ຄາບສີຂາວຢູ່ເທິງໝາກລາແຊັງ ອັນຕະລາຍ ຫຼື ບໍ່ ? ພ້ອມວິທີລ້າງທີ່ຖືກຕ້ອງ

366

ຄາບສີຂາວຢູ່ເທິງໝາກລາແຊັງ ຄືຫຍັງ? ອັນຕະລາຍ ຫຼື ບໍ່ ?

ຄາບສີຂາວໆເທິງໝາກລາແຊັງ ເປັນແວັກທີ່ເກີດຂຶ້ນຈາກທຳມະຊາດ ບໍ່ໄດ້ເປັນສານເຄມີທີ່ອັນຕະລາຍ ທີ່ຕົກຄ້າງຢູ່ເທິງເປືອກຜິວໝາກລາແຊັງ ແຕ່ຢ່າງໃດ.

ໝາກໄມ້ຕາມທຳມະຊາດຫຼາຍຊະນິດຈະເປັນຄາບສີຂາວປົກຫຸ້ມຢູ້ເປືອກຜິວໝາກໄມ້ ເຊິ່ງຄວາມຈິງແລ້ວ ເປັນສານໄຂເຄືອບຜິວ ເພື່ອປ້ອງກັນການສູນເສຍນ້ຳ ແລະ ຫຼັງຈາກເກັບກ່ຽວ ຄາບສີຂາວກໍຈະຄ່ອຍໆ ຫາຍໄປເຮັດໃຫ້ໝາກໄມ້ເລີ່ມຫ່ຽວໄວຂຶ້ນ.

ໄຂທີ່ເຄື້ອບປົກປ້ອງຜິວໝາກລາແຊັງຮອບນອກໄວ້ນີ້ ມີປະໂຫຍດຊ່ວຍໃຫ້ຜິວຂອງໝາກລາແຊັງ ມີລັກສະນະຢືດຢຸ່ນໄດ້ຕາມຄຸນນະສົມບັດຂອງໂຄງສ້າງສານພໍລີເມີຕາມທຳມະຊາດ.

ວິທີລ້າງໝາກລາແຊັງໃຫ້ສະອາດ

ຄາບຂາວທີ່ຢູ່ເທິງເປືອກໝາກລາແຊັງ ກໍ່ສາມາດກິນໄດ້ໂດຍທີ່ບໍ່ຈຳເປັນຕ້ອງລ້າງອອກ ພຽງແຕ່ທ່ານພະຍາຍາມກຳຈັດສານເຄມີທີ່ຍັງຫຼົງເຫຼືອຢູ່ດ້ວຍການເປີດໃຫ້ນ້ຳໄຫຼຜ່ານຫຼາຍເພື່ອລ້າງສານທີ່ຕົກຄ້າງຢູ່ໃນໝາກລາແຊັງອອກໃຫ້ສະອາດ ຫຼື ໄປແຊ່ນ້ຳປະສົມເບກກິ້ງໂຊດາກ່ອນ ແລ້ວລ້າງອອກໃຫ້ສະອາດກໍ່ໄດ້.

ປະໂຫຍດຂອງໝາກລາແຊັງ

ໝາກລາແຊັງເປັນໝາກໄມ້ໜຶ່ງທີ່ຖືວ່າດີຕໍ່ສຸຂະພາບຫຼາຍ ເມື່ອກິນແລ້ວຈະໄດ້ທັ້ງໃຍອາຫານ ວິຕາມິນຕ່າງໆ ແລະ ສານຕ້ານອະນຸມູນອິດສະຫຼະ ເຊັ່ນ ສານກຸ່ມຟິນອະລິກ ແລະ ຟລາໂວນອຍ ໃນໝາກລາແຊັງສີມ້ວງ ຍັງມີສານຊີແອນໂທໄຊຍານິນ ທີ່ເປັນປະໂຫຍດຕໍ່ສຸຂະພາບ.