6 ເດືອນຕົ້ນປີ ມີຄະດີເຂົ້າສານ 2 ພັນກວ່າເລື່ອງ

137

ມາຮອດປັດຈຸບັນທົ່ວປະເທດ ມີການຈັດຕັ້ງຂອງສານປະຊາຊົນ 69 ແຫ່ງ ມີພະນັກງານເກືອບ 2 ພັນຄົນ. ສໍາລັບ 6 ເດືອນຕົ້ນປີ, ມີຄະດີໃໝ່ເຂົ້າສານຂັ້ນຕົ້ນ 2.642 ເລື່ອງ, ຄະດີຄ້າງມາ 2.032 ເລື່ອງ ລວມທັງໝົດ 4.674 ເລື່ອງ.

ໃນວັນທີ 14 ສິງຫາ 2020 ທີ່ສານປະຊາຊົນສູງສຸດ ນະຄອນຫຼວງວຽງຈັນ ໄດ້ຈັດປາ ຖະກະຖາວັນສ້າງຕັ້ງສານປະຊາຊົນ ຄົບຮອບ 38 ປີ ( 15 ສິງຫາ 1982 – 15 ສິງຫາ 2020 ) ໃຫ້ກຽດປາຖະກະຖາໂດຍ ທ່ານ ຄຳມີ ໄຊຍະວົງ ອະດີດປະທານສານປະຊາຊົນສູງສຸດ, ມີ ທ່ານ ຄຳພາ ແສງດາຣາ ປະທານສານປະຊາຊົນສູງສຸດ ພ້ອມດ້ວຍຫົວໜ້າ – ຮອງຫົວໜ້າກົມ, ພະນັກງານ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ຄຳມີ ໄຊຍະວົງ ກ່າວວ່າ: ສານປະຊາຊົນໄດ້ສ້າງຕັ້ງຂຶ້ນ 15 ສິງຫາ 1982 ມາຮອດປັດຈຸບັນແມ່ນຄົບຮອບ 38 ປີ ເຊິ່ງໃນເບື້ອງຕົ້ນແມ່ນກະຊວງຍຸຕິທຳເຮັດໜ້າທີ່ຕົ້ນຕໍໃນການຈັດຕັ້ງປະຕິບັດກົດໝາຍ ໂດຍຖືເອົາຄໍາສັ່ງສະບັບເລກທີ 53/ນຍ ລົງວັນທີ 15 ຕຸລາ 1976 ກ່ຽວກັບການຈັບຕົວ, ການສືບສວນ ແລະ ການຕັດສິນຜູ້ກະທຳຜິດເປັນບ່ອນອີງໃນການເຄື່ອນໄຫວ ແລະ ຕັດສິນຄະດີ.

ເພື່ອບັດລຸທາດແທ້ອຸດົມການຂອງພັກທີ່ຈະຫັນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍລະບຽບກົດໝາຍກອງປະຊຸມກົມການເມືອງເປີດກວ້າງ ຄັ້ງວັນທີ 4 ສິງຫາ 1976 ຈຶ່ງໄດ້ພິຈາລະນາກ່ຽວກັບການປະຕິບັດໜ້າທີ່ວິຊາສະເພາະຂອງບັນດາກະຊວງ ໂດຍຕັ້ງຄະນະຄົ້ນຄວ້າວຽກງານວິຊາສະເພາະຂອງກະຊວງຍຸຕິທຳຂຶ້ນ ໂດຍໄດ້ແຕ່ງຕັ້ງຄະນະຄົ້ນຄວ້າວິຊາສະເພາະຮອບດ້ານຂອງພັກປະຈຳກະຊວງຍຸຕິທຳ ເພື່ອຄົ້ນຄວ້າແຜນນະໂຍບາຍ, ນະໂຍບາຍວຽກງານວິຊາສະເພາະຢ່າງຮອບດ້ານຂອງກະຊວງຍຸຕິທຳ, ສະພາບແວດລ້ອມດັ່ງກ່າວໄດ້ພາໃຫ້ມີການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງສານປະຊາຊົນມາເຖິງທຸກວັນນີ້.

ມາເຖິງປັດຈຸບັນການຈັດຕັ້ງຂອງສານປະຊາຊົນໃນທົ່ວປະເທດ ມີ 69 ແຫ່ງ ປະກອບມີ: ສານປະຊາຊົນສູງສຸດ 1 ແຫ່ງ, ສານປະຊາຊົນພາກ 3 ແຫ່ງ, ສານປະຊາຊົນແຂວງ, ນະຄອນ 18 ແຫ່ງ ແລະ ສານປະຊາຊົນເຂດ 43 ແຫ່ງ, ສານທະຫານ 4 ແຫ່ງ, ມີພະນັກງານທັງໝົດ 1.933 ທ່ານ ຍິງ 718 ທ່ານ.

