ຄະນະນໍາຂັ້ນສູງຂອງລາວ ເດີນທາງໄປວາງພວງມາລາໄຫວ້ອາໄລ ແດ່ສະຫາຍ ເລຂາຟຽວ ອາດີດເລຂາທິການໃຫຍ່ ຂອງ ສສ ຫວຽດນາມ

195

ໃນຕອນເຊົ້າຂອງວັນທີ 14 ສິງຫາ 2020 ທີ່ຜ່ານມາ, ຄະນະຜູ້ແທນຂັ້ນສູງ ພັກ, ລັດ ລາວ ນໍາໂດຍ ສະຫາຍ ທອງລຸນ ສີສຸລິດ, ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງສາທາລະນະລັດ ປະຊາທິປະໄຕປະຊາຊົນລາວ ໄດ້ເດີນທາງໄປວາງພວງມາລາໄຫວ້ອາໄລ ສະຫາຍ ເລຂາຟຽວ, ອະດີດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ເຊິ່ງໄດ້ເຖິງແກ່ມໍລະນະກໍາ ເມື່ອວັນທີ 7 ສິງຫາ 2020 ຜ່ານມາ.

ພາຍຫລັງພິທີໄຫວ້ອາໄລທາງການແລ້ວ, ສະຫາຍ ທອງລຸນ ສີສຸລິດ ກໍ່ໄດ້ຕາງໜ້າຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ສະພາແຫ່ງຊາດ, ລັດຖະບານ, ສູນກາງແນວລາວສ້າງຊາດ ຂຽນຄວາມຮູ້ສຶກລົງໃນປື້ມໄຫວ້ອາໄລ, ເຊິ່ງມີເນື້ອໃນບາງຕອນວ່າ: “ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ສະພາແຫ່ງຊາດ, ລັດຖະບານ, ສູນກາງແນວລາວສ້າງຊາດ ມີຄວາມໂສກເສົ້າເສຍດາຍເປັນຢ່າງຍິ່ງ ເມື່ອໄດ້ຮັບຂ່າວການຈາກໄປຂອງ ສະຫາຍເລຂາຟຽວ, ອາດີດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຢ່າງບໍ່ມີວັນຫວນກັບມາ.

ການຈາກໄປຂອງສະຫາຍເລຂາຟຽວ ເປັນການສູນເສຍອັນໃຫຍ່ຫລວງຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ, ສູນເສຍນັກປະຕິວັດຜູ້ອົງອາດກ້າຫານບໍ່ຍອມຈຳນົນ, ຜູ້ນຳທີ່ເຄົາລົບຮັກຂອງພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ.

ຕະຫລອດໄລຍະຫລາຍທົດສະຫວັດທີ່ຜ່ານມາ ສະຫາຍ ເລຂາຟຽວ ໄດ້ມີການປະກອບສ່ວນຢ່າງໃຫຍ່ຫລວງເຂົ້າໃນພາລະກິດສ້າງສາພັດທະນາ ແລະ ປົກປັກຮັກສາປະເທດຊາດຫວຽດນາມ ເຮັດໃຫ້ປະເທດຊາດຫວຽດນາມ ມີການພັດທະນາຢ່າງບໍ່ຢຸດຢັ້ງ.

ການຈາກໄປຂອງສະຫາຍ ຍັງເປັນການສູນເສຍເພື່ອນຮ່ວມຮົບປະຕິວັດຜູ້ອາດຫານ, ສູນເສຍສະຫາຍທີ່ສະໜິດສະໜົມ ແລະ ໃກ້ຊິດທີ່ສຸດຂອງພັກ, ລັດແລະ ປະຊາຊົນລາວ. ສະຫາຍເປັນຜູ້ໜຶ່ງທີ່ໄດ້ມີການປະກອບສ່ວນສຳຄັນ ເຂົ້າໃນການເສີມຂະຫຍາຍແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດລາວ ແລະ ຫວຽດນາມຕະຫລອດມາ.

ໂອກາດດຽວກັນ, ສະຫາຍ ທອງລຸນ ສີສຸລິດ ພ້ອມດ້ວຍຄະນະ ຍັງໄດ້ພົບປະກັບ ສະຫາຍ ຫງວຽນຊວັນຟຸກ, ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ. ໃນການພົບປະຄັ້ງນີ້, ສະຫາຍ ທອງລຸນ ສີສຸລິດ ໄດ້ກ່າວສະແດງຄວາມອາໄລອາວອນຢ່າງສຸດຊຶ້ງ ແລະ ຂໍແບ່ງເບົາຄວາມທຸກໂສກ ມາຍັງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ສະພາແຫ່ງຊາດ, ລັດຖະບານ, ແນວໂຮມປະເທດຊາດຫວຽດນາມກໍ່ຄືຄອບຄົວ, ຍາດຕິພີ່ນ້ອງຂອງສະຫາຍເລຂາຟຽວ; ຕາງໜ້າໃຫ້ພັກ, ລັດຖະບານລາວ ສະແດງຄວາມເຫັນໃຈ ຕໍ່ສະຫາຍຫວຽດນາມ ທີ່ໄດ້ຮັບຜົນກະທົບຈາກການລະບາດພະຍາດໂຄວິດ-19 ຮອບໃໝ່ ແລະ ເຊື່ອໝັ້ນວ່າ ດ້ວຍການເອົາໃຈໃສ່ຢ່າງໃກ້ຊິດຈາກການນຳພັກ-ລັດ ແລະ ການນໍາໃຊ້ມາດຕະການທີ່ເຂັ້ມງວດ, ທັນການ ສສ ຫວຽດນາມ ຈະສາມາດຄວບຄຸມພະຍາດດັ່ງກ່າວນີ້ໄດ້ຢ່າງສິ້ນເຊິງໃນໄວໆນີ້; ທັງໄດ້ສະແດງຄວາມຊົມເຊີຍ ສສ ຫວຽດນາມ, ໃນສະພາບການທີ່ມີຄວາມຫຍຸ້ງຍາກ ພ້ອມຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19, ແຕ່ກໍ່ໄດ້ເຮັດໜ້າທີ່ເປັນສະມາຊິກບໍ່ຖາວອນສະພາຄວາມໝັ້ນຄົງ ສປຊ ແລະ ປະທານ ອາຊຽນຢ່າງຕັ້ງໜ້າ.

ຂໍ້ມູນຈາກ: ຂ່າວສານປະເທດລາວ