15 ສິງຫາ ວັນສ້າງຕັ້ງລັດຖະທຳມະນູນ ຄົບຮອບ 29 ປີ ( 15 ສິງຫາ 1991 – 15 ສິງຫາ 2020 )

1236

ລັດຖະທຳມະນູນແຫ່ງ ສປປ ລາວ ເຊິ່ງເປັນທີ່ເຂົ້າໃຈວ່າເປັນກົດໝາຍແມ່ຂອງ ປະເທດເຮົາມາຮອດປີ 2020 ນີ້ແມ່ນຄົບຮອບ 29 ປີແລ້ວ, ແລະມື້ນີ້ທີມຂ່າວເສດຖະກິດ-ການຄ້າຈະພາທ່ານມາຫວນຄືນປະຫວັດຄວາມເປັນມາຂອງວັນສຳຄັນດັ່ງກ່າວ.

ນັບແຕ່ວັນທີ 15 ສິງຫາ ປີ 1991 ເປັນຕົ້ນມາລັດຖະທຳມະນູນ ເຊິ່ງເປັນກົດໝາຍພື້ນຖານຂອງຊາດ ທັງເປັນການຫັນແນວທາງການປ່ຽນແປງໃໝ່ຢ່າງຮອບດ້ານ ທີ່ມີຫຼັກການຂອງພັກ ປະຊາຊົນ ປະຕິວັດລາວ ເພື່ອສຶກສາອົບຮົມປະຊາຊົນລາວບັນດາເຜົ່າໃຫ້ຍົກສູງນໍ້າໃຈຮັກຊາດ, ເຊີດຊູບົດບາດເປັນເຈົ້າການໃນການປົກປົກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕາມຈຸດໝາຍທີ່ກຳນົດໄວ້, ສ້າງສະຕິບັດຄົນພາຍໃນຊາດໃຫ້ເປັນເອກະພາບອັນໜຶ່ງອັນດຽວກັນ ພາຍໃຕ້ການນຳພາຂອງພັກ ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາປະເທດຊາດຂອງພວກເຮົາໃຫ້ມີໃບໜ້າໃໝ່, ແນໃສ່ເຮັດໃຫ້ປະເທດຊາດມີຄວາມເຂັ້ມແຂງເທື່ອລະກ້າວ.

ລັດຖະທຳມະນູນແມ່ນໝາກຜົນລວມຍອດແຫ່ງສະຕິປັນຍາ ແລະການປະກອບຄວາມຄິດເຫັນຢ່າງກວ້າງຂວາງຂອງປະຊາຊົນໃນທົ່ວປະເທດທີ່ສ່ອງແສງຢ່າງຈະແຈ້ງເຖິງເຈດຈຳນົງອັນສູງສົ່ງ ຍາວນານ ແລະຄວາມຕັດສິນໃຈອັນແຮງກ້າຂອງວົງຄະນະຍາດແຫ່ງຊາດ ທີ່ຈະພ້ອມກັນສູ້ຊົນເພື່ອບັນລຸຈຸດໝາຍສ້າງສາປະເທດລາວໃຫ້ເປັນປະເທດສັນຕິພາບ, ເອກະລາດ, ປະຊາທິໄປໄຕ, ເອກະພາບ ແລະວັດທະນາຖາວອນ.

ລັດຖະທຳມະນູນ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນກົດໝາຍພື້ນຖານຂອງສປປ.ລາວ ເຊິ່ງກຳນົດລະອຽດເຖິງລະບອບການເມືອງ, ລະບອບເສດຖະກິດ-ສັງຄົມ, ສິດ ແລະ ພັນທະພື້ນຖານຂອງພົນລະເມືອງລາວ, ຫຼັກການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົງຈັກລັດ ແຫ່ງ ສ.ປ.ປ.ລາວ.