ໃນໄລຍະ 6 ເດືອນ 2020 ຜ່ານມາ ມີຄະດີເຂົ້າໃໝ່ຢູ່ສານຂັ້ນຕົ້ນ 2.642 ເລື່ອງ, ຄະດີຄ້າງມາ 2.032 ເລື່ອງ ລວມທັງໝົດ 4.674 ເລື່ອງ, ໄດ້ພິຈາລະນາແກ້ໄຂແລ້ວ 2.150 ເລື່ອງ ເທົ່າກັບ 45,99%, ຄູ່ຄວາມພໍໃຈຕໍ່ຄຳຕັດສິນຂອງສານໂດຍບໍ່ຂໍອຸທອນ 1.707 ເລື່ອງ ເທົ່າກັບ 79,39%, ຄູ່ຄວາມບໍ່ພໍໃຈໄດ້ຂໍອຸທອນ 443 ເລື່ອງ ເທົ່າກັບ 20,60%, ຄະດີຂັ້ນອຸທອນຄ້າງມາ 390 ເລື່ອງ, ເຂົ້າໃໝ່ 443 ເລື່ອງ ລວມທັງໝົດ 833 ເລື່ອງ, ພິຈາລະນາແກ້ໄຂເປັນຂັ້ນອຸທອນແລ້ວ 317 ເລື່ອງ ເທົ່າກັບ 38,05%, ພາຍຫຼັງທີ່ສານຂັ້ນອຸທອນພິພາກສາແລ້ວ ຄູ່ຄວາມເຫັນດີໂດຍບໍ່ຂໍລົບລ້າງ 182 ເລື່ອງ ເທົ່າກັບ 57,41%, ຄູ່ຄວາມບໍ່ພໍໃຈໄດ້ຂໍລົບລ້າງ 153 ເລື່ອງ ເທົ່າກັບ 48,26%, ຄະດີຂັ້ນລົບລ້າງຄ້າງມາ 136 ເລື່ອງ, ເຂົ້າໃໝ່ 153 ເລື່ອງ ລວມທັງໝົດ 289 ເລື່ອງ, ໄດ້ພິຈາລະນາແກ້ໄຂເປັນຂັ້ນລົບລ້າງແລ້ວ 146 ເລື່ອງ ເທົ່າກັບ 50,51%.

ພາຍຫຼັງທີ່ໄດ້ພິພາກສາເປັນຂັ້ນລົບລ້າງ ແລະ ຂັ້ນສຸດທ້າຍທາງດ້ານກົດໝາຍແລ້ວ ມີຄໍາຕັດສິນ, ຄຳພິພາກສາທີ່ຫົວໜ້າອົງການໄອຍະການປະຊາຊົນສູງສຸດໄດ້ສະເໜີຮື້ຟື້ນມາຍັງສານປະຊາຊົນສູງສຸດ 18 ເລື່ອງ, ຄະດີຮື້ຟື້ນຄ້າງມາ 10 ເລື່ອງ ລວມຄະດີຮື້ຟື້ນທັງໝົດ 28 ເລື່ອງ, ໄດ້ພິຈາລະນາແລ້ວ 9 ເລື່ອງ, ຜົນຂອງການພິຈາລະນາຮັບຮື້ຟື້ນແລ້ວສົ່ງຄືນໃຫ້ສານຂັ້ນຕົ້ນພິຈາລະນາຄືນໃໝ່ 7 ເລື່ອງ, ບໍ່ຮັບຮື້ຟື້ນຕາມຄຳສະເໜີຂອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ 2 ເລື່ອງ, ຍັງຄ້າງ 19 ເລື່ອງ, ໄປຄຽງຄູ່ກັບການຕັດສິນ ແລະ ພິພາກສາຄະດີແລ້ວ ຍັງໄດ້ຮັບຄຳສະເໜີຂໍຄຳຊີ້ຂາດໂທດປະຫານຊີວິດໄດ້ມາຄົ້ນຄວ້າພິຈາລະນາ 107 ເລື່ອງ, ໄດ້ຄົ້ນຄວ້າອອກຄຳຊີ້ຂາດໂທດປະຫານຊີວິດແລ້ວ 20 ເລື່ອງ, ຍັງກຳລັງຄົ້ນຄວ້າພິຈາລະນາ 87 ເລື່ອງ.

[ ຂ່າວ: ສັນຕິ, ຮູບ: ສຸກສະຫວັນ ]