ເມືອງເງິນ ປູກພືດອຸດສາຫະກຳ 4 ພັນກວ່າເຮັກຕາ

0
143

ວັນທີ 11 ສິງຫາ 2020 ນີ້ ທີ່ຫໍປະຊຸມໃຫຍ່ເມືອງເງິນ ແຂວງໄຊຍະບູລີ ໄດ້ເປີດກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານກະສິກຳ ແລະ ປ່າໄມ້ 6 ເດືອນຕົ້ນປີ. ພາຍໃຕ້ການເປັນປະທານຂອງ ທ່ານ ທອງສຸກ ຈັນປະເສີດ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງ, ເຂົ້າຮ່ວມເປັນກຽດມີ ທ່ານ ທະວິສັກ ໄຊຍະວົງ ຮອງເຈົ້າເມືອງ.

ທ່ານ ທອງສຸກ ຈັນປະເສີດ ໄດ້ຜ່ານບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານກະສິກຳ ແລະ ປ່າໄມ້ 6 ເດືອນຕົ້ນປີ ໃຫ້ຮູ້ວ່າ: ໄດ້ຊຸກຍູ້ການຜະລິດລະດູຝົນ ເປັນຕົ້ນການປັກດຳເຂົ້ານາປີ ສຳເລັດ 100% ໃນເນື້ອທີ່່ 714,53 ເຮັກຕາ, ເຂົ້າເນີນສູງ ສຳເລັດ 100% ໃນເນື້ອທີ່່ 1.708,22 ເຮັກຕາ, ພືດອຸດສາຫະກຳ ເນື້ອທີ່່ 4.386,10 ເຮັກຕາ ປະຕິບັດໄດ້ 82% ຂອງເນື້ອທີ່່ແຜນການ ທຽບໃສ່ປີຜ່ານມາ ຫຼຸດລົງ 1.738,14 ເຮັກຕາ, ພືດສະບຽງອາຫານ ເນື້ອທີ່ 404 ເຮັກຕາ, ປະຕິບັດໄດ້ 81% ຂອງເນື້ອທີ່ແຜນການ, ທຽບໃສ່ປີຜ່ານມາຫຼຸດລົງ 24,06 ເຮັກຕາ.

ປັດຈຸບັນທົ່ວເມືອງມີສັດ ລ້ຽງທັງໝົດ 321.161 ໂຕ, ທຽບໃສ່ໄລຍະດຽວກັນເພີ່ມຂຶ້ນ 1.572 ໂຕ ເທົ່າກັບ 4,7% ທຽບໃສ່ແຜນການປີ ປະຕິບັດໄດ້ 96,6%, ໃນນັ້ນມີຊ້າງ 3 ໂຕ, ຄວາຍ 1.260 ໂຕ, ງົວ 13.390 ໂຕ, ໝູ 15.888 ໂຕ, ມ້າ 4 ໂຕ, ແກະ – ແບ້ 1.068 ໂຕ, ສັດປີກ 289.548 ໂຕ.
ທົ່ວເມືອງມີຊົນລະປະທານ 154 ແຫ່ງ. ໃນນີ້, ຊົນລະປະທານຖາວອນ 25 ແຫ່ງ ສາມາດສະໜອງນ້ຳໃນລະດູແລ້ງປີຜ່ານມາໃນເນື້ອທີ່ປູກພືດ 500,13 ເຮັກຕາ; ວຽກງານປ່າໄມ້ຜະລິດເບ້ຍໄມ້ໄດ້ທັງໝົດ 25.535 ເບ້ຍ, ສາມາດປູກໄມ້ໄດ້ທັງໝົດ 15,87 ເຮັກຕາ.

ປັດຈຸບັນເມືອງເງິນ ມີກອງ ທຶນພັດທະນາບ້ານ ຈໍານວນ 20 ກອງທຶນ, ມີສະມາຊິກທັງໝົດ 4.014 ຄົນ, ມີເງິນຝາກພາຍໃນກອງທຶນທັງໝົດ 17 ຕື້ກວ່າກີບ, ປ່ອຍກູ້ໄດ້ 5,8 ຕື້ກວ່າກີບ, ເງິນຄ້າງຄັງ 11,2 ຕື້ກວ່າກີບ.

[ ໂດຍ: ອິນແປງ ແຫວນຄຳ ]

LEAVE A REPLY

Please enter your comment!
Please enter your name here