ຊົມເຊີຍ ປະຊາຊົນຫ້ວຍຫວາຍພ້ອມໃຈ ສ້າງທາງຈາກບ້ານສູ່ເຂດທໍາການຜະລິດ ຍາວ 3ກິໂລແມັດ

112

ນັບເປັນອີກເລື່ອງລາວດີໆທີ່ເກີດຂຶ້ນໃນສັງຄົມ ທັງສະແດງໃຫ້ເຫັນເຖິງຄວາມສາມັກຄີເປັນຈິດໜຶ່ງໃຈດຽວ, ຄວາມດຸໝັ່ນຂະຫຍັນພຽນຂອງປະຊາຊົນລາວ ໂດຍສະເພາະປະຊາຊົນບ້ານຫ້ວຍຫວາຍ ເມືອງ ບຸນໃຕ້ ແຂວງຜົ້ງສາລີ ທີ່ຮ່ວມແຮງກັນສ້າງເສັ້ນທາງຈາກບ້ານເຂົ້າສູ່ເຂດທໍາການຜະລິດ ຄວາມຍາວ 3 ກິໂລແມັດ ດ້ວຍຕົນເອງ.

ການເຂົ້າເຖິງແຫຼ່ງທຳການຜະລິດແມ່ນມີຄວາມສຳຄັນຫຼາຍຂອງຄົນໃນເຂດຊົນນະບົດຫຼ່າງໄກສອກຫຼີກ, ເມື່ອກ່ອນ ປະຊາຊົນໃນເຂດບ້ານ ຫ້ວຍຫວາຍ, ເມືອງ ບຸນໃຕ້, ແຂວງຜົ້ງສາລີຕ້ອງໃຊ້ເວລາຍ່າງປະມານ 2-3 ຊົ່ວໂມງໃນການເຂົ້າໄປເຖິງເຂດທຳການຜະລິດ ແຕ່ປັດຈຸບັນນີ້ພວກເຂົາໃຊ້ເວລາພຽງ 15ນາທີ ກໍ່ສາມາດໄປເຖິງ ໄຮ່ນາຮົ້ວສວນຂອງຕົນແລ້ວ ດ້ວຍລົດຈັກ ແລະ ລົດຕ໊ອກໆ (ລົດໄຖນາ).

ເສັ້ນທາງມີໄລຍະທາງປະມານ 3 ກິໂລແມັດ ຈາກຊຸມຊົນໄປຫາເຂດທຳການຜະລິດໄດ້ຖືກບຸກເບີກ ແລະ ສ້າງຂຶ້ນໂດຍຊາວບ້ານລະດົມເຫື່ອແຮງກັນເອງໄປຊ່ວຍກັນບຸກເບີກເພື່ອຄວາມສະດວກໃນການດຳລົງຊີວິດທຽວທາງໄປຂົນຜົນລະປູກອື່ນໆ.

ທີ່ມາ: Lao youth radio FM 90.0 mhz