັນ ແລະ ການບໍລິການທີ່ເປັນເລີດ

150

ບໍລິສັດ ສະຕາ ໂທລະຄົມ ຈຳກັດ ໄດ້ຮັບເລືອກໃຫ້ເປັນຜູ້ຊະນະລາງວັນ Silver Stevie® ໃນຫົວຂໍ້ ນະວັດຕະກຳໃໝ່ ດ້ານຜະລິດຕະພັນ ແລະ ການບໍລິການສຳລັບຜູ້ບໍລິໂພກ ( Award for Innovation in Consumer Products & Services ) ດ້ວຍຜະລິດຕະພັນ u-money ໃນງານປະກາດລາງວັນ Asia- Pacific Stevie Awards ປະຈໍາປີ 2020 ນີ້. ເຊີ່ງໃນປີນີ້ລາງວັນ The Asia-Pacific Stevie Awards ມີຜູ້ຖືກສະເໜີຊື່ກ່ວາ 1,000 ລາຍຊື່ ຈາກ 29 ປະເທດ.

ຜະລິດຕະພັນ ຢູມັນນີ u-money ພາຍໃຕ້ການຄຸ້ມຄອງ ດໍາເນີນທຸລະກິດຂອງບໍລິສັດ ສະຕາ ຟີນເທັກ ຈໍາກັດຜູ້ດຽວ ເຊິ່ງເປັນ ບໍລິສັດໃນເຄືອຂອງ ບໍລິສັດ ສະຕາ ໂທລະຄົມ (Unitel) ໂດຍໃນໄລຍະທໍາອິດເລີ່ມເປີດໃຫ້ບໍລິການ ຢູມັນນີ (u-money) ພາຍໃຕ້ການຊີ້ນໍາຄຸ້ມຄອງຈັດຕັ້ງຖືກຕາມ ລະບຽບກົດໝາຍຂອງທະນາຄານແຫ່ງ ສປປ ລາວ ໂດຍການພັດທະນາຄົ້ນຄວ້າອອກແບບບໍລິການຢູມັນນີ (u-money) ມີທີ່ປຶກສາຊ່ຽວຊານຂອງອົງການຈັດຕັ້ງສາກົນ ຂອງກອງທຶນເພື່ອການພັດທະນາສະຫະປະຊາຊາດ (UNCDF) ນັບແຕ່ຕັ້ງແຕ່ປີ 2014 ເພື່ອພັດທະນາ (u-money) ສ້າງໃຫ້ບໍລິການມີຄຸນນະພາບ ແລະ ເໝາະສົມຕາມຄວາມຕ້ອງການຂອງປະຊາຊົນລາວ ທີ່ນໍາໃຊ້ຕົວຈິງ ແລະ ເລີ່ມເປີດໃຫ້ທົດລອງບໍລິການ ເດືອນ ສິງຫາ ປີ 2018 ຈົນເຖິງປະຈຸບັນ u-money ມີຫຼາຍກວ່າ 10.000 ຮ້ານຕົວແທນທີ່ໃຫ້ບໍລິການ u-money ແລະ ມີເກືອບ 100.000 ເລກໝາຍທີ່ນໍາໃຊ້ບໍລິການໃນທົ່ວປະເທດ.

ບໍລິການຢູມັນນີ ສາມາດເຮັດທຸລະກຳ ໂອນເງິນ-ຖອນເງິນ ອອກເປັນເງິນສົດ – ການຊໍາລະ ບໍລິການຕ່າງໆ ໂດຍຜ່ານລະບົບມືຖື ສ້າງຄວາມສະດວກສະບາຍໃຫ້ແກ່ລູກຄ້າ ທີ່ນໍາໃຊ້ມືຖືໃນທົ່ວປະເທດ.

ພິເສດ: ແມ່ນອໍານວຍຄວາມສະດວກໃຫ້ແກ່ລູກຄ້າທີ່ນໍາໃຊ້ມືຖືຫຼາຍກວ່າ 3 ລ້ານເລກໝາຍ ຂອງຢູນີເທວ ເຊິ່ງແນ່ນອນ u-money ຈະຊ່ວຍໃຫ້ປະຊາຊົນ ທີ່ດໍາລົງຊີວິດຢູ່ເຂດຫ່າງໄກສອກຫຼີກ ກໍ່ສາມາດນໍາໃຊ້ບໍລິການດ້ານການເງິນ – ການທະນາຄານໄດ້ຢ່າງສະດວກ ເປັນຕົ້ນແມ່ນການເຂົ້າເຖິງການຝາກເງິນ-ຖອນເງິນ-ໂອນເງິນ, ສ້າງຄວາມລຶ້ງເຄີຍແກ່ປະຊາຊົນ ຮູ້ນໍາໃຊ້ທຸລະກຳການເງິນໃນຮູບແບບດີຈີຕອນ ເຊິ່ງຈະເຮັດໃຫ້ເປັນການສົ່ງເສີມສ້າງພື້ນຖານໃນການພັດທະນາ ເສດຖະກິດຊຸມຊົນໃຫ້ນັບມື້ນັບດີຂຶ້ນເທື່ອລະກ້າວ.