ເຕັກນິກການຂັບລົດຈັກໃນລະດູຝົນ

233

ວິທີຂັບລົດຈັກໃນລະດູຝົນ ຫຼື ໃນໄລຍະຝົນຕົກຂັບແນວໃດໃຫ້ປອດໄພ ເພາະຝົນຕົກການຂັບລົດຈັກແມ່ນບໍ່ສະດວກ.

ສິ່ງທຳອິດຄວນກວດກາ ຄວາມພ້ອມຂອງລົດຈັກໃຫ້ສະໝໍ່າສະເໝີ ເປັນຕົ້ນແມ່ນ ເບຣກ, ຢາງຕີນລົດ, ນໍ້າມັນເຄື່ອງ, ລະບົບໄຟ ແລະ ອຸປະກອນອື່ນໆ, ຄວນຢູ່ໃນສະພາບທີ່ພ້ອມໃຊ້ງານ ຫາກມີຊິ້ນສ່ວນໃດທີ່ບໍ່ໜ້າໄວ້ວາງໃຈໃຫ້ຮີບຟ້າວປ່ຽນທັນທີ.

ໝວກກັນນ໋ອກຄວນເລືອກໝວກທີ່ມີ windshield ແບບປິດໜ້າ ເພື່ອການປ້ອງກັນນໍ້າຝົນຕົກໃສ່ໜ້າ ແລະ ຕາໃນເວລາຂັບຂີ່ ແລະ ສີດສະເປກັນນໍ້າເພື່ອບໍ່ໃຫ້ນໍ້າຝົນຕິດແວ່ນໝວກ.

ເສື້ອກັນຝົນຈໍາເປັນຕ້ອງມີເພື່ອປ້ອງກັນບໍ່ໃຫ້ເສື້ອຜ້າປຽກນໍ້າ ເພາະເມື່ອເສື້ອປຽກນໍ້າການຂັບຂີ່ລົດຈັກອາດຈະເຮັດໃຫ້ຮ່າງກາຍໜາວເຢັນສົ່ງຜົນໃຫ້ການຕອບສະໜອງໃນການຂັບຂີ່ຫຼຸດລົງ.

ຖົງຢາງ ຫຼື ແຜ່ນຢາງກັນນໍ້າ ພ້ອມດ້ວຍເຊືອກມັດ ເພື່ອເອົາໄວ້ປ້ອງກັນບໍ່ໃຫ້ເຄື່ອງປຽກນໍ້າ, ຕ້ອງມີສະມາທິໃນການຂັບຂີ່ຕະຫຼອດເວລາບໍ່ໃຫ້ປຽກນໍ້າ.

ເຕັກນິກການຂັບລົດໃນລະດູຝົນ ເຮົາຈະສັງເກດວ່າຜູ້ຂັບຂີ່ລົດຈັກສ່ວນໃຫຍ່ຈະຢຸດຂັບທັນທີທີ່ຝົນຕົກ ແລະ ຊອກຫາບ່ອນສາມາດຫຼົບຝົນ, ຈອດລົດໄວ້ລໍຖ້າໃຫ້ຝົນເຊົາຕົກກ່ອນຈຶ່ງເດີນທາງຕໍ່ ແຕ່ຖ້າຫາກຈໍາເປັນຕ້ອງຂັບລົດລຸຍນໍ້າຝົນໄປ ເຕັກນິກການຂັບຂີ່ລົດຈັກລຸຍນໍ້າຝົນ ມີຄື:

ຫຼຸດຄວາມໄວໃນການຂັບຂີ່ຈະຊ່ວຍຫຼຸດອາການມື່ນໄຫຼໄດ້ຫຼາຍຂຶ້ນ.

ເພີ່ມໄລຍະຫ່າງລະຫວ່າງລົດຈັກເຮົາກັບລົດຈັກຄົນອື່ນ ເພື່ອປ້ອງກັນອຸບັດເຫດ ຫຼື ເຫດສຸກເສີນ.

