ລາວພົບຜູ້ຕິດເຊື້ອໂຄວິດ-19 ໃໝ່ 2 ກໍລະນີ, ຝາກທຸກຄົນຢ່າລະເລີຍຕໍ່ມາດຕະການປ້ອງກັນ

124

ຕາມຂໍ້ມູນລາຍງານມື້ນີ້ ພົບຜູ້ຕິດເຊື້ອໂຄວິດ-19 ໃນ ສປປ ລາວເພີ່ມອີກ 2 ກໍລະນີ ເຊິ່ງເດີນທາງມາຈາກໄຕ້ຫວັນ ແລະ ສະຫະລັດອາເມລິກາ ລ້ວນເປັນພົນລະເມືອງລາວທັງສອງທີ່ຫາກໍ່ກັບເຂົ້າປະເທດໃນວັນທີ 12 ສິງຫາຜ່ານມານີ້ເອງ ເຮັດໃຫ້ຈຳນວນຜູ້ຕິດເຊື້ອທັງໝົດໃນລາວເພີ່ມເປັນ 22 ກໍລະນີແລ້ວ.

ໃນນີ້ກໍລະນີທີ 21 ເປັນເພດ ແມ່ນເພດຊາຍອາຍຸ 30 ປີອາຊີບພະນັກງານ ກັກຕົວຢູ່ໂຮງແຮມທີ່ຖືກກຳນົດໄວ້ໃນນະຄອນຫຼວງວຽງຈັນ ບໍ່ມີອາການສະແດງອອກ, ຜູ້ກ່ຽວແມ່ນເດີນທາງມາຈາກ ໄຕ້ຫວັນ ຜ່ານ ສ.ເກົາຫຼີ ເຖິງສະໜາມບິນວັດໄຕໃນວັນທີ 12 ສິງຫາຜ່ານມາ.
ໂດຍກໍລະນີທີ 22 ເປັນເພດຍິງອາຍຸ 25 ປີ ສັນຊາດລາວ ອາຊີບນັກສືກສາ ກັກຕົວຢ່າງໂຮງແຮມທີ່ຖືກກຳນົດເປັນບ່ອນກັກບໍລິເວນ ໃນນະຄອນຫຼວງວຽງຈັນ ບໍ່ມີອາຫານສະແດງອອກ ເຊິ່ງຜູ້ກ່ຽວແມ່ນເດີນທາງມາຈາກສະຫະລັດອາເມລິກາ ຜ່ານ ສ.ເກົາຫຼີ ມາຮອດວຽງຈັນໃນວັນທີ 12 ສິງຫາ 2020.

ທັງສອງຄົນພາຍຫຼັງທີ່ກວດພົບຜົນເປັນບວກແມ່ນທາງໂຮງໝໍມິດຕະພາບໄດ້ນຳເອົາລົດຕູ້ມາຮັບໄປປິ່ນປົວທັນທີ ແລະພະນັກງານຂອງໂຮງແຮມກໍ່ບໍ່ໄດ້ເຂົ້າໃກ້ໂດຍອີງຕາມເງື່ອນໄຂຂອງການປ້ອງກັນເຊື້ອພະຍາດໂຄວິດ-19.

ສອງກໍລະນີທີ່ພົບໃໝ່ນີ້ກໍເຊັ່ນດຽວກັນ ຖືວ່າບໍ່ແມ່ນການຕິດເຊື້ອຢູ່ພາຍໃນ  ສະນັ້ນ ບໍ່ໃຫ້ພໍ່ແມ່ປະຊາຊົນຕົກໃຈເກີນເຫດ ແລະບໍ່ລະເລີຍຕໍການປ້ອງກັນ ເນື່ອງຈາກປະເທດເຮົາຍັງມີຄວາມສ່ຽງຢູ່.

ສຳລັບລາຍລະອຽດຂອງຂ່າວຕິດຕາມ ຂ່າວເສດຖະກິດ-ການຄ້າຈະລາຍງານທ່ານເພີ່ມຕື່ມແລງມື້ນີ້