ກອງບັນຊາການທະຫານແຂວງຊຽງຂວາງ ລົງເຮັດວຽກຮ່ວມກັບ ສນຮ ແຂວງ

134

ໃນປັດຈຸບັນສິ່ງເສບຕິດເປັນໄພອັນຕະລາຍຕໍ່ສຸຂະພາບ ແລະ ຊີວິດຂອງຄົນໃນສັງຄົມ, ພາໃຫ້ເກີດມີປາກົດການຫຍໍ້ທໍ້ຕ່າງໆຢູ່ໃນຖັນແຖວໄວໜຸ່ມຊາວໜຸ່ມໃນຂົງເຂດປ້ອງກັນຊາດ ເວົ້າລວມ, ເວົ້າສະເພາະເກີດຂຶ້ນກັບອ້າຍນ້ອງພະນັກງານຈໍານວນໜຶ່ງ ທີ່ມາສຶກສາຮ່ຳຮຽນຕໍ່ຢູ່ສູນການສຶກສານອກໂຮງຮຽນແຂວງຊຽງ ຂວາງພວກເຮົາ. ສະນັ້ນ, ເມື່ອບໍ່ດົນມານີ້ ທ່ານ ພັນໂທ ສີພອນ ໄຊຍະສອນ ຫົວໜ້າພະແນກປ້ອງກັນພາຍໃນກອງບັນຊາການທະຫານແຂວງຊຽງ ຂວາງ ພ້ອມດ້ວຍພະນັກງານວິຊາການທີ່ກ່ຽວຂ້ອງ ໄດ້ສົມທົບກັບຜູ້ອໍານວຍການສູນການສຶກສານອກໂຮງຮຽນ ( ສນຮ ) ແຂວງ ເພື່ອລົງມາເຄື່ອນໄຫວເຮັດວຽກຢູ່ສູນດັ່ງກ່າວ.

ຈຸດປະສົງກໍເພື່ອເປັນການສໍາຫຼວດກວດກາຄືນຄວາມເປັນລະບຽບຮຽບຮ້ອຍຂອງອ້າຍນ້ອງພະນັກງານກໍາລັງ ປກຊ ຈາກກົມກອງອ້ອມຂ້າງທີ່ມາສຶກສາຕໍ່ຢູ່ສູນການສຶກສານອກໂຮງຮຽນແຂວງ ເພື່ອ ຄວາມສະຫງົບປອດໄພ ແລະ ຫ່າງໄກຈາກຢາເສບຕິດ. ໃນນັ້ນ, ຈະໄດ້ກວດສຸຂະພາບ ( ນ້ຳມຸດ ) ຂອງພະນັກງານ ປກຊ ຜູ້ທີ່ສົງໄສພົວພັນກັບສິ່ງເສບຕິດ, ຜ່ານການກວດຕົວຈິງແມ່ນພົບຜູ້ທີ່ຕ້ອງສົງໄສ 4 ສະຫາຍ ( ຈາກກອງ ຄ 4, ອົງການສືບຂ່າວ, ຄ 3 ນັກຮົບ ແລະ ກອງພັນ 256 ) ເຊິ່ງຜູ້ທີ່ຕ້ອງສົງໄສນີ້ຈະໄດ້ນໍາໄປສຶກສາອົບຮົມຕາມລະບຽບການທີ່ຂັ້ນເທິງວາງອອກໂດຍແທ້ຈິງ ເພື່ອເຮັດໃຫ້ສູນການສຶກສານອກໂຮງຮຽນແຂວງມີຄວາມປອດໄພ ແລະ ຫ່າງໄກຈາກສິ່ງເສບຕິດ.

[ ຮູບ – ຂ່າວ: ສອນທະວີ ໂພສະລາດ ]