ແຂວງສາລະວັນ ຂຶ້ນທະບຽນພະພຸດທະຮູບ

189

ເພື່ອເຮັດໃຫ້ການຄຸ້ມຄອງ ແລະ ປົກປັກຮັກສາວັດຖຸເກົ່າແກ່ໃຫ້ຍືນຍົງໄວ້ເຊັ່ນລູກເຊັ່ນຫຼານ ເປັນຕົ້ນແມ່ນພະພຸດທະຮູບທີ່ເປັນມໍລະດົກຂອງຊາດ ກໍຄືຂອງທ້ອງຖິ່ນ ແລະ ເປັນທີ່ຂາບໄຫວ້ສັກກາລະບູຊາ. ມາໃນວັນທີ 11 ສິງຫາ 2020 ນີ້ ທີ່ວັດສີມຸງຄຸນ ( ວັດກາງ ) ເມືອງ ແລະ ແຂວງສາລະວັນ ໄດ້ມີກອງປະຊຸມປຶກສາຫາລືກ່ຽວກັບການຂຶ້ນທະບຽນພະພຸດທະຮູບ ໂດຍການເຂົ້າຮ່ວມຂອງ ພະອາຈານ ດ່ອງ ດາວະດິງ ເຈົ້າຄະນະເມືອງສາລະວັນ, ທ່ານ ມະໄລວອນ ສີປະເສີດ ຮັກສາການຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງສາລະວັນ, ມີຫົວໜ້າຫ້ອງການ ອພສ ແຂວງ, ເຈົ້າອະທິການວັດສີມຸງຄຸນ, ຂະແໜງການ, ອົງການທີ່ກ່ຽວຂ້ອງຂັ້ນແຂວງ, ເມືອງ ຕະຫຼອດຮອດອໍານາດການປົກຄອງບ້ານເຂົ້າຮ່ວມ.

ການປຶກສາຫາລືໃນຄັ້ງນີ້ ກໍເພື່ອແນໃສ່ອຳນວຍຄວາມສະດວກໃນການເກັບກຳຂໍ້ມູນພະພຸດທະຮູບ, ວັດຖຸເກົ່າບູຮານ ພາຍໃນວັດ ແລະ ຂຶ້ນທະບຽນເປັນມໍລະດົກຂອງທ້ອງຖິ່ນ ອຳນວຍຄວາມສະດວກໃນການຕິດຕາມ, ຄຸ້ມຄອງປົກປັກຮັກສາໄວ້ໃຫ້ຍືນຍົງ ແລະ ຖືກຕ້ອງຕາມລະບຽບກົດໝາຍ.

ນອກນັ້ນ, ຍັງເປັນຖານຂໍ້ມູນທີ່ສຳຄັນທີ່ເປັນອົງປະກອບໃຫ້ແກ່ການກະກຽມທີ່ຈະຮັບຮອງເອົາຫໍພະໄຕປີດົກ ວັດກາງເມືອງ ແລະ ແຂວງສາລະວັນ ເປັນມໍລະດົກຂອງທ້ອງຖິ່ນ.

ການລົງປະຕິບັດຕົວຈິງຄັ້ງນີ້ແມ່ນໄດ້ບັນທຶກພາບພະພຸດທະຮູບແຕ່ລະອົງຕິດໃສ່ແບບຟອມ, ເກັບກຳປະຫວັດ, ປະເມີນອາຍຸ, ມີການວັດແທກຂະໜາດສ່ວນຕ່າງໆ, ຊັ່ງນ້ຳໜັກ ແລະ ອື່ນໆ ຢ່າງລະອຽດ.

ໄລຍະຜ່ານມາແມ່ນໄດ້ມີການສຳຫຼວດ ແລະ ເກັບຂໍ້ມູນແລ້ວ ໃນປີ 2012 ໂດຍມີພະພຸດທະຮູບທັງໝົດ 110 ອົງ.

ສຳລັບແຜນການຈັດຕັ້ງປະຕິບັດໃນການຂຶ້ນທະບຽນພະພຸດທະຮູບ ຫຼັງຈາກສຳເລັດການເກັບກຳຂໍ້ມູນ, ຂຶ້ນທະບຽນສຳເລັດຢູ່ວັດສີມຸງຄຸນ ( ວັດ ກາງ ) ເມືອງສາລະວັນ ກໍຈະໄດ້ສືບຕໍ່ລົງສຳຫຼວດ ແລະ ເກັບກຳຂໍ້ມູນຢູ່ວັດພະບາດ ບ້ານນາດູ່ ເມືອງລະຄອນເພັງ ແຂວງສາລະວັນ.

[ ຂ່າວ – ຮູບ: ວິໄລວອນ ສິດທິໄຊ ]