“ຕົ້ມຍຳກະດູກອ່ອນ” ເມນູທີ່ລົດຊາດແຊ່ບ ເຜັດ

123

ມື້ນີ້ເຮົາຈະມານຳສະເໜີເມນູທີ່ເຜັດ ແຊ່ບກັບເມນູຕົ້ມຍຳກະດູກອ່ອນ ທີ່ມາພ້ອມກັບໃບກະເພົາ ທີ່ອຸດົມໄປດ້ວຍທາດເຫຼັກ ແລະ ເຫັດຟາງ ທີ່ມີວິຕາມິນຊີ ເຊິ່ງທັງສອງຢ່າງນີ້ມີສ່ວນຊ່ວຍໃຫ້ພູມຄຸ້ມກັນເຮັດວຽກໄດ້ຕາມປົກກະຕິ ເຮົາມາເບິ່ງສ່ວນປະກອບ ແລະ ວິທີເຮັດກັນເລີຍ.

ສ່ວນປະກອບຂອງເມນູມີ: ກະດູກອ່ອນໝູ 500 ກຣາມ, ຂ່າຊອຍເປັນແຜ່ນ 4 ຕ່ອນ, ຫົວສີໄຄທຸບ 1 ຕົ້ນ, ໃບຂີ້ຫູດຈີກ 5 ໃບ, ຫອມບົ່ວແຫ້ງທຸບ 5 ຫົວ, ຄະນໍຕົ້ມຍຳກ້ອນ 1 ກ້ອນ, ນ້ຳປາ 2 ບ່ວງຊາ, ນ້ຳຕານ 1 ບ່ວງຊາ, ໝາກເຜັດປົ່ນ 1/2 ບ່ວງແກງ, ໝາກເຜັດຂີ້ໜູສັບ, ໝາກນາວ, ເຫັດຟາງ 80 ກຣາມ, ໃບກະເພົາ 1 ກຳມື, ຫອມເປຊອຍໂຮຍໜ້າ ແລະ ໝາກເຜັດແຫ້ງ.

ວິທີເຮັດ

1 ຕົ້ມນ້ຳໃຫ້ຟົດແລ້ວໃສ່ກະດູກອ່ອນໝູລົງໄປ ຕົ້ມດ້ວຍໄຟອ່ອນເປັນເວລາ 1 ຊົ່ວໂມງ ຫຼັງຈາກນັ້ນໃສ່ຂ່າ, ຫົວສີໄຄ, ໃບຂີ້ຫູດ ແລະ ຫອມບົ່ວແຫ້ງລົງໄປ.

2 ໃສ່ຄະນໍກ້ອນຕົ້ມຍຳ ແລະ ເຄື່ອງປຸງຕ່າງໆລົງໄປ ຊິມລົດຊາດຕາມຄວາມມັກ ແລ້ວໃສ່ເຫັດຝາງລົງໄປ ພ້ອມຄົນໃຫ້ເຂົ້າກັນປ່ອຍໃຫ້ໝໍ້ຟົດ ຫຼັງຈາກນັ້ນໃສ່ໃບກະເພົາປິດທ້າຍ.

3 ຍົກໝໍ້ລົງຈາກເຕົາ ພ້ອມຕັກເສີບໃສ່ຖ້ວຍ ໂຮຍຫອມເປ ແລະ ໝາກເຜັດແຫ້ງຈືນເພື່ອຄວາມສວຍງາມ.