ພາຍຫຼັງການຍົກເລີກລັດຖະທຳມະນູນ ແຫ່ງ ພະຣາຊະອານາຈັກລາວ ໃນ1975, ລັດຖະບານໃຫມ່ຂອງ ສປປ.ລາວ ໄດ້ປົກຄອງປະເທດໂດຍບໍ່ມີລັດຖະທຳມະນູນ ແລະ ກົດຫມາຍ ໂດຍອາໄສບັນດາຂໍ້ດຳລັດ, ມະຕິຕົກລົງ ແລະ ຄຳສັ່ງຕ່າງໆຂອງລັດ ເປັນບັນທັດຖານໃນການຄູ້ມຄອງສັງຄົມແທນ ເຊິ່ງແກ່ຍາວຈົນມາເຖິງປີ 1988 ພັກປະຊາຊົນປະຕິວັດລາວ ເຊິ່ງເປັນພັກກຳອຳນາດການປົກຄອງຢູ່ ສ.ປປ.ລາວ ຈຶ່ງໄດ້ມີນະໂຍບາຍປະຕິຮູບລະບົບການເມືອງການປົກຄອງຄືນໃຫມ່ ໂດຍສຸມໃສ່ການສ້າງລັດຖະທຳມະນູນ ແລະ ບັນດາລະບົບກົດຫມາຍຂຶ້ນມາ ເພື່ອເຮັດໃຫ້ ສ.ປປ.ລາວ ກາຍມາເປັນລັດທີ່ຄຸ້ມຄອງໂດຍກົດຫມາຍເທື່ອລະກ້າວ;

ດວ້ຍເຫດນັ້ນ, ສະພາປະຊາຊົນສູງສຸດ ເຊິ່ງເຮັດຫນ້າທີ່ເປັນອົງການນິຕິບັນຍັດໃນເວລານັ້ນ ຈຶ່ງໄດ້ມີການສ້າງກົດຫມາຍຊຸດທຳອິດຂອງ ສ.ປ.ປ.ລາວ ຂຶ້ນມາ ເຊິ່ງແມ່ນກົດຫມາຍອາຍາ ແລະ ບັນດາກົດຫມາຍແພ່ງຈຳນວນຫນຶ່ງພາຍໃນປີດັ່ງກ່າວ; ຫຼັງຈາກນັ້ນອີກ 3 ປີ ຈຶ່ງໄດ້ສ້າງລັດຖະທຳມະນູນສະບັບທຳອິດຂອງ ສ.ປປ.ລາວ ແລະ ຖືກປະກາດນຳໃຊ້ຢ່າງເປັນທາງການ ໃນວັນທີ 15 ສິງຫາ 1991.

ລັດຖະທຳມະນູນຂອງ ສ.ປ.ປ.ລາວ ສະບັບທຳອິດ ໃນປີ 1991 ປະກອບມີທັງຫມົດ10 ຫມວດ ແລະ 80 ມາດຕາ, ເຊິ່ງຕໍ່ມາໃນເດືອນພຶດສະພາ 2003 ກອງປະຊຸມສະໄຫມສາມັນຄັ້ງທີ 3 ຂອງສະພາແຫ່ງຊາດຊຸດທີ V ຈຶ່ງໄດ້ມີການຍື່ນຍັດຕິແກ້ໄຂລັດຖະທຳມະນູນເປັນຄັ້ງທຳອິດ, ຈາກນັ້ນມາຮອດ ເດືອນທັນວາ 2015 ກອງປະຊຸມສະໄໝ ສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ 7 ໄດ້ພິຈາລະນາຄົ້ນຄວ້າປັບປຸງກ່ຽວກັບເນື້ອໃນລັດຖະທຳມະນູນອີກຄັ້ງ ມີທັງໝົດ 14 ໝວດ 119 ມາດຕາ ເຊິ່ງໄດ້ມີການປ່ຽນແປງ ແລະ ເພີ່ມບາງຫມວດ, ບາງມາດຕາເຂົ້າໃສ່ຕື່ມ ກາຍມາເປັນ 11 ຫມວດ ແລະ 98 ມາດຕາໃນປະຈຸບັນ.

ພາຍຫຼັງໄດ້ນຳລັດຖະທຳມະນູນເຂົ້າປັບປຸງໃນປີ 2015 ໂດຍຜ່ານການປະກອບຄຳຄິດເຫັນຢ່າງເປັນປະໂຫຍດຈາກບັນດາສະມາຊິກສະພາແຫ່ງຊາດທີ່ເປັນຕົວແທນຂອງປະຊາຊົນແລ້ວ ທ່ານປະທານປະເທດ ໄດ້ອອກລັດຖະດໍາລັດ ສະບັບເລກທີ 214 ລົງວັນທີ 15 ທັນວາ 2015 ປະກາດໃຊ້ນັບແຕ່ນັ້ນຈົນມາເຖິງປັດຈຸບັນ.