ຍົກລະດັບຄວາມຮູ້ກ່ຽວກັບພືດຕະກຸນຫຍ້າຫົວຫງອກ, ຂີງ ແລະ ຂ່າ

164

ຫ້ອງການສະພາວິທະຍາສາດແຫ່ງຊາດ, ກະຊວງວິທະ ຍາສາດ ແລະ ເຕັກໂນໂລຊີ ( ກວຕ ) ຮ່ວມກັບ ຄະນະວິທະຍາສາດປ່າໄມ້, ມະຫາວິທະຍາໄລແຫ່ງຊາດ ( ມຊ ) ຈັດຝຶກອົບຮົມກ່ຽວກັບ “ ອະນຸກົມວິຖານເບື້ອງຕົ້ນຂອງພືດຕະກຸນຫຍ້າຫົວຫງອກ ( Eriocaulaceae ) ແລະ ຂີງ – ຂ່າ ( Zingibera- ceae ) ເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ສຶກສາເຖິງອະນຸກົມວິຖານ, ການກະຈາຍພັນ, ການນໍາໃຊ້ ແລະ ປະເມີນຄວາມສ່ຽງຕໍ່ການສູນພັນຂອງພືດໃນ 3 ຕະກຸນ.

ທ່ານ ນາງ ລັດສະໝີ ບຸບຜາ ຄະນະບໍດີຄະນະວິທະຍາສາດປ່າໄມ້ ກ່າວວ່າ: ພືດມີຄວາມສໍາຄັນຕໍ່ກັບຊີວິດປະຈໍາວັນຂອງປະຊາຊົນ ແລະ ຕໍ່ກັບເສດຖະກິດສັງຄົມ, ແຕ່ການສຶກສາຄົ້ນຄວ້າກ່ຽວກັບຊະນິດພືດຍັງບໍ່ມີຫຼາຍ ຖ້າທຽບໃສ່ຄວາມອຸດົມສົມບູນທາງດ້ານຊີວະນາໆພັນຂອງປະເທດເຮົາ. ສໍາລັບການຝຶກອົບຮົມໃນຄັ້ງນີ້ຖືວ່າເປັນນິມິດໝາຍອັນດີໃນການພັດທະນາ, ຊຸກຍູ້ສົ່ງເສີມວຽກງານການຄົ້ນຄວ້າທາງດ້ານພືດສາດຂອງລາວໃຫ້ມີຄວາມກ້າວໜ້າ ແລະ ທຽບເທົ່າກັບສາກົນໄດ້ໃນອະນາຄົດ.

ໃນນີ້, ຜູ້ເຂົ້າຮ່ວມຈະໄດ້ສຶກສາເຖິງອະນຸກົມວິຖານ, ການກະຈາຍພັນ, ການນໍາໃຊ້ ແລະ ປະເມີນຄວາມສ່ຽງຕໍ່ການສູນພັນຂອງພືດໃນ 3 ຕະກູນທີ່ກ່າວມາຂ້າງເທິງ ໂດຍອີງໃສ່ມາດຖານຂອງ IUCN ແລະ ຂໍ້ມູນທັງໝົດຈະເປັນຖານຂໍ້ມູນໃນການປັບປຸງຂໍ້ມູນດ້ານຄວາມຫຼາກຫຼາຍຂອງພືດໃນ 3 ປະເທດ ແລະ ເປັນກິດຈະກຳຂອງໂຄງການສຶກສາຄວາມຫຼາກຫຼາຍຂອງພືດຕະກຸນໄຜ່, ຫຍ້າຫົວຫງອກ ແລະ ຂີງ – ຂ່າ ໃນ ສປປ ລາວ ແລະ ພາກພື້ນ ໂດຍໂຄງການນີ້ໄດ້ຮັບທຶນຊ່ວຍເຫຼືອຈາກລັດ ຖະບານຝຣັ່ງ ພາຍໃຕ້ໂຄງການ “ Sud expert plantes dveloppement Durable ”.
ພິທີດັ່ງກ່າວຈັດຂຶ້ນໃນລະ ຫວ່າງວັນທີ 11 – 12 ສິງຫາ 2020 ທີ່ສະຖາບັນນິເວດວິທະຍາ ແລະ ເຕັກໂນໂລຊີຊີວະພາບ ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ນາງ ແກ້ວໄພວັນ ດວງສະຫວັນ ຫົວໜ້າຫ້ອງການສະພາວິທະຍາສາດແຫ່ງຊາດ; ທ່ານ ນາງ ລັດສະໝີ ບຸບຜາ ຄະນະບໍດີຄະນະວິທະຍາສາດປ່າໄມ້.

( ເນື້ອໃນ – ຮູບ: ທັດສະນີ ພົງບັນດິດ ) [ ຂ່າວ: ສົມສະຫວິນ ]