ແນະນໍາຮູບເງົາ 2 ເລື່ອງທີ່ໜ້າຕິດຕາມ

221

ສະບາຍດີທ່ານຜູ້ອ່ານທີ່ຮັກແພງ ກ່ອນໜ້ານີ້ຜູ້ຂຽນເຄີຍນໍາສະເໜີກ່ຽວກັບຮູບເງົາໄປກ່ອນແລ້ວ ຫວັງວ່າແຕ່ລະເລື່ອງຈະຖືກໃຈທຸກທ່ານບໍ່ຫຼາຍກໍໜ້ອຍ ແລະ ມື້ນີ້ຄໍລໍາບັນເທີງ ຂໍພາທຸກຄົນມາອັບເດດຮູບເງົາຕ່າງປະເທດທີ່ໜ້າຕິດຕາມອີກຄັ້ງ ໂດຍມີ 2 ເລື່ອງ ທີ່ມາແຮງ ແລະ ໜ້າສົນໃຈທີ່ສຸດ ໃຫ້ທຸກຄົນໄດ້ລອງໄປຫາມາເບິ່ງ ເຊື່ອວ່າບໍ່ຜິດຫວັງແນ່ນອນ.

ເລື່ອງທໍາອິດແມ່ນເລື່ອງ The Conjuring: The Devil Made Me Do It ຫຼັງຈາກຂະຫຍາຍຈັກກະວານຜີສິງດ້ວຍຮູບເງົາເລື່ອງອື່ນໆມາຫຼາຍເລື່ອງ The Conjuring ທີ່ຖືວ່າເປັນພາກຫຼັກກໍາລັງຈະກັບມາອີກຄັ້ງ ແລະ ກັບໄປເລົ່າເລື່ອງຂອງຄູ່ຜົວເມຍ Warren ທີ່ຕ້ອງຕໍ່ສູ້ກັບສິ່ງເໜືອທໍາມະຊາດ ທີ່ຄະດີໃນເທື່ອນີ້ຈະເປັນຄະດີຂອງຜູ້ຕ້ອງສົງໄສຄະດີຄາຕະກໍາທີ່ໃຫ້ປາກຄໍາວ່າ ຜີສາດເປັນຄົນສັ່ງໃຫ້ເຮັດ ເຊິ່ງສິ່ງນັ້ນເຮັດໃຫ້ຄູ່ຜົວເມຍ Warren ຕ້ອງປະທະກັບຜີສາດທີ່ພວກເຂົາຄາດບໍ່ເຖິງ ໂດຍຮູບເງົາເລື່ອງນີ້ໄດ້ Michael Chaves ຈາກ The Curse of La Llorona ມາກໍາກັບ ສ່ວນ James Wan ທີ່ວຽກລົ້ນມືຈະມາເປັນໂປຣດິວເຊີຂອງຕົວຮູບເງົາແທນ ຄາດວ່າຮູບເງົາເລື່ອງນີ້ຍັງຈະຄົງກິ່ນອາຍຄວາມສະຫຍອງຂວັນກັບຄວາມສໍາພັນຂອງມະນຸດມາປົນກັບຄະດີທີ່ເກີດຂຶ້ນຈິງໄດ້ຢ່າງກົມກ່ອມຄືກັບທີ່ຜູ້ກໍາກັບຄົນມີຊື່ສຽງເຄີຍເຮັດມາ.

ເລື່ອງທີສອງທີ່ຜູ້ຂຽນຢາກແນະນໍາແມ່ນ The King’s Man ເປັນຮູບເງົາພາກຕໍ່ເຊັ່ນກັນທີ່ຜູ້ກໍາກັບ Matthew Vaughn ເລົ່າເລື່ອງຂອງໜ່ວຍງານສາຍລັບສຸພາບບຸລຸດມາແລ້ວເຖິງສອງພາກ ເທື່ອນີ້ຜູ້ ກ່ຽວຈະພາຜູ້ເບິ່ງເດີນທາງຢ້ອນກັບໄປໃນໄລຍະຍຸກປີ 1900 ແລະ ບອກກ່າວເຖິງພາລະກິດທໍາອິດຂອງ Kingsman ໜ່ວຍຂ່າວກອງອິດສະຫຼະທີ່ຕັດສິນ ໃຈອອກປະຕິບັດການເພື່ອລະງັບການກໍ່ສົງຄາມທີ່ມີ Grigori Rasputin ຜູ້ຖືກຂະໜານາມວ່າເປັນພໍ່ມົດຈາກຣັດເຊຍ ເປັນຜູ້ເລີ່ມຕົ້ນ ເຖິງຈະເປັນພາກຢ້ອນອະດີດແຕ່ສາກຕໍ່ສູ້ກໍໜ້າຈະຍັງຄົງຄວາມຫວືຫວາອະລັງການເລືອດສາດກັນພໍສົມຄວນ ແລະ ນີ້ເປັນອີກຄັ້ງ ທີ່ຜູ້ກໍາກັບ Matthew Vaughn ຈັບເອົານັກສະແດງຊາຍລຸ້ນໃຫຍ່ ອາຍຸເກີນ 50 ປີ ມາຮັບບົດຕໍ່ສູ້ແບບຟ້ຽວຟ້າວອີກຄັ້ງ ແລະ ຮູບເງົາເລື່ອງນີ້ຈະເປັນການປູທາງໄປໃຫ້ພາກຕໍ່ທີ່ຈະສະຫຼຸບເລື່ອງຂອງ Harry Harty ກັບ Eggsy ທີ່ເປັນຕົວເອກໃນສອງພາກທໍາອິດອີກດ້ວຍ.

( ທີ່ມາ: https://thematter.co/entertainment/movie/ )