ເພີ່ມໄລຍະການເບຣກໃຫ້ຫຼາຍຂຶ້ນ ເນື່ອງຈາກວ່າເສັ້ນທາງປຽກເຮັດໃຫ້ປະສິດທິພາບໃນການຢຶດເກາະເສັ້ນທາງຫຼຸດລົງ.

ຫຼີກລຽງການຂັບລົດລົງບວກນໍ້າທັງນ້ອຍ ແລະ ໃຫຍ່ ເພາະອາດເບິ່ງບໍ່ອອກວ່ານໍ້າໃນບວກນັ້ນເລິກ ຫຼື ຕື້ນພຽງໃດ ເພາະອາດຈະເຮັດໃຫ້ລົດເສຍຫຼັກລົ້ມລົງໄດ້.

ໝັ່ນໃຊ້ເບຣກໜ້າ ແລະ ຫຼັງພ້ອມກັນສະເໝີ ຈະຊ່ວຍໃຫ້ລົດຊົງໂຕໄດ້ດີ ແລະ ມີໄລຍະຢຸດດີຂຶ້ນ.

ຖ້າຝົນຕົກແຮງໃຫ້ຫາຈຸດຈອດ ແລະ ຢຸດການສັນຈອນທັນທີ ເພາະນອກຈາກວິໄສທັດໃນການເບິ່ງເຫັນເສັ້ນທາງແລ້ວ ການຄວບຄຸມລົດກໍຍາກ.

ຂັບລົດຈັກລຸຍນໍ້າຖ້ວມ ຕາມຄວາມເປັນຈິງແລ້ວຢາກແນະນໍາໃຫ້ຫຼີກລຽງເສັ້ນທາງທີ່ມີນໍ້າຖ້ວມຂັງ ແຕ່ເມື່ອມີຄວາມຈໍາເປັນທີ່ເຮົາຕ້ອງຂັບລົດລຸຍນໍ້າຖ້ວມກໍມີເຕັກນິກ ຄື:


ບໍ່ຄວນຂັບລົດລຸຍນໍ້າຖ້ວມທີ່ມີລະດັບສູງເກີນລະດັບທໍ່ໄອເສຍ.

ບິດຄັນເລັ່ງຄົງທີ່ຄ່ອຍໆຂັບດ້ວຍເກຍຕໍ່າ.

ບໍ່ຄວນຫຼຸດຄັນເລັ່ງລົງຫຼາຍເກີນໄປໃຊ້ຄວາມໄວຄົງທີ່ໃນລະຫວ່າງລຸຍນໍ້າ.

ເມື່ອຜ່ານໄລຍະນໍ້າຖ້ວມແລ້ວໃຫ້ຂັບຊ້າໆ ແລະ ເບຣກເລື້ອຍໆ ເພື່ອຮີດນໍ້າອອກຈາກຜ້າເບຣກ.

ບໍ່ຄວນເລັ່ງເຄື່ອງຈັກທັນທີທີ່ຜ່ານໄລຍະນໍ້າຖ້ວມ ເພາະເສັ້ນທາງຍັງມື່ນຢູ່ອາດເກີດອຸບັດເຫດໄດ້.

ເຖິງວ່າຂັບລົດຈັກໃນເສັ້ນທາງຕົວເມືອງ ແລະ ໃນຊົນນະບົດ ເມື່ອຝົນຕົກຢາກແນະນໍາໃຫ້ຢຸດພັກກ່ອນຈະເປັນການດີ ແຕ່ຖ້າຈໍາເປັນຕ້ອງຂັບຕໍ່ກໍຢ່າລືມເອົາເຕັກນິກທີ່ຂຽນໄວ້ຂ້າງເທິງນີ້ໄປປັບໃຊ້ເພື່ອຄວາມປອດໄພໃນການຂັບລົດຈັກໃນໄລຍະຝົນຕົກ.

( ຂໍ້ມູນ: https://car.kapook.com/view227447.html )