ລາຄາຄຳໃນຕະຫຼາດໂລກຫຼຸດລົງຕ່ຳກວ່າ 2 ພັນໂດລາ

409

ສັນຍາລາຄາຄຳໃນຕະຫຼາດໂຄແມັກ ( COMEX: Commodity Exchange ) ສົ່ງມອບໃນເດືອນທັນວາ ຫຼຸດລົງ 93,4 ໂດລາສະຫະລັດ ຫຼື ຫຼຸດລົງປະມານ 4,58% ປິດທີ່ 1.946,3 ໂດລາສະຫະລັດຕໍ່ອອນ, ໃນຂະນະທີ່ຕະຫຼາດນິວຢອກ ປິດຫຼຸດລົງຢ່າງຮຸນແຮງໃນຄືນຂອງວັນທີ 11 ສິງຫາ ຕາມເວລາທ້ອງຖິ່ນ ເນື່ອງຈາກໄດ້ຮັບແຮງກົດດັນຈາກການເທຂາຍຄຳໃນຖານະທີ່ເປັນສິນຊັບປອດໄພ, ຫຼັງຈາກທີ່ມີຂ່າວວ່າ ຣັດເຊຍ ໄດ້ປະສົບຜົນສຳເລັດໃນການພັດທະນາວັກແຊັງຕ້ານໂຄວິດ – 19 ບວກກັບຍອດຜູ້ຕິດເຊື້ອລາຍວັນໃນສະຫະລັດເລີ່ມຫຼຸດລົງແດ່ແລ້ວ.

ນອກຈາກນີ້, ຍັງໄດ້ແຮງກົດດັນຈາກຕະຫຼາດຫຸ້ນທົ່ວໂລກປັບຂຶ້ນ ແລະ ອັດຕາຕອບແທນພັນທະບັດຂອງສະຫະລັດປັບຂຶ້ນ ບວກກັບການອອກມາດຕະການກະຕຸ້ນເສດຖະກິດຂອງສະຫະລັດ ເຮັດໃຫ້ນັກລົງທຶນຂາຍຄຳອອກສູ່ຕະຫຼາດ.