ທ່ານນາຍົກຝາກໃຫ້ສື່ມວນຊົນ ຕ້ອງເປັນຜູ້ປາກອອກແສງ ຜູ້ທີ່ແທງເຖິງໃຈ, ຜູ້ສະດຸ້ງໄວເມື່ອໄດ້ອ່ານ

218

ໃນວັນທີ 14 ສິງຫາ 2020 ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ຈັດພິທີໂຮມຊຸມນຸມສະເຫຼີມສະຫຼອງ ວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 70(13 ສິງຫາ 1950-13ສິງຫາ2020) ຂຶ້ນປີທີ່ຫໍວັດທະນະທຳແຫ່ງຊາດ.

ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງສປປລາວ, ມີຄະນະນຳກະຊວງ ຖວທ,  ສື່ມວນຊົນແລະການພິມຈຳໜ່າຍ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.

ໃນພິທີເປີດ ທ່ານ ກິແກ້ວ ໄຂຄຳພິທູນ ລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ກ່າວເປີດພິທີບາງຕອນກ່າວວ່າ: ການຈັດສະເຫຼີມສະຫຼອງ 70 ປີ ແຫ່ງການສ້າງຕັ້ງສື່ມວນຊົນ ແລະ ການພິມຈຳໜ່າຍ ໃນມື້ນີ້ ແມ່ນເພື່ອທົບທວນຫວນຄືນມູນເຊື້ອອັນສະຫງ່າລາສີ ແຫ່ງການກໍ່ຕັ້ງ, ເຕີບໃຫຍ່ຂະຫຍາຍຕົວ ທັງໃນດ້ານປະລິມານ ແລະ ຄຸນນະພາບ ຂອງສື່ມວນຊົນ ແລະ ການພິມຈຳໜ່າຍລາວ; ແມ່ນການລະນຶກເຖິງຜົນງານ, ຄຸນງາມຄວາມດີ ອັນໃຫຍ່ຫຼວງ ຂອງຜູ້ນຳພັກ-ລັດ, ພະນັກງານ, ນັກຮົມ ແລະ ປະຊາຊົນເຮົາເວົ້າລວມ ແລະ ເວົ້າສະເພາະແມ່ນນັກຮົບໃນແນວຮົບສື່ມວນຊົນ ແລະ ພິມຈຳໜ່າຍ ທີ່ໄດ້ເສຍສະຫຼະເພື່ອຊາດ ເພື່ອພາລະກິດປະຕິວັດໃນຜ່ານມາ; ເພື່ອສຶກສາອົບຮົມປຸກລະດົມ ຂະບວນການສ້າງຜົນງານຂ່ຳນັບຮັບຕ້ອນ ກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກກະຊວງ ຖວທ.

ທ່ານ ສະຫວັນຄອນ ລາຊມຸນຕຣີ ຮອງລັດຖະມົນຕີກະຊວງ ຖວທ ໄດ້ລາຍກ່ຽວກັບປະຫວັດ ແລະ ການເຄື່ອນໄຫວ ຂອງວຽງງນສື່ມວນຊົນ ແລະ ການພິມຈຳໜ່າຍ ໄດ້ກ່າວບາງຕອນວ່າ: ຕະຫຼອດໄລຍະ 70 ປີ ແຫ່ງການປະຕິບັດພາລະກິດຕໍ່ສູ້ກູ້ຊາດ, ສື່ມວນຊົນ ແລະ ການພິມຈໍາໜ່າຍ ໄດ້ສຸມໃສ່ໂຄສະນາ, ສຶກສາອົບຮົມ, ຂົນຂວາຍ ແລະ ປຸກລະດົມ ນໍ້າໃຈຮັກຊາດຂອງປະຊາຊົນ ແລະ ເຂົ້າຮ່ວມຂະບວນການຕໍ່ສູ້ປົດປ່ອຍຊາດຢ່າງພິລະອາດຫານ. ເຖິງວ່າຈະມີອຸປະສັກໃນການປະຕິບັດໜ້າທີ່ວຽກງານ, ເຮືອບິນມາຖິ້ມລະ ເບີດໃສ່ບໍ່ເວັ້ນແຕ່ລະວັນ, ຝົນຕົກ, ອາກາດໜາວຈົນເຂົ້າກະດູກ, ການດໍາລົງຊີວິດໃນແຕ່ລະວັນຈະພົບກັບຄວາມຫຍຸ້ງຍາກຂາດເຂີນນາໆປະການ, ອຸປະກອນຮັບໃຊ້ວິຊາສະເພາະຂາດເຂີນ ແລະ ບໍ່ພຽງພໍ, ແຕ່ນັກຮົບສື່ມວນຊົນ ແລະ ການພິມຈໍາໜ່າຍ ທຸກຄົນຕ່າງກໍ່ຮັກແພງສາມັກຄີ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນປະຕິບັດໜ້າທີ່ດ້ວຍຄວາມຮັບຜິດ ຊອບສູງ ເພື່ອເຮັດຫຼ້ອນໜ້າທີ່ຕາມການມອບໝາຍໄດ້ເປັນຢ່າງດີ ແລະ ທັນກັບສະພາບການ.

ປັດຈຸບັນ ພວກເຮົາມີໜັງສືພິມ ແລະ ວາລະສານ ປະເພດຕ່າງໆ, ສະຖານີວິທະຍຸກະຈາຍສຽງ, ສະຖານີໂທລະພາບ, ລວມທັງ ໄດ້ຕິດຕັ້ງໂທລະໂຄ່ງ ຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ທົ່ວປະເທດ. ອົງການສື່ມວນຊົນ ທຸກລະດັບ ໄດ້ເຂົ້າສູ່ການນໍາໃຊ້ ສື່ແບບໃໝ່ ຢ່າງກວ້າງຂວາງ ໂດຍເຫັນວ່າປະຊາກອນລາວໃນທັງໝົດປະມານ 7 ລ້ານກວ່າຄົນ ໄດ້ມີການຊົມໃຊ້ສື່ໃໝ່ກວມສ່ວນຫຼາຍ ເພື່ອກະຈາຍຂໍ້ມູນຂ່າວສານໃຫ້ທົ່ວເຖິງ.


ອັນພົ້ນເດັ່ນທີ່ສຸດແມ່ນອົງການສື່ມວນຊົນເຮົາໄດ້ເອົາໃຈໃສ່ປະກອບສ່ວນຢ່າງຕັ້ງໜ້າ ໃນການເຜີຍແຜ່ຂໍ້ມູນຂ່າວສານໃຫ້ແກ່ປະຊາຊົນໃນທົ່ວປະເທດ ຮັບຮູ້, ເຂົ້າໃຈໃນການຕ້ານ ແລະ ສະກັດກັ້ນການລະບາດຂອງພະຍາດ ໂຄວິດ-19. ທ່າມກາງສະພາບຄວາມສ່ຽງຕໍ່ການຕິດແປດພະຍາດດັ່ງກ່າວ ນັກຂ່າວສື່ມວນຊົນກໍ່ໄດ້ສຸມໃສ່ ຖ່າຍທອດສົດການຖະແຫຼງຂ່າວປະຈໍາວັນຂອງຄະນະສະເພາະກິດ, ຕິດຕາມລາຍງານການປະຕິບັດວຽກງານຂອງຄະນະສະເພາະກິດທຸກຂັ້ນ ແລະ ສະພາບການຕິດເຊື້ອຢູ່ຕະຫຼອດເວລາ ທັງຢູ່ພາຍໃນ ແລະ ໃນໂລກ; ໄດ້ລາຍງານຂ່າວການແກ້ໄຂ ແລະ ຊ່ວຍເຫຼືອ ຜູ້ໄດ້ຮັບຜົນກະທົບຈາກໄພພິບັດທໍາມະຊາດ, ພະຍາດລະບາດ ແລະ ສັດຕູພືດ ເປັນຕົ້ນອຸທົກກະໄພຢູ່ພາກເໜືອ, ກາງ ແລະ ພາກໃຕ້; ໄດ້ເອົາໃຈໃສ່ປະກອບສ່ວນວຽກງານຕິດຕາມ, ກວດກາ ແລະ ຕອບໂຕ້ຫາງສຽງບໍ່ດີຂອງສັງຄົມຢ່າງເລິກເຊິ່ງ, ຮອບດ້ານ, ທັນການ ແລະ ຕໍ່ເນື່ອງ; ໄດ້ຕັກເຕືອນ, ສຶກສາອົບຮົມບຸກຄົນທີ່ກະທໍາຜິດ ແລະ ໄດ້ອອກແຈ້ງການເຖິງບັນດານິຕິບຸກຄົນ ແລະ ການຈັດຕັ້ງສັງຄົມຕ່າງໆ ທີ່ສ້າງຕັ້ງໜ້າຂ່າວອອນລາຍ ຕ້ອງໄດ້ຈົດທະບຽນຕາມກົດໝາຍຂອງລາວ, ເຊິ່ງໃນທີ່ສຸດ ກໍສາມາດຈໍາກັດພື້ນທີ່ຂ່າວປອມ, ຂ່າວລວງ, ຂ່າວອະກຸສົນ, ຂ່າວປັ່ນປ່ວນຫຼຸດລົງຢ່າງຊັດເຈນ ແລະ ສ້າງຄວາມເຂົ້າໃຈ, ຄວາມຮັບຮູ້ໃຫ້ແກ່ສັງຄົມກໍຄືປະຊາຊົນດີຂຶ້ນ, ເຮັດໃຫ້ເຂົ້າເຈົ້າມີສະຕິ, ຕື່ນຕົວ ແລະ ເປັນເຈົ້າການນໍາໃຊ້ສື່ອອນລາຍ.


ທ່ານກ່າວຕື່ມວ່າ: ເຖິງວ່າພວກເຮົາໄດ້ມີຜົນງານອັນພົ້ນເດັ່ນດັ່ງກ່າວເຫຼົ່ານັ້ນກໍ່ຕາມ, ແຕ່ພວກເຮົາຍັງມີຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງທີ່ຈະຕ້ອງໄດ້ພ້ອມກັນປັບປຸງແກ້ໄຂເປັນຕົ້ນແມ່ນ ການຕອບສະໜອງດ້ານງົບປະມານຂອງລັດໃນການປະຕິບັດກິດຈະກໍາ, ການສົ່ງເສີມວິຊາການຍັງຈໍາກັດ ແລະ ການສ້າງລາຍຮັບວິຊາການຂອງອົງການສື່ມວນຊົນແບບດັ້ງເດີມແມ່ນມີທ່າອ່ຽງຫຼຸດລົງເລື້ອຍໆ ເນື່ອງຈາກສັງຄົມຫັນໄປບໍລິໂພກຂໍ້ມູນຂ່າວສານ ແລະ ໃຊ້ການບໍລິການຢູ່ສື່ອອນລາຍ;


ບຸກຄະລາກອນຜູ້ມີຄວາມຮູ້ຄວາມສາມາດທີ່ເປັນມືອາຊີບຍັງມີຈໍານວນໜ້ອຍ; ໂຄ່ງລ່າງພື້ນຖານ, ວັດຖຸ-ເຕັກນິກຍັງບໍ່ທັນເປັນລະບົບຄົບຊຸດ ແລະ ທັນສະໄໝ, ອຸປະກອນເຕັກນິກບາງດ້ານຍັງເກົ່າ ແລະ ເປ່ເພ ບໍ່ສາມາດເຊື່ອມຕໍ່ກັບລະບົບໃໝ່;


ເນື້ອໃນສື່ມວນຊົນບາງຄັ້ງຄາວຍັງບໍ່ທັນເລິກເຊິ່ງ, ແຫຼມຄົມ ແລະ ຕອບສະໜອງຄວາມຮຽກຮ້ອງຕ້ອງ ການຂອງສັງຄົມໄດ້ເທົ່າທີ່ຄວນ. ບາງຄັ້ງຍັງຜິດພາດໃນການນໍາໃຊ້ຄໍາສັບພາສາເວົ້າ, ຂຽນຊອດກະຈາ ແລະ ບໍ່ຖືກ ຕ້ອງຕາມຫຼັກໄວຍາກອນພາສາລາວ ໃນປັດຈຸບັນ. ການຕອບໂຕ້ຖ້ອຍທໍານອງ ໂຈມຕີ ແລະ ຂ່າວປອມໃນບາງຄັ້ງຄາວຍັງບໍ່ທັນສະພາບການ;
ການນໍາພາຫາງສຽງສັງຄົມ ແລະ ຕອບຂໍ້ຂ້ອງໃຈຂອງປະຊາຊົນ ບາງຄັ້ງຍັງບໍ່ທັນສະພາບການ; ການຄຸ້ມຄອງສື່ແບບໃໝ່ໃຫ້ເຂົ້າສູ່ລະບຽບກົດໝາຍ ຍັງພົບຂໍ້ຫຍຸ້ງຍາກ, ເຊິ່ງບໍ່ສາມາດຈະຕິດຕາມ, ກວດ ກາທາງດ້ານເນື້ອໃນໄດ້ຢ່າງທົ່ວເຖິງ; ການລະບາດພະຍາດໂຄວິດ-19 ໄດ້ເຮັດໃຫ້ຍອດພິມໜັງສືພິມ ແລະ ວາລະສານທຸກຊະນິດຫຼຸດລົງຫຼາຍ.


ໃນໂອກາດນີ້ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ເນັ້ນບາງຕອນວ່າ: ວັນສື່ມວນຊົນ ແລະການພິມຈຳໜ່າຍ ຄົບຮອບ 70 ປີ ແມ່ນເປັນ 70 ປີ ທີ່ມີການເຕີບໃຫຍ່ຂະຍຫາຍ ແບບບໍ່ມີວັນຖອຍຫຼັງ, ໄດ້ສ້າງຜົນງານທີ່ມີຄົນຄ່າທາງດ້ານມະນະຈິດໃນການອົດທົນ, ມີນໍ້າໃຈຮັກຊາດ ທີ່ມີຄວາມກ້າຫານ, ເປັນກະແສຟອງອັນມະຫຶມາ ສາມາດທັບມ້າງແນວທາງຂອງສັດຕູໃນສະໄໝນັ້ນ. ໃນສະໄໝນັ້ນຜູ້ທີ່ຈະເປັນນັກຂ່າວຕ້ອງມີ ນໍ້າໃຈເດັດດ່ຽວກ້າຫານ, ຍອມເສຍສະຫຼະ; ຕ້ອງມີປາກກາ, ມີປື້ມບັນທຶກປະຈຳຕົວ ແລະ ມີອາວຸດສົງຄາມຕິດກາຍ ມີກ້ອງຖ່າຍປະຈຳໃຈ.


ທ່ານຍັງສະເໜີຕື່ມວ່າ: ສື່ມວນຊົນເປັນພາຫະນະ ປຽບເໝືອນເປັນຜູ້ໃຫ້ອາຫານດ້ານຂໍ້ມູນຂ່າວສານໃຫ້ແກ່ປະຊາຊົນ, ການຫາຂ່າວມາໃຫ້ຄົນເສບກໍ່ຕ້ອງໃຫ້ທັນການ, ເນື່ອງຈາກປັດຈຸບັນແມ່ນມີສື່ສັງຄົມອອນລາຍທີ່ເຂົ້າມາເປັນສ່ວນໜຶ່ງໃນການບໍລິໂພກຂໍ້ມູນຂ່າວສານ. ສະນັ້ນ ຜູ້ທີ່ເປັນສື່ຫຼັກຕ້ອງໄດ້ບືນຕົວເອງຫຼາຍຂຶ້ນ ເພື່ອນຳສະເໜີຂ່າວໃຫ້ເປັນທີ່ດຶງດູດຂອງສັງຄົມ ສ້າງຄວາມເຊື່ອຖືໃຫ້ແກ່ສັງຄົມ.

ຫຼີກລຽງການນຳສະເໜີຂ່າວແບບຊໍ້າຊາກ ແຕ່ລະສຳນັກຂ່າວຕ້ອງໄດ້ສຳຫຼວດເບິ່ງຕົນເອງວ່າຄວາມນິຍົມຂອງສັງຄົມໃນການບໍລິໂພກຂ່າວ ເພີ່ມຂຶ້ນ ຫຼື ຫຼຸດລົງ ແລະ ສາເຫດຍ້ອນຫຍັງ, ສື່ຕ້ອງມີການປັບຕົວເອງຢູ່ເລື້ອໆ ເພື່ອຕໍ່ສູ້ກັບກະແສຂ່າວທີ່ເກີດຂຶ້ນມາໃໝ່ຕະຫຼອດເວລາ.ໃນທ່າມກາງການລະບາດຂອງເຊື້ອພະຍາດໂຄວິດ-19 ນີ້ ການໂຄສະນາກ່ຽວກັບການດຳລົງຊິວິດປົກກະຕິແບບໃຫມ່ ຫລື New Normal   ສື່ເຮົາກໍ່ຕ້ອງໄດ້ປັບຕົນເອງຫັນເປັນສື່ທີ່ກຸ້ມຕົນເອງ, ປະຢັດຄົນປະຢັດເວລາ, ເຝິກຝົນຕົນເອງໃຫ້ກາຍເປັນສື່ມວນຊົນ ດັ່ງຄຳວ່າ: “ ສື່ມວນຊົນ ຕ້ອງເປັນຜູ້ປາກອອກແສງ ຜູ້ທີ່ແທງເຖິງໃຈ, ຜູ້ສະດຸ້ງໄວເມື່ອໄດ້ອ່ານ, ຜູ້ທີ່ກ້າຜ່ານອຸປະສັກ, ຜູ້ທີ່ຮັກຄວາມຈິງ, ຜູ້ທີ່ຍິງຖືກເປົ້າ”.


ນອກນີ້ໃນພິທີຍັງໄດ້ມີການມອບລາງໃຫ້ກັບສື່ມວນຊົນ ແລະ ການພິມຈຳໜ່າຍ ທີ່ມີຜົນງານດີເດັ່ນປະກອບສ່ວນໃນການໂຄສະນາ ແລະ ພິມຈຳໜ່າຍ ເຫດການຕ້ານໄພພິດບັດນໍ້າຖ້ວມ,ສັນຄູກັນນໍ້າເຂື່ອນແຕກທີ່ເມືອງສະໜາມໄຊ, ການລະບາດເຊື້ອພະຍາດໂຄວິດ-19 ຕື່ມອີິກ.

[ຂ່າວ: ຄຳນ້ອຍ+ເອຢິບ; ພາບ: ສອນໄຊ]