ໄອເອັມເອັຟ ຄາດ ອາເມຣິກາຂາດດຸນດ້ານການເງິນ ແລະ ໜີ້ສາທາລະນະເພີ່ມຂຶ້ນ

111

ຄະນະບໍລິຫານກອງທຶນການເງິນສາກົນ ( IMF ) ຄາດການວ່າ: ຍອດຂາດດຸນການເງິນທີ່ບໍ່ລວມລາຍຈ່າຍກ່ຽວກັບພາລະໜີ້ ( primary deficit ) ຂອງລັດຖະບານສະຫະລັດອາເມຣິກາ ຈະເພີ່ມຂຶ້ນຈາກ 3% ຂອງ ຈີດີພີ ໃນປີ 2019 ມາເປັນ 16% ຂອງ ຈີດີພີ ໃນປີ 2020 ແລະ ໜີ້ສາທາລະນະຈະເພີ່ມຂຶ້ນຈຸ 100% ຂອງ ຈີດີພີ ໃນທ້າຍປີນີ້.

ໃນຖະແຫຼງການຂອງ ໄອເອັມເອັຟ ລະບຸວ່າ: ສະຫະລັດຕ້ອງປັບແຜນການເງິນຄັ້ງໃຫຍ່ ເພື່ອຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ – 19 ແລະ ກະຕຸ້ນການຟື້ນຕົວດ້ານເສດຖະກິດ ເນື່ອງຈາກມີຜູ້ຕິດເຊື້ອໂຄວິດເພີ່ມຂຶ້ນຢ່າງຕໍ່ເນື່ອງ ສົ່ງຜົນໃຫ້ເສດຖະກິດທົດຖອຍຢ່າງຮຸນແຮງ ແລະ ມີຜູ້ວ່າງງານເພີ່ມຂຶ້ນ, ພ້ອມທັງສະເໜີໃຫ້ລັດຖະບານສະຫະລັດຕ້ອງໃຊ້ມາດຕະການ ແລະ ນະໂຍບາຍທຸກຢ່າງ ເພື່ອສະໜັບສະໜູນການຟື້ນຕົວຂອງເສດຖະກິດ ແລະ ບັນເທົາຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ – 19 ທີ່ມີຕໍ່ເສດຖະກິດ ແລະ ສັງຄົມຂອງສະຫະລັດ.

ໄອເອັມເອັຟ ລະບຸວ່າ: ມາດຕະການທາງດ້ານການເງິນເພີ່ມຕື່ມຄັ້ງໃຫຍ່ນັ້ນ ເປັນເລື່ອງທີ່ຈຳເປັນສຳລັບການຍົກລະດັບ ຄວາມພ້ອມດ້ານສຸຂະພາບ ແລະ ກະຕຸ້ນອຸປະສົງໃຫ້ພຽງພໍ ລວມທັງເພີ່ມການໂອນຍ້າຍຈາກສູນກາງສູ່ທ້ອງຖິ່ນ. ພ້ອມລະບຸວ່າການປັບງົບປະມານການເງິນໄລຍະກາງເປັນເລື່ອງສຳຄັນ ເພື່ອເຮັດໃຫ້ໜີ້ສາທາລະນະຫຼຸດລົງ ຫຼັງຈາກທີ່ສາມາດຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ – 19 ໄດ້.