ໃບໜ້າໃໝ່ ກຸ່ມບໍລິສັດ ດອກງິ້ວຄໍາ ມີແຜນລົງທຶນຫຼາຍໂຄງການ ຢູ່ແຂວງຊຽງຂວາງ

301

ໃນລະຫ່ວາງວັນທີ 12-13 ສິງຫາ 2020 ນີ້, ທ່ານ ຈ່າວເຫວີຍ ປະທານ ກຸ່ມບໍລິສັດ ດອກງິ້ວຄຳ ເຂດເສດຖະກິດພິເສດສາມຫລ່ຽມຄຳ ແຂວງບໍ່ແກ້ວ ພ້ອມດ້ວຍຄະນະ ໄດ້ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຊຽງຂວາງ ແລະ ໄດ້ເຂົ້າຢ້ຽມຂໍ່ານັບທ່ານ ບຸນຕົ້ນ ຈັນທະພອນ ເຈົ້າແຂວງຊຽງຂວາງ ເພື່ອລາຍງານໃຫ້ຊາບກ່ຽວກັບແຜນການລົງທຶນຢູ່ແຂວງຂຽງຂວາງ ອາດຈະລົງທຶນໃນຂະແໜງການທ່ອງທ່ຽວ-ໂຮງແຮມ, ລ້ຽງສັດ, ໂຮງງານຜະລິດຢາສະໝູນໄພພື້ນເມືອງ ແລະ ສະໜາມກ໊ອບ.

ໂອກາດນີ້, ທ່ານເຈົ້າແຂວງຊຽງຂວາງ ກໍໄດ້ລາຍງານ ສະພາບການພັດທະນາເສດຖະກິດ-ສັງຄົມຂອງແຂວງ ໄລຍະຜ່ານມາ ເປັນຕົ້ນ ແມ່ນການລົງທຶນຂອງນັກທຸລະກິດຈີນ ທີ່ເຂົ້າມາລົງທຶນຢູ່ແຂວງຊຽງຂວາງ, ເເຂວງຊຽງຂວາງໄດ້ຖືເອົາການລ້ຽງສັດໃຫຍ່ເປັນສິນຄ້າ, ການທ່ອງທ່ຽວ ແລະ ການປຸງແຕ່ງແຮ່ທາດ ກະສິກຳ ເປັນບູລິມະສິດໃນການພັດທະນາຂອງແຂວງ, ເຊິ່ງຊຽງຂວາງມີທ່າແຮງຫລາຍດ້ານ, ອາກາດເໝາະສົມ, ປະຊາຊົນມີມູນເຊື້ອດຸໝັ່ນໃນການປູກຝັງ-ລ້ຽງສັດ, ພູມສັນຖານເໝາະສົມ ໄດ້ເຮັດໃຫ້ນັກທຸລະກິດທັງພາຍໃນ ແລະ ຕ່າງປະເທດ ມີຄວາມສົນໃຈເຂົ້າມາລົງທຶນ, ເຊິ່ງທາງແຂວງກໍໄດ້ອຳນວຍຄວາມສະດວກ ໃນຂັ້ນຕອນຂອງການລົງທຶນ ເພື່ອເຮັດໃຫ້ການລົງທຶນມີປະສິດທິຜົນສູງ.

ການຢ້ຽມຢາມແຂວງຊຽງຂວາງໃນຄັ້ງນີ້, ປະທານ ກຸ່ມບໍລິສັດ ດອກງິ້ວຄຳ ເຂດເສດຖະກິດພິເສດສາມຫລ່ຽມຄຳ ກໍໄດ້ເຮັດວຽກນຳພະແນກແຜນການ ແລະ ການລົງທຶນ, ພະແນກຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ, ໄດ້ໄປເບິ່ງເນື້ອທີ່ ທີ່ຈະລົງທຶນຢູ່ ເຂດເສດຖະກິດພິເສດຄັງໜອງຫລວງ, ເນື້ອທີ່ຢູ່ຫ້ວຍເທີນ ເມືອງແປກ, ພ້ອມນີ້ ຍັງໄດ້ໄປຢ້ຽມຊົມຟາມງົວ ຂອງບໍລິສັດພັດທະນາກະສິກຳລາວ-ຍີປຸ່ນ ຈຳກັດ, ຟາມແກະຂອງກອງທັບ, ທົ່ງໄຫຫີນ, ສະໜາມກ໊ອບ ຂອງບໍລິສັດວຽງວອນ ເຊິ່ງເຮັດໃຫ້ບໍລິສັດດັ່ງກ່າວ ມີຄວາມສົນໃຈຢາກມາລົງທຶນຢູ່ແຂວງຊຽງຂວາງ ຫລາຍຂຶ້ນ.

ຂໍ້ມູນຈາກ: ຂ່າວສານປະເທດລາວ