ອາເມຣິກາ ບັນລຸຂໍ້ຕົກລົງຊື້ວັກແຊັງ 100 ລ້ານໂດສ ມູນຄ່າ 1.500 ລ້ານໂດລາ

257

ສຳນັກຂ່າວຕ່າງປະເທດລາຍງານວ່າ: ລັດຖະບານສະຫະລັດອາເມຣິກາ ໄດ້ບັນລຸຂໍ້ຕົກລົງຊື້ວັກແຊັງຕ້ານໂຄວິດ – 19 ກັບ ບໍລິສັດ ໂມເດີນາ ອິ້ງ ຂອງສະຫະລັດ ເຊິ່ງເປັນຜູ້ພັດທະນາວັກແຊັງ mRNA-1273 ຈໍານວນ 100 ລ້ານໂດສ ມູນຄ່າ 1.500 ລ້ານໂດລາສະຫະລັດ.

ບໍລິສັດ ໂມເດີນາ ອິ້ງ ເປີດເຜີຍວ່າ: ວັກແຊັງ mRNA-1273 ເປັນໜຶ່ງໃນວັກແຊັງຕ້ານໂຄວິດ – 19 ທີ່ຖືກພັດທະນາຂຶ້ນ ແລະ ຢູ່ໃນຂັ້ນຕອນການທົດລອງກັບຄົນໄລຍະສຸດທ້າຍ ແລະ ການທົດລອງດັ່ງກ່າວນີ້ຈະສຳເລັດໃນເດືອນກັນຍາຈະເຖິງນີ້.

ໃນໄລຍະຜ່ານມາສະຫະລັດອາເມຣິກາ ໄດ້ບັນລຸຂໍ້ຕົກລົງກັບຫຼາຍບໍລິສັດ ເພື່ອຊື້ວັກແຊັງຕ້ານໂຄວິດ – 19 ຈຳນວນຫຼາຍຮ້ອຍລ້ານໂດສ ເຊິ່ງເປັນສ່ວນໜຶ່ງຂອງໂຄງການ Operation Warp Speed ທີ່ມີເປົ້າໝາຍຈະເລີ່ມໃຊ້ວັກແຊັງໃນສະຫະລັດອາເມຣິກາໃນທ້າຍປີນີ້.