ການນຳ-ພັກລັດ ຮ່ວມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 70 ປີ

348

ສູນກາງແນວສ້າງຊາດ ຈັດພິທີໂຮມຊຸມນຸມສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 70 ປີ ຂຶ້ນໃນວັນທີ 13 ສິງຫາ 2020 ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ, ມີພະເຖລາ ນຸເຖລະ, ພ້ອມດ້ວຍການນໍາພັກ-ລັດ, ຜູ້ແທນແນວລາວສ້າງຊາດ, ພະນັກງານປະຕິວັດອາວຸໂສ, ຜູ້ຕາງໜ້າອົງການຈັດຕັ້ງມະຫາຊົນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ  ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານແນວລາວສ້າງຊາດ ກ່າວວ່າ: ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 70 ແມ່ນເປັນວັນມະຫາສາມັກຄີປອງດອງທົ່ວປວງຊົນ, ມູນເຊື້ອ ແລະ ຜົນງານການເຄື່ອນໄຫວຂອງແນວລາວສ້າງຊາດ ແມ່ນໄດ້ເຕີບໃຫຍ່ ແລະ ຂະຫຍາຍຕົວພາຍໃຕ້ຮົ່ມທຸງພັກ. ຜົນງານພົ້ນເດັ່ນຂອງແນວລາວສ້າງຊາດຕະຫຼອດໄລຍະ 70 ປີ ມານີ້ສາມາດຖອດໄດ້ມູນເຊື້ອອັນໃຫຍ່ຫຼວງຫຼາຍດ້ານເປັນຕົ້ນ ແມ່ນແນວລາວສ້າງຊາດມີຄວາມສາມາດເຕົ້າໂຮມຄວາມສາມັກຄີປະຊາຊົນບັນດາເຜົ່າ, ຊັ້ນຄົນ, ທຸກສາຂາອາຊີບ, ຜູ້ຊົງຄຸນວຸດທິ, ນັກບວດ ແລະເຈົ້າກົກເຈົ້າເຫຼົ່າບົນພື້ນຖານພັນທະພາບກໍາມະກອນ, ກະສິກອນ, ປັນຍາຊົນປະຕິວັດ, ຊັ້ນຄົນທີ່ຮັກຊາດຢູ່ພາຍໃຕ້ການນໍາພາຂອງພັກ.

ແນວລາວສ້າງຊາດຍາມໃດຮູ້ຈັກສຶກສາອົບຮົມການເມືອງແນວຄິດປະຊາຊົນ, ປຸກລະດົມນໍ້າໃຈຮັກຊາດ, ຮັກປະຊາຊົນ, ຄຽດແຄ້ນສັດຕູລຸກຂຶ້ນຕໍ່ສູ້, ໃກ້ຊິດຕິດແທດ, ປຶກສາຫາລືກັບປະຊາຊົນໃນການຫັນປ່ຽນໄປສູ່ຈິນຕະນາການໃໝ່, ປະຕິບັດແນວທາງປ່ຽນແປງໃໝ່ທີ່ພັກວາງອອກ,ເປັນຜູ້ໄກ່ເກ່ຍຄວາມຂັດແຍ່ງຂອງປະຊາຊົນຢູ່ຮາກຖານ, ເດັດດ່ຽວໜຽວແໜ້ນປະກອບສ່ວນເຂົ້າໃນການຮັກສາສະຖຽນລະພາບ ແລະ ຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ; ແນວລາວສ້າງຊາດຍາມໃດກໍຈົງຮັກພັກດີຕໍ່ພັກ, ຕັ້ງໜ້າປະຕິບັດຍຸດທະສາດ, ຍຸດໂທບາຍ ແລະ ວິທີປະຕິວັດທີ່ພັກຊີ້ນໍາ, ມີຄວາມອົດທົນເດັດດ່ຽວໜຽວແໜ້ນ, ຜ່ານຜ່າອຸປະສັກນານາປະການ, ຍອມເສຍສະຫຼະເພື່ອໄຊຊະນະຂອງການປະຕິວັດ.

ແນວລາວສ້າງຊາດມີມູນເຊື້ອຮ່ວມສໍາພັນທາງດ້ານການເມືອງ ແລະ ການທະຫານກັບກໍາລັງທີ່ຮັກຊາດ ແລະ ກ້າວໜ້າເປັນຕົ້ນຮ່ວມສໍາພັນກັບກໍາລັງເປັນກາງທີ່ຮັກຊາດໃນສະໄໝສົງຄາມ, ຮ່ວມສໍາພັນກັບພັກສັນຕິພາບເປັນກາງ, ຍາດແຍ່ງດຶງດູດຜູ້ຊົງຄຸນວຸດທິ, ຫົວໜ້າເຈົ້າກົກເຈົ້າເຫຼົ່າ, ຊັ້ນຄົນ, ປັນຍາຊົນມາເຂົ້າຮ່ວມດໍາເນີນການປະຕິວັດ. ແນວລາວສ້າງຊາດຍາມໃດກໍຕັ້ງໜ້າເປັນແບບຢ່າງ ປຸກລະດົມປະຊາຊົນລາວບັນດາເຜົ່າອະນຸລັກຮັກສາເອກະລັກວັດທະນະທໍາທີ່ດີງາມຂອງຊາດ-ຂອງເຜົ່າ, ຮັກສາຊີວິດສັງຄົມວັດທະນະທໍາທີ່ສົດໃສ, ປະກອບສ່ວນຢ່າງຕັ້ງໜ້າຈໍາກັດສິ່ງຫຍໍ້ທໍ້ໃນສັງຄົມເປັນຕົ້ນຕ້ານອາດຍາສິດ, ຕ້ານການສໍ້ລາດບັງຫຼວງ, ຟຸ່ມເຟືອຍ, ການລ່ວງລະເມີດກົດໝາຍ ແລະ ສິດເປັນເຈົ້າອັນຊອບທໍາຂອງປະຊາຊົນ ແລະ ອື່ນໆ.


ໃນໂອາກາດດັ່ງກ່າວ ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ໂອ້ລົມຕໍ່ພິທີວ່າ: ຄວາມເປັນມາ ແລະ ພາລະກໍາປະຫວັດສາດອັນພົ້ນເດັ່ນຂອງອົງການແນວລາວສ້າງຊາດ ເຊີ່ງສູນກາງພັກ ແລະ ລັດແຫ່ງ ສປປ ລາວ ມີຄວາມປິຕິຊົມຊື່ນຍິນດີ ແລະ ຕີລາຄາສູງທີ່ເຫັນວ່າໃນຕະຫຼອດໄລຍະ 70 ປີ ທີ່ຜ່ານມາ ອົງການແນວລາວສ້າງຊາດຂັ້ນຕ່າງໆໃນທົ່ວປະເທດໄດ້ຮັບການປັບປຸງ ແລະ ເຕີບໃຫຍ່ເຂັ້ມແຂງທັງດ້ານປະລິມານ ແລະ ຄຸນນະພາບ ໄດ້ປະກອບສ່ວນຢ່າງສຳຄັນ, ໃຫຍ່ຫຼວງເຂົ້າໃນພາລະກິດ ແຫ່ງການຕໍ່ສູ້ກູ້ຊາດໃນເມື່ອກ່ອນ ກໍຄືໃນພາລະກິດແຫ່ງການປົກປັກຮັກສາ ແລະ ພັດທະນາສ້າງສາປະເທດຊາດໃນໄລຍະໃໝ່.


ພ້ອມນັ້ນ, ໃນໄລຍະຕໍ່ໜ້າ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ຍັງໄດ້ເນັ້ນໜັກໃຫ້ແນວລາວສ້າງຊາດຂັ້ນຕ່າງໆ ໃນທົ່ວປະເທດ ຈົ່ງສືບຕໍ່ເສີມຂະຫຍາຍມູນເຊື້ອອັນສະຫງ່າງາມໃນຕະຫຼອດໄລຍະ 70 ປີທີ່ຜ່ານມາ, ອອກແຮງເຄື່ອນໄຫວຢ່າງຫ້າວຫັນຕາມພາລະບົດບາດ ແລະ ໜ້າທີ່ການເມືອງທີ່ພັກມອບໝາຍໃຫ້ ໂດຍສຸມໃສ່ຫລາຍວຽກງານສໍາຄັນໃນຕໍ່ໜ້າເປັນຕົ້ນ: ເອົາໃຈໃສ່ຍົກສູງຄັນທຸງເຕົ້າໂຮມຄວາມສາມັກຄີທົ່ວປວງຊົນ ບົນພື້ນຖານພັນຕະພາບ, ກຳມະກອນ-ຊາວກະສິກອນ ແລະ ນັກຮຽນຮູ້ປັນຍາຊົນປະຕິວັດທີ່ເປັນຫຼັກແຫຼ່ງພາຍໃຕ້ການນຳພາຂອງພັກ, ພ້ອມທັງສຶກສາອົບຮົມເຂົາເຈົ້າໃຫ້ມີຄວາມຮັບຮູ້ເຂົ້າໃຈ ຢ່າງຖືກຕ້ອງບັນດາແນວທາງນະໂຍບາຍ ແລະ ລະບຽບກົດໝາຍຂອງລັດ, ສືບຕໍ່ຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງເຄັ່ງຄັດຕາມມາດຕະການທີ່ລັດຖະບານວາງອອກໃນແຕ່ລະໄລຍະ, ຕັ້ງໜ້າປະຕິບັດສິດສະເໝີພາບ ແລະ ສ້າງຄວາມປອງດອງລະຫວ່າງເຜົ່າ ແລະ ຊັ້ນຄົນຕ່າງໆ, ກຳຈັດແກ້ໄຂທຸກປະກົດການ ແລະ ການກະທຳທີ່ຈະກໍ່ໃຫ້ເກີດຄວາມຂັດແຍ່ງ, ຄວາມອາຄາດບາດໝາງກັນລະຫວ່າງເຜົ່າ, ສາສະໜາ ຫຼື ລະຫວ່າງຊັ້ນຄົນຕ່າງໆດ້ວຍການເພີ່ມທະວີຫັນລົງສູ່ຮາກຖານ ເພື່ອໂຄສະນາ, ສຶກສາອົບຮົມປວງຊົນໃຫ້ຮັບຮູ້ຢ່າງເລິກເຊິ່ງ ກ່ຽວກັບມູນເຊື້ອຄວາມສາມັກຄີຮັກແພງ, ຊ່ວຍເຫຼືອເພື່ອແຜ່ກັນ, ຢູ່ຮ່ວມກັນດ້ວຍຄວາມປອງດອງ ແລະ ພ້ອມພຽງກັນສ້າງສາພັດທະນາບ້ານຊ່ອງ ແລະ ປະເທດຊາດ.


ພ້ອມດຽວກັນນັ້ນ ຕ້ອງມີສະຕິລະວັງຕົວ ແລະ ສະດຸ້ງໄວຕໍ່ການເຄື່ອນໄຫວຂອງອິດທິກຳລັງປໍລະ ປັກທີ່ຫວັງມ້າງເພທຳລາຍຄວາມສາມັກຄີປອງດອງລະ ຫວ່າງເຜົ່າ ແລະ ລະ ຫວ່າງຊັ້ນຄົນຕ່າງໆ, ສະກັດກັ້ນການສວຍໃຊ້ບັນຫາຊົນເຜົ່າ, ສາສະໜາ ເພື່ອແບ່ງແຍກຄວາມສາມັກຄີ, ກໍ່ຄວາມວຸ່ນ ວາຍ ແລະ ຄວາມຫຍຸ້ງຍາກໃນການທຳມາຫາກິນ ຂອງປະຊາຊົນລາວບັນດາເຜົ່າໃນຂອບ ເຂດທົ່ວປະເທດ.


ໃນພິທີຄັ້ງນີ້, ທ່ານ ບຸນຍັງ ວໍລະຈິດ ຍັງໄດ້ໃຫ້ກຽດປະດັບຫຼຽນຄໍາແຫ່ງຊາດໃຫ້ແກ່ອົງການແນວລາວສ້າງຊາດ, ປະດັບຫຼຽນໄຊອິດສະຫຼະຊັ້ນ I ໃຫ້ ທ່ານ ໄຊສົມພອນ ພົມວິຫານ ແລະ ປະດັບຫຼຽນໄຊພັດທະນາຊັ້ນ I ໃຫ້ ທ່ານ ອ໋ອດ ພົງສະຫວັນ ນັກທຸລະກິດດີເດັ່ນ ນຳອີກ.