ຫາລືແຜນງານໂຄງການສິນເຊື່ອຈຸນລະວິສາຫະກິດ

69

ໃນວັນທີ 13 ສິງຫາ 2020 ກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ( ທສວ ), ກະຊວງອຸດສາຫະກຳ ແລະ ການຄ້າ ( ອຄ ) ໄດ້ຈັດກອງປະຊຸມປຶກສາຫາລືແຜນດໍາເນີນງານໂຄງການສະໜອງສິນເຊື່ອຈຸນລະວິສາຫະກິດທີ່ຫ້ອງປະຊຸມກະຊວງ ອຄ ໂດຍມີຜູ້ເຂົ້າຮ່ວມທັງໝົດ 36 ທ່ານ ຈາກຂະແໜງການກ່ຽວຂ້ອງ.

ຈຸດປະສົງຂອງກອງປະຊຸມແມ່ນ ເພື່ອນຳສະເໜີແຜນການເບື້ອງຕົ້ນທີ່ກຳນົດວິທີ ແລະ ເງື່ອນໄຂຕ່າງໆທີ່ຈຳເປັນໃນການສະໜອງສິນເຊື່ອໃຫ້ຈຸນລະວິສາຫະກິດໃຫ້ຂະແໜງການຜະລິດ ໂດຍຜ່ານສະຖາບັນການເງິນຈຸລະພາກ ແລະ ລະດົມຄວາມຄິດເຫັນຈາກພາກສ່ວນກ່ຽວຂ້ອງ ແລ້ວນຳເອົາຄວາມຄິດເຫັນເຫຼົ່ານັ້ນໄປປັບປຸງແຜນດຳເນີນງານ ແລະ ວິທີການສະໜອງສິນເຊື່ອຈຸນລະວິສາຫະກິດໃຫ້ແທດເໝາະກັບຄວາມເປັນຈິງ ສາມາດຈັດຕັ້ງປະຕິບັດໄດ້ ແລະ ມີຄວາມຍືນຍົງ.

ກອງປະຊຸມຄັ້ງນີ້ໄດ້ມີການນໍາສະເໜີຜົນການຄົ້ນຄວ້າ ແລະ ສະເໜີແນວຄິດເບື້ອງຕົ້ນກ່ຽວກັບວິທີການ, ເງື່ອນໄຂຕ່າງໆໃນການສະໜອງສິນເຊື່ອໃຫ້ຈຸນລະວິສາຫະກິດ ແລະ ຂໍ້ຈໍາກັດໃນການເຂົ້າເຖິງແຫຼ່ງທຶນໃນລະບົບຂອງຈຸນລະວິສາຫະກິດ ເຊິ່ງໂຄງການນີ້ຈະຊ່ວຍຫຼຸດຕົ້ນທຶນດ້ານການເງິນ ແລະ ການດຳເນີນງານຂອງສະຖາບັນການເງິນຈຸລະພາກ ທັງເປັນການສະໜອງແຫຼ່ງທຶນທີ່ມີຕົ້ນທຶນຕໍ່າ, ການໃຫ້ການຊ່ວຍເຫຼືອດ້ານເຕັກນິກວິຊາການແກ່ຈຸນລະວິສາຫະກິດ ແລະ ຜູ້ຜະລິດຂະໜາດນ້ອຍ ເພື່ອສາມາດປັບປຸງທຸລະກິດຂອງຕົນເອງ ແລະ ມີທຶນໝູນວຽນທີ່ເໝາະສົມ ເພື່ອຄວາມສາມາດໃນການແຂ່ງຂັນ.

ໂຄງການສິນເຊື່ອຈຸນລະວິສາຫະກິດ ຈະເລີ່ມທົດລອງຈັດຕັ້ງປະຕິບັດ ພາຍຫຼັງທີ່ສໍາເລັດການຄັດເລືອກເອົາ 4 ສະຖາບັນການເງິນຈຸລະພາກ ທີ່ໄດ້ເງື່ອນໄຂເຂົ້າຮ່ວມໂຄງການ, ໂຄງການດັ່ງກ່າວນີ້ ຈະນໍາໃຊ້ທຶນສະສົມຂອງ ທສວ ຈຳນວນ 2 ຕື້ກວ່າກີບ ຈັດຕັ້ງປະຕິບັດໃນໄລຍະ 5 – 6 ປີ.
ປີ 2020 ທສວ ໄດ້ເນັ້ນການປ່ອຍສິນເຊື່ອໃຫ້ SME ທີ່ຂຶ້ນທະບຽນວິສາຫະກິດ ແລະ ດຳເນີນທຸລະກິດຢ່າງເປັນທາງການ ຜ່ານ 6 ທະນາຄານທຸລະກິດ, ທສວ ໂດຍມີທຶນປ່ອຍສິນເຊື່ອໃຫ້ SME 300 ກວ່າຕື້ກີບ.

( ຂໍ້ມູນ: ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ) [ ຂ່າວ: ພຸດຕີ້ ]