ຕົວເລກແຈ້ງວ່າງງານໃນສະຫະລັດຫຼຸດລົງ ຄາດອາດເປັນເພາະຖືກຕັດເງິນຊ່ວຍເຫຼືອ

68

ສຳນັກຂ່າວຕ່າງປະເທດລາຍງານວ່າ: ຕົວເລກຜູ້ຍື່ນຂໍໃຊ້ສິດໃນຖານະເປັນຜູ້ວ່າງງານລາຍໃໝ່ໃນສະຫະລັດອາເມຣິກາຕໍ່າກວ່າ 1 ລ້ານຄົນໃນອາທິດຜ່ານມາ ເຊິ່ງເປັນຄັ້ງທຳອິດນັບແຕ່ເດືອນມີນາເປັນຕົ້ນມາ.

ຜູ້ຊ່ຽວຊານດ້ານຕະຫຼາດແຮງງານຂອງສະຫະລັດລະບຸວ່າ: ຕະຫຼາດການຈ້າງງານໃນສະຫະລັດຍັງບໍ່ມີສັນຍານວ່າຈະດີຂຶ້ນ ແລະ ການມີຜູ້ມາລົງທະບຽນໃນຖານະເປັນຜູ້ວ່າງງານລາຍໃໝ່ຫຼຸດລົງເຫຼືອພຽງ 963.000 ຄົນໃນອາທິດຜ່ານມາ ຈາກອາທິດກ່ອນມີຜູ້ມາລົງທະບຽນ 1,2 ລ້ານຄົນນັ້ນ ອາດເປັນເພາະວ່ານະໂຍບາຍການຈ່າຍເງິນຊ່ວຍເຫຼືອຜູ້ວ່າງງານອາທິດລະ 600 ໂດລາ ໄດ້ຢຸດຕິລົງໃນທ້າຍເດືອນກໍລະກົດຜ່ານມາ.

ແນວໃດກໍຕາມ, ເມື່ອອາທິດຜ່ານມາປະທານາທິບໍດີ ໂດນັນ ທຣຳ ໄດ້ເຊັນຄຳສັ່ງພິເສດ ເພື່ອສືບຕໍ່ຈ່າຍເງິນໃຫ້ຜູ້ວ່າງງານ ແຕ່ຫຼຸດລົງຈາກ 600 ໂດລາສະຫະລັດ ເຫຼືອ 400 ໂດລາສະຫະລັດຕໍ່ອາທິດ.

ການລົງທະບຽນຂໍໃຊ້ສິດໃນຖານະເປັນຜູ້ວ່າງງານໃນສະຫະລັດເຄີຍມີຕົວເລກສູງສຸດເຖິງ 6,9 ລ້ານຄົນຕໍ່ອາທິດ ເມື່ອທ້າຍເດືອນມີນາຜ່ານມາ, ແນວໃດກໍຕາມເຖິງວ່າມີຜູ້ຂໍລົງທະບຽນໃນຖານະເປັນຜູ້ວ່າງງານຈະຕ່ຳກວ່າ 1 ລ້ານຄົນຕໍ່ອາທິດ ແຕ່ຕົວເລກລວມຜູ້ວ່າງງານໃນສະຫະລັດຍັງຄົງຢູ່ໃນລະດັບສູງ ເຊິ່ງຄາດວ່າຈະມີ 28 ລ້ານກວ່າຄົນ ຫຼື ຄິດເປັນສັດສ່ວນ 1 ໃນ 5 ຂອງປະຊາກອນໃນໄວເຮັດວຽກຢູ່ສະຫະລັດອາເມຣິກາ.