ເຄິ່ງປີສະຫວັນນະເຂດ ສົ່ງອອກໄດ້ 5 ພັນຕື້ກວ່າກີບ

154

6 ເດືອນຕົ້ນປີນີ້ ແຂວງສະຫວັນນະເຂດ ສາມາດປະຕິບັດມູນຄ່າການຄ້າໄດ້ 9.248 ຕື້ ກວ່າກີບ. ໃນນັ້ນ, ການສົ່ງອອກສິນຄ້າ ບັນລຸ 5.268 ຕື້ກີບ ແລະ ນຳເຂົ້າ 3.980 ຕື້ ກວ່າກີບ, ສ່ວນທ້າຍປີວາງເປົ້າໃຫ້ບັນລຸ 12.173 ຕື້ກີບ.

ທ່ານ ໂພສີສ້ອຍ ກຸທິລາດ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ( ອຄ ) ແຂວງສະຫວັນນະເຂດ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານການຄ້າຂອງແຂວງ ຕໍ່ກອງປະຊຸມຂອງຂະແໜງ ອຄ ( ແບບທາງໄກ ) ວ່າ: ການຈັດຕັ້ງປະຕິບັດວຽກງານຂະແໜງອຸດສາຫະກຳ ແລະ ການຄ້າ ໃນ 6 ເດືອນຕົ້ນປີ 2020 ໄດ້ສຸມໃສ່ການສົ່ງເສີມການຜະລິດ – ທຸລະກິດ, ການຜະລິດເປັນສິນຄ້າ ແລະ ການຜະລິດຂອງພາກອຸດສາຫະກຳປຸງແຕ່ງ ເຊັ່ນ: ອຸດສາຫະກຳປຸງແຕ່ງໄມ້, ສະບຽງອາຫານ, ທຸລະກິດຂະໜາດນ້ອຍ ແລະ ກາງ ( SME ), ຫັດຖະກຳຕໍ່າແຜ່ນ, ສິນຄ້າກະສິກໍາ ແລະ ອື່ນໆ.

ໃນໄລຍະທີ່ມີການໃຊ້ມາດຕະການສະກັດກັ້ນພະຍາດລະບາດໂຄວິດ – 19 ພະແນກ ອຄ ແຂວງພວກເຮົາໄດ້ຊຸກຍູ້ຊ່ວຍເຫຼືອພາກທຸລະກິດ SME ຕາມນະໂຍບາຍຂອງລັດຖະບານວາງອອກ ເຊິ່ງການຊ່ວຍເຫຼືອສ່ວນໃຫຍ່ຈະບໍ່ເນັ້ນຮູບແບບ ເຊັ່ນ: ພິຈາລະນາຍົກເວັ້ນການເກັບອາກອນລາຍໄດ້ ແລະ ຊ່ວຍເຈລະຈາກັບພາກທະນາຄານຕ່າງໆໃຫ້ພິຈາລະນາຜ່ອນຜັນ ຫຼື ເລື່ອນການຊໍາລະໜີ້ສິນຂອງພາກທຸລະກິດອອກໄປໄລຍະໜຶ່ງສົມທົບກັບກະສິກຳແຂວງ ເພື່ອສ້າງຕັ້ງກຸ່ມສະໜອງຊີ້ນໝູໃຫ້ພຽງພໍກັບຄວາມຕ້ອງການຂອງສັງຄົມ, ອະນຸຍາດໃຫ້ມີການເຄື່ອນຍ້າຍສິນຄ້າ ແລະ ການຂົນສົ່ງສິນຄ້າໄປແຕ່ລະເມືອງໄດ້, ແຕ່ຕ້ອງປະຕິບັດວິທີປ້ອງກັນການແຜ່ລະບາດຂອງພະຍາດຢ່າງເຂັ້ມງວດ.

ນອກຈາກນີ້, ວຽກງານ ອຄ ຍັງໄດ້ເອົາໃຈໃສ່ໃນການຕ້ານ ແລະ ສະກັດກັ້ນການຄ້ານອກລະບົບ, ການດຳເນີນທຸລະກິດທີ່ບໍ່ຖືກຕ້ອງ ເປັນຕົ້ນແມ່ນບໍ່ມີໃບທະບຽນວິສາຫະກິດ, ບໍ່ມີໃບອະນຸຍາດດຳເນີນທຸລະກິດ, ນຳໃຊ້ບໍ່ຖືກຈຸດປະສົງ ແລະ ການລັກລອບນຳເຂົ້າ – ສົ່ງອອກສິນຄ້າບໍ່ຖືກຕ້ອງທີ່ເປັນການລະເມີດລະບຽບກົດໝາຍ ໂດຍໄດ້ດຳເນີນການກວດກາການຄ້າທັງໝົດ 65 ກໍລະນີ ມີສິນຄ້າທີ່ຢຶດໄດ້ປະມານ 420 ລ້ານກີບ.

ທ່ານ ໂພສີສ້ອຍ ກຸທິລາດ ກ່າວວ່າ: ໃນ 6 ເດືອນຕົ້ນປີ 2020 ຜ່ານມາ ການຈໍລະຈອນສິນຄ້າພາຍໃນ ( ຂາຍຍົກ – ຂາຍຍ່ອຍ ແລະ ບໍລິການ ) ສາມາດປະຕິບັດໄດ້ 2.342,7 ຕື້ກີບ ເທົ່າກັບ 48,06% ຂອງແຜນປີ, ທຽບໄລຍະດຽວກັນຂອງປີຜ່ານມາຫຼຸດລົງ 0,46%. ສຳລັບມູນຄ່າການຄ້າຂອງແຂວງ ສາມາດປະຕິບັດໄດ້ທັງໝົດ 9.248,75 ຕື້ກີບ. ໃນນັ້ນ, ການສົ່ງອອກສິນຄ້າບັນລຸໄດ້ 5.268 ຕື້ກີບ ເທົ່າກັບ 37,7%, ທຽບໃສ່ໄລຍະດຽວກັນຫຼຸດລົງ 17%; ການນຳເຂົ້າສິນຄ້າປະຕິບັດໄດ້ 3.980,7 ຕື້ກີບ ເທົ່າກັບ 39,8%, ທຽບໃສ່ໄລຍະດຽວກັນຂອງປີ 2019 ຜ່ານມາຫຼຸດລົງ 3%.

ທັງນີ້, ແຜນການ 6 ເດືອນທ້າຍປີ 2020 ຄາດຄະເນວ່າຈະສ້າງມູນຄ່າການຜະລິດທັງໝົດໃຫ້ໄດ້ 3.750 ຕື້ກີບ, ສືບຕໍ່ສ້າງ ແລະ ເອື້ອອໍານວຍ ຄວາມສະດວກຕ່າງໆໃຫ້ແກ່ພາກສ່ວນທຸລະກິດໃນການສົ່ງອອກ ແລະ ນໍາເຂົ້າສິນຄ້າໃຫ້ສາມາດບັນລຸ 12.173 ຕື້ກີບ, ການຈໍລະຈອນສິນຄ້າພາຍໃນ ( ຂາຍຍົກ – ຂາຍຍ່ອຍ ແລະ ການບໍລິການ ) ໃຫ້ມີມູນຄ່າ ປະມານ 2.300 ຕື້ກີບ, ປະສານງານກັບສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ກ່ຽວກັບການສ້າງຕັ້ງສູນສົ່ງເສີມ SME, ປຶກສາຫາລືກັບພາກສ່ວນທີ່ກ່ຽວຂ້ອງໃນການຊ່ວຍຫົວໜ່ວຍທຸລະກິດເຂົ້າຫາແຫຼ່ງທຶນ, ພ້ອມທັງສືບຕໍ່ຈັດຕັ້ງປະຕິບັດຄຳສັ່ງ 15/ນຍ ດັດສົມໂຮງງານປຸງແຕ່ງໄມ້ – ເຟີນີເຈີ ໃຫ້ຫຼຸດລົງເຫຼືອ 100 ແຫ່ງ ຮອດທ້າຍປີ 2020 ແລະ ເຜີຍແຜ່ຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍການສົ່ງເສີມ, ຄຸ້ມຄອງວິສາຫະກິດຂະໜາດນ້ອຍ ແລະ ກາງ ລົງລວງເລິກເຖິງທ້ອງຖິ່ນຮາກຖານໄດ້ຈັດຕັ້ງປະຕິບັດຢ່າງເອກະພາບ.