ສື່ມວນຊົນ ເມືອງປາກລາຍ ໄດ້ຮັບການພັດທະນາດ້ານປະລິມານ ແລະ ຄຸນນະພາບ

112

ທ່ານ ບຸນມີ ສີອາທອນ ຮອງຫົວໜ້າຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເມືອງປາກລາຍ ແຂວງໄຊຍະບູລີ ໃຫ້ສຳພາດໃນໂອກາດວັນສ້າງຕັ້ງສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 70 ປີ ( 13/08/1950 – 13/08/2020 ) ວ່າ: ກ່ອນປີ 1990 ການເຄື່ອນໄຫວວຽກງານສື່ມວນຊົນ ແລະ ການພິມຈໍາໜ່າຍ ເມືອງປາກລາຍ ແຂວງໄຊຍະບູລີ ແມ່ນຍັງປະຖົມປະຖານ, ການເຄື່ອນໄຫວເກັບກຳຂ່າວ – ຂຽນຂ່າວ ແມ່ນຍັງຈໍາກັດຫຼາຍດ້ານ, ການສົ່ງຂ່າວໃຫ້ສື່ຂອງສູນກາງແມ່ນລາຍງານຜ່ານໂທລະສັບ ແລະ ສົ່ງທາງໂທລະສານ ( ແຟັກ ), ການຕອບສະໜອງຂໍ້ມູນ – ຂ່າວສານຍັງບໍ່ທັນກວ້າງຂວາງ.

ພາຍຫຼັງປີ 2017 ເປັນຕົ້ນມາ ວຽກງານສື່ມວນຊົນໄດ້ຮັບການປັບປຸງນັບທັງທາງດ້ານການຈັດຕັ້ງ, ດ້ານປະລິມານ ແລະ ຄຸນນະພາບ, ສ້າງສະຖານີວິທະຍຸກະຈາຍສຽງຊຸມຊົນ ຂຶ້ນເປັນແຫ່ງທໍາອິດຢູ່ເມືອງປາກລາຍ, ມີລະບົບໂທລະໂຄ່ງຢູ່ແຕ່ລະບ້ານ, ໄດ້ມີໜ່ວຍງານຂ່າວວິທະຍຸ, ໂທລະພາບ ໂດຍນໍາສົ່ງອອກຂ່າວຢູ່ສື່ສູນກາງເປັນຕົ້ນຕໍ.

ພາບປະກອບຂ່າວເທົ່ານັ້ນ

ຂະນະດຽວກັນການເກີດຂຶ້ນຂອງສື່ແບບໃໝ່ ໄດ້ສ້າງທັງກາລະໂອກາດ ແລະ ສິ່ງທ້າທາຍໃຫ້ແກ່ສື່ມວນຊົນ ຈາກເມື່ອກ່ອນແມ່ນມີແຕ່ສື່ຫຼັກເປັນຜູ້ນຳສະເໜີຂ່າວຕ່າງໆ ແຕ່ປັດຈຸບັນສື່ແບບໃໝ່ ສາມາດເຜີຍແຜ່ຂໍ້ມູນ – ຂ່າວສານທີ່ຢ່າງວ່ອງໄວ. ຢ່າງໃດກໍຕາມໃນຄວາມວ່ອງໄວກໍນຳມາເຊິ່ງຂໍ້ມູນທີ່ອາດບິດເບືອນຄວາມເປັນຈິງ, ສ້າງ ຄວາມສັບສົນແກ່ສັງຄົມ.

ສະນັ້ນ, ຕໍ່ສະພາບການດັ່ງກ່າວສື່ແບບເກົ່າຕ້ອງໄດ້ປັບຕົວ ເພື່ອປັບປຸງຄຸນນະພາບໃນການສົ່ງຂໍ້ມູນ – ຂ່າວສານຕ່າງໆຕ້ອງໃຫ້ມີຄວາມຊັດເຈນ, ທັນເຫດການ ເພື່ອຕອບໂຕ້ ແລະ ຊີ້ແຈງໃຫ້ປະຊາຊົນໄດ້ເຂົ້າໃຈ. ສື່ມວນຊົນລາວ ຕ້ອງໄດ້ເອົາໃຈໃສ່ໃນການປ່ຽນຖ່າຍ ເຕັກນິກວິທະຍາການແບບເກົ່າ, ອຸປະກອນແບບເກົ່າມາສູ່ແບບໃໝ່, ປ່ຽນແປງແບບແຜນວິທີເຮັດວຽກ ໂດຍການຫຼຸດກຳລັງຊັບພະຍາກອນມະນຸດລົງ ຫັນປ່ຽນການແບ່ງວຽກພາຍໃນສື່ມວນຊົນໃຫ້ແຕ່ລະຄົນມີຄວາມສາມາດຫຼາກຫຼາຍຂຶ້ນ ເຊັ່ນ: ເປັນທັງນັກຂ່າວ, ຊ່າງພາບ ແລະ ນັກຕັດຕໍ່ ແລະ ຜູ້ສົ່ງຂ່າວ ທັງໝົດນີ້ແນໃສ່ຮັບປະກັນການເປັນກະບອກສຽງອັນແຫຼມຄົມ ແລະ ນຳເອົາສື່ມວນຊົນລາວກ້າວສູ່ຄຸນນະພາບທັນສະໄໝ ແລະ ສາມາດເຊື່ອມໂຍງໄດ້ກັບສາກົນ.