70 ປີ ສື່ມວນຊົນ ແລະ ການພິມຈຳໜ່າຍ

533

ຕະຫຼອດໄລຍະ 70 ປີຜ່ານມາ, ວຽກງານສື່ມວນຊົນ ແລະ ການພິມຈຳໜ່າຍໄດ້ຮັບການພັດທະນາ ແລະ ເຕີບໃຫຍ່ຂະຫຍາຍຕົວເປັນກ້າວໆມາ. ປັດຈຸບັນມີໜັງສືພິມລາຍວັນ 11 ສະບັບ, ສະຖານີວິທະຍຸກະຈາຍສຽງ ມີ 82 ສະຖານີ, ສະຖານີໂທ ລະພາບ ມີ 45 ສະຖານີ, ມີໂຮງພິມ 84 ແຫ່ງ, ສຳນັກພິມ 17 ແຫ່ງ. ຂະນະທີ່ ປັດຈຸບັນມີນັກປະພັນ 161 ຄົນ.

ສື່ມວນຊົນລາວຍາມໃດກໍຕິດພັນສະໜິດແໜ້ນກັບປະຫວັດສາດຂອງຊາດ, ຂອງພັກ, ຂອງການປະຕິວັດ ແລະ ຂອງປະຊາຊົນລາວບັນດາເຜົ່າ. ສະແດງອອກໃນມື້ສ້າງຕັ້ງແນວລາວອິດສະຫຼະ, ພັກເຮົາກໍໄດ້ສ້າງຕັ້ງໜັງສືພິມປະຕິວັດສະບັບທຳອິດ ແລະ ສ້າງຕັ້ງໂຮງພິມປະຕິວັດຂຶ້ນໃນວັນດຽວກັນ ຄືວັນທີ 13 ສິງຫາ 1950 ເຊິ່ງແມ່ນທີ່ມາຂອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ.

ພາບປະກອບຂ່່າວເທົ່ານັ້ນ

ຕະຫຼອດໄລຍະແຫ່ງການນຳພາຂະບວນການຕໍ່ສູ້ປົດປ່ອຍຊາດ, ຍາດເອົາເອກະລາດແຫ່ງຊາດ ແລະ ອິດສະຫຼະພາບມາສູ່ປະຊາຊົນ ກໍຄືໄລຍະເກືອບ 45 ປີແຫ່ງພາລະກິດປົກປັກຮັກສາ ແລະ ສ້າງສາລະບອບປະຊາທິປະໄຕ ປະຊາຊົນ, ພັກປະຊາຊົນ ປະຕິວັດລາວ ຍາມໃດກໍຖືວຽກງານໂຄສະນາສຶກສາອົບຮົມ, ຂົນ ຂວາຍ ແລະ ຈັດຕັ້ງປະຊາຊົນເປັນວິທີປະຕິວັດອັນໜຶ່ງ. ໃນນັ້ນ, ວຽກງານສື່ມວນຊົນ ແລະ ການພິມຈຳໜ່າຍເວົ້າລວມ, ເວົ້າສະເພາະແມ່ນໜັງສືພິມຂອງພັກ, ສິ່ງພິມ ແລະ ສື່ຕ່າງໆ ໄດ້ກາຍເປັນອາວຸດອັນຄົມແຫຼມ ແລະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນໄຊຊະນະລວມຂອງການປະຕິວັດ.

ພາບປະກອບຂ່າວເທົ່ານັ້ນ

ຕະຫຼອດໄລຍະ 70 ປີຜ່ານມາ ວຽກງານສື່ມວນຊົນ ແລະ ການພິມຈຳໜ່າຍ ໄດ້ຮັບການພັດທະນາ ແລະ ເຕີບໃຫຍ່ຂະຫຍາຍຕົວເປັນກ້າວໆມາ ເຊິ່ງສະແດງອອກດັ່ງນີ້:

ມີສື່ສິ່ງພິມທັງໝົດ 152 ສະບັບ, ໜັງສືພິມ ມີ 33 ສະບັບ; ໃນນັ້ນໜັງສືພິມລາຍວັນ ມີ 11 ສະບັບ, ວາລະສານ ມີ 115 ສະບັບ ແລະ ໃບຂ່າວ ມີ 4 ສະບັບ.

ສະຖານີວິທະຍຸກະຈາຍສຽງ ມີ 82 ສະຖານີ, ໃນນັ້ນສູນກາງ ມີ 3 ສະຖານີ ແລະ ທ້ອງຖິ່ນ ມີ 79 ສະຖານີ ເພີ່ມຂຶ້ນ 12 ສະຖານີ ເມື່ອທຽບໃສ່ປີ 2016.

ສະຖານີໂທລະພາບ ມີ 45 ສະຖານີ, ໃນນັ້ນສູນກາງ ມີ 6 ສະຖານີ ລວມທັງເອກະຊົນ ມີ 3 ສະຖານີ, ທ້ອງຖິ່ນ ມີ 39 ສະຖານີ; ໃນນັ້ນມີໂທລະພາບດິຈິຕອລ 7 ສະຖານີ ສາມາດແຜ່ພາບທາງພາກພື້ນດິນ ກວມ 80% ຂອງພື້ນທີ່ທົ່ວປະເທດ. ນອກນັ້ນ, ຍັງມີສະຖານີຖ່າຍທອດໂທລະພາບຫວຽດນາມ VTV4, ສະຖານີຖ່າຍທອດໂທລະພາບ ສປ ຈີນ CCTV4, CCTV News

ພາບປະກອບຂ່າວເທົ່ານັ້ນ

ທົ່ວປະເທດມີໂຮງພິມ 84 ແຫ່ງ ຢູ