ຂະແໜງສຶກສາ ໄດ້ຮັບທຶນຊ່ວຍເຫຼືອ 7 ລ້ານໂດລາ ເພື່ອຫຼຸດຜ່ອນຜົນກະທົບຈາກໂຄວິດ – 19

92

ບັນດານັກຮຽນ, ນັກສືກສາແມ່ນອະນາຄົດຂອງຊາດ ຕ້ອງປ້ອງກັນພວກເຂົາໃຫ້ຢູ່ຢ່າງປອດໄພທີ່ສຸດ, ຍ້ອນເຫັນໄດ້ຄວາມສຳຄັນດັ່ງກ່າວ  ກອງທຶນຮ່ວມມືສາກົນ ເພື່ອການສຶກສາຈິ່ງໄດ້ສະໜັບສະໜູນເງິນ 7 ລ້ານໂດລາສະຫະລັດ ໂດຍຜ່ານອົງການຢູນິເຊັບ ເພື່ອເຮັດໃຫ້ເດັກນ້ອຍໄດ້ກັບມາເຂົ້າໂຮງຮຽນຄືນຢ່າງປອດໄພໃນເດືອນກັນຍານີ້.


ໃນວັນທີ 13 ສິງຫາ 2020 ທີ່ນະຄອນຫຼວງວຽງຈັນ ກະຊວງສຶກສາທິການ ແລະ ກີລາ ( ສສກ ) ໄດ້ລົງນາມພິທີມອບທຶນຊ່ວຍເຫຼືອລ້າ ຈຳນວນ 7 ລ້ານໂດລາສະຫະລັດ ຈາກກອງທຶນຮ່ວມມືສາກົນ ເພື່ອການສຶກສາ ( GPE ) ເພື່ອສະໜັບສະໜູນກະຊວງໃນການຕອບໂຕ້ ແລະ ຫຼຸດຜ່ອນຜົນກະທົບຈາກການລະບາດຂອງພະຍາດໂຄວິດ – 19 ເຂົ້າຮ່ວມໃນພິທີລົງນາມ ໂດຍ ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ( ສສກ ) ແລະ ທ່ານ ດຣ. ເປ່ຍ ບຣິໂຕ ( Dr. Pia Britto ) ຜູ້ຕາງໜ້າຈາກອົງການຢູນິເຊັບ ແລະ ຜູ້ຕາງໜ້າຈາກສະຖານທູດອົສຕຣາລີ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.


ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ກ່າວວ່າ: ການຊ່ວຍເຫຼືອລ້າອັນລໍ້າຄ່າໃນຄັ້ງນີ້ ຈະຊ່ວຍໃຫ້ລັດຖະບານຕອບໂຕ້ຕໍ່ກັບການລະບາດຂອງພະຍາດໂຄວິດ – 19 ໂດຍສະເພາະໃນເວລາທີ່ນັກຮຽນກຽມຕົວເພື່ອເລີ່ມຕົ້ນຮຽນໃນສົກຮຽນໃໝ່.


ໃນເດືອນມີນາ 2020 ໄດ້ມີການປິດໂຮງຮຽນ ແລະ ສະຖາບັນການສຶກສາທັງໝົດ ລວມປະມານ 14.000 ແຫ່ງ ໃນທົ່ວປະເທດ ເຊິ່ງເປັນສ່ວນໜຶ່ງໃນການຕອບໂຕ້ຂອງລັດຖະບານໃນການຄວບຄຸມການລະບາດພະຍາດໂຄວິດ – 19. ເຖິງແມ່ນວ່າໄດ້ມີການສິດສອນທາງໄກ ໂດຍຜ່ານຊ່ອງທາງຕ່າງໆ ເຊັ່ນ: ວິທະຍຸ, ໂທລະພາບ, ທາງອອນລາຍ ແລະ ເຖິງວ່າຈະມີຄວາມພະຍາຍາມສູງຂອງຄູ – ອາຈານ ແລະ ພໍ່ – ແມ່ກໍຕາມ ແຕ່ນັກຮຽນຫຼາຍຄົນກໍຍັງບໍ່ທັນໄດ້ເຂົ້າເຖິງຊ່ອງທາງດັ່ງກ່າວ ໂດຍສະເພາະເດັກນ້ອຍກຸ່ມທີ່ດ້ອຍໂອກາດ. ແຕ່ໃນໄລຍະໜຶ່ງເດືອນຜ່ານມາ ເດັກນ້ອຍທຸກຄົນໄດ້ກັບຄືນໄປຮຽນໃນໂຮງຮຽນໃນລະຫວ່າງເດືອນພຶດສະພາ ຫາ ມິຖຸນາ ເພື່ອໃຫ້ສາມາດຮຽນຈົບສົກປີຮຽນ.


ທ່ານ ດຣ. ເປ່ຍ ບຣິໂຕ ກ່າວວ່າ: ການລະບາດຂອງພະຍາດໂຄວິດ – 19 ໄດ້ສົ່ງຜົນກະທົບຕໍ່ຊີວິດຂອງເດັກນ້ອຍໃນຫຼາຍໆດ້ານ ລວມທັງການສຶກສາຂອງພວກເຂົາມັນສຳຄັນທີ່ຕ້ອງຮັບປະກັນວ່າ ພວກເຂົາມີໂອກາດທີ່ຈະສືບຕໍ່ຮໍ່າຮຽນ ແລະ ມີການຈັດລຳດັບຄວາມສຳຄັນຂອງໂຮງຮຽນໃນແຜນເປີດໂຮງຮຽນຄືນ ເຊິ່ງເປັນສ່ວນໜຶ່ງຂອງຍຸດທະສາດ ເພື່ອສ້າງລະບົບການສຶກສາທີ່ມີຄວາມສະເໝີພາບ ແລະ ທົ່ວເຖິງ. ພວກເຮົາບໍ່ສາມາດປ່ອຍໃຫ້ຜູ້ໃດຢູ່ເບື້ອງຫຼັງ ແລະ ເດັກນ້ອຍທຸກຄົນຕ້ອງໄດ້ເຂົ້າເຖິງການຮຽນ.
ການຊ່ວຍເຫຼືອລ້ານີ້ຈະສະໜັບສະໜູນກິດຈະກຳຫຼາກຫຼາຍທີ່ແຕກຕ່າງກັນ ເພື່ອເຂົ້າເຖິງເດັກນ້ອຍ ເພື່ອຮັບປະກັນວ່າເດັກນ້ອຍ ແລະ ໄວໜຸ່ມລາວຈະບໍ່ຖືກປະຖິ້ມໃນໄລຍະຮຽນໃນໂຮງຮຽນ ຫຼື ປະເຊີນກັບຄວາມສ່ຽງສູງທີ່ຈະເຈັບເປັນ, ກິດຈະກຳຕ່າງໆທີ່ຈະສະໜັບສະໜູນ ປະກອບມີ:


1). ຮັບປະກັນໃຫ້ນັກຮຽນ, ຜູ້ທີ່ເຮັດວຽກໃນຂະແໜງສຶກສາ, ຜູ້ເບິ່ງແຍງເດັກ, ພໍ່ແມ່ ແລະ ຊຸມຊົນໃນໂຮງຮຽນໄດ້ຮັບການສະໜັບສະໜູນໃນການປ້ອງກັນ ແລະ ຄວບຄຸມການສົ່ງຕໍ່ ແລະ ການແຜ່ລະບາດຂອງພະຍາດໂຄວິດ – 19 ເພື່ອໃຫ້ສອດຄ່ອງກັບຄູ່ມືແນະນຳດ້ານສາທາລະນະສຸກແຫ່ງຊາດ.
2). ຈັດສະໜອງນໍ້າສະອາດ, ສະບູ ແລະ ບ່ອນລ້າງມືໃນໂຮງຮຽນ ໂດຍສະເພາະໃນເຂດທີ່ມີຄວາມສ່ຽງສູງ.
3). ສືບຕໍ່ເຜີຍແຜ່ຂໍ້ມູນ – ຂ່າວສານກ່ຽວກັບມາດຕະການການປ້ອງກັນລ່ວງໜ້າ.
4). ພິມປຶ້ມແບບຮຽນຄືນໃໝ່ ແລະ ສະໜອງອຸປະກອນການຮຽນໃຫ້ນັກຮຽນ ພ້ອມທັງອຸປະກອນການສິດສອນ.

5). ເພີ່ມທະວີຊ່ອງທາງດ້ານສຶກສາທີ່ເປັນທາງເລືອກອື່ນ ເຊັ່ນ: ຊ່ອງທາງຮຽນຜ່ານທາງອອນລາຍ ເຊິ່ງສາມາດເຂົ້າເຖິງແບບອ໊ອບລາຍໄດ້ ແລະ ການຜະລິດລາຍການດ້ານການສຶກສາໂດຍຜ່ານໂທລະພາບ ແລະ ວິທະຍຸ.
6). ສ້າງຂີດຄວາມສາມາດຂອງຄູ – ອາຈານ ແລະ ພໍ່ແມ່ ໃຫ້ມີທັກສະທີ່ຈໍາເປັນເພື່ອສະໜັບສະໜູນການຮຽນຂອງເດັກທັງໃນ ແລະ ນອກໂຮງຮຽນ.
ທັງນີ້, ສປປ ລາວ ແມ່ນໜຶ່ງໃນຈໍານວນ 50 ປະເທດ ທີ່ໄດ້ຮັບການສະໜັບສະໜູນທຶນຈາກກອງທຶນຮ່ວມມືສາກົນ ເພື່ອການສຶກສາ ເພື່ອສະໜັບສະໜູນໃນການວາງແຜນ ແລະ ຈັດຕັ້ງປະຕິບັດການຕອບໂຕ້ຕໍ່ການລະບາດຂອງພະຍາດໂຄວິດ – 19.
ຮູບ: 2330