ທົບທວນການອຳນວຍຄວາມສະດວກທາງດ້ານການຄ້າ

149

ກົມການນໍາເຂົ້າ ແລະ ສົ່ງອອກ ກະຊວງອຸດສາຫະກຳ ແລະ ການຄ້າ ( ອຄ ) ໄດ້ຮ່ວມກັບບັນດາ ອຄ ແຂວງພາກເໜືອ ຈັດກອງປະຊຸມທົບທວນຄືນການຈັດຕັ້ງປະຕິບັດແຜນດຳເນີນງານວຽກອຳນວຍຄວາມສະດວກທາງດ້ານການຄ້າ ປີ 2017 – 2022 ແລະ ການຈັດຕັ້ງປະຕິບັດຄຳສັ່ງເລກທີ 12/ນຍ ວ່າດ້ວຍການອຳນວຍ ຄວາມສະດວກໃຫ້ແກ່ການນຳເຂົ້າ – ສົ່ງອອກ, ການນຳເຂົ້າຊົ່ວຄາວ, ການຜ່ານແດນ ແລະ ການເຄື່ອນຍ້າຍສິນຄ້າຢູ່ ສປປ ລາວ.

ກອງປະຊຸມດັ່ງກ່າວຈັດຂຶ້ນວັນທີ 11 ສິງຫາ 2020 ທີ່ ແຂວງຊຽງຂວາງ ເປັນປະທານ ທ່ານ ນາງ ມະນີວອນ ວົງໄຊ ຮອງຫົວໜ້າກົມການນໍາເຂົ້າ ແລະ ສົ່ງອອກ ມີຜູ້ຕາງໜ້າຈາກ 9 ແຂວງພາກເໜືອ.

ໃນໄລຍະຜ່ານມາ ການຈັດຕັ້ງປະຕິບັດວຽກງານອຳນວຍຄວາມສະດວກທາງດ້ານການຄ້າ ນັບແຕ່ປີ 2017 ເຖິງປັດຈຸບັນ ແມ່ນອີງໃສ່ແຜນດຳເນີນງານວຽກອໍານວຍຄວາມສະດວກທາງດ້ານການຄ້າ ປີ 2017 – 2022 ( ຕາມຂໍ້ຕົກລົງສະບັບເລກທີ 0051/ກຂອຄ ລົງວັນທີ 25 ກັນຍາ 2017 ) ເຊິ່ງວ່າການຈັດຕັ້ງປະຕິບັດແຜນດຳເນີນງານວຽກອຳນວຍຄວາມສະດວກທາງດ້ານການຄ້າ ປີ 2017 – 2022 ໄລຍະກາງສະໄໝຂອງຂັ້ນທ້ອງຖິ່ນ ແມ່ນບັນດາແຂວງໄດ້ສໍາເລັດການສ້າງຕັ້ງຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ( ຄອຄຂ ) ພາຍໃນແຂວງຂອງຕົນ ເພື່ອເປັນບ່ອນອີງ ແລະ ເປັນກົນໄກໃນການປະສານງານຢ່າງເປັນລະບົບ, ໄດ້ຮັບການສະໜັບສະໜູນ ແລະ ຊີ້ນຳ – ນຳພາຢ່າງໃກ້ຊິດຈາກຄະນະນຳຂອງແຂວງ ເຮັດໃຫ້ວຽກງານອຳນວຍຄວາມສະດວກທາງດ້ານການຄ້າໃນຂັ້ນແຂວງມີປະສິດທິຜົນດີເປັນກ້າວໆ.

ຄຽງຄູ່ກັນນັ້ນ, ກໍໄດ້ຜັນຂະຫຍາຍເນື້ອໃນຈິດໃຈຂອງຄໍາສັ່ງສະບັບເລກທີ 12/ນຍ, ບັນດາແຂວງໄດ້ຈັດກອງປະຊຸມພາຍໃນຄະນະ ຄອຄຂ ເພື່ອປຶກສາຫາລື, ຮ່ວມກັນແກ້ໄຂບັນຫາ ແລະ ຂໍ້ຫຍຸ້ງຍາກຕ່າງໆທີ່ຕິດພັນກັບວຽກອຳນວຍຄວາມສະດວກທາງດ້ານການຄ້າຂອງພາກທຸລະກິດ ເຊັ່ນ: ການຫຼຸດຜ່ອນຂັ້ນຂອດທີ່ເປັນອຸປະສັກຕໍ່ການຄ້າ, ການອອກອະນຸຍາດ, ການກວດກາຕາມເສັ້ນທາງ ແລະ ການຂົນສົ່ງ.
ທ່ານ ນາງ ມະນີວອນ ວົງໄຊ ໄດ້ກ່າວເຖິງແຜນສືບຕໍ່ຈັດຕັ້ງປະຕິບັດ 3 ຂໍ້ດັ່ງນີ້:

1 ສືບຕໍ່ນຳໃຊ້ກົນໄກກອງເລຂາຄະນະກຳມະການ ອຄ ຂັ້ນແຂວງ ເພື່ອເປັນບ່ອນປະສານງານ ລະຫວ່າງພາກລັດ ແລະ ພາກລັດ, ພາກລັດ ແລະ ພາກທຸລະກິດ ແນໃສ່ແກ້ໄຂບັນຫາທີ່ສ້າງຄວາມຫຍຸ້ງຍາກໃຫ້ແກ່ພາກທຸລະກິດ.

2 ຈັດຝຶກອົບຮົມໃຫ້ແກ່ຫ້ອງການ ອຄ ເມືອງ ພ້ອມທັງຂະແໜງການກ່ຽວຂ້ອງໃຫ້ກຳໄດ້ນິຕິກຳທີ່ຕິດພັນ, ຂັ້ນຕອນການອອກອະນຸຍາດຕ່າງໆ ແນໃສ່ຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດວຽກງານອຳນວຍຄວາມສະດວກທາງດ້ານການຄ້າ ໃຫ້ເປັນຂະບວນການຟົດຟື້ນ ແລະ ໄດ້ຮັບໝາກຜົນຫຼາຍຂຶ້ນ.

3 ຊຸກຍູ້ສົ່ງເສີມຂະແໜງການກ່ຽວຂ້ອງທັງໃນຂັ້ນແຂວງ ແລະ ເມືອງ ທີ່ເຫັນວ່າຍັງບໍ່ໄດ້ປັບປຸງ ແລະ ສ້າງແຜນວາດມາດຕະຖານການບໍລິການໃຫ້ສຳເລັດໂດຍໄວ ພ້ອມທັງເຜີຍແຜ່. ຄຽງຄູ່ກັນນັ້ນ, ກໍປັບປຸງ ແລະ ສ້າງນິຕິກຳໃຫ້ສອດຄ່ອງກັບຄຳສັ່ງເລກທີ 12/ນຍ ແນໃສ່ແກ້ໄຂບັນຫາການເຄື່ອນຍ້າຍສິນຄ້າທັງພາຍໃນ ແລະ ສົ່ງອອກຕ່າງປະເທດທີ່ຍັງພົບພໍ້ກັບຄວາມຫຍຸ້ງຍາກ.

( ຂໍ້ມູນ: ສູນຂໍ້ມູນຂ່າວສານທາງດ້ານການຄ້າ ) [ ຂ່າວ: ສັນຕິ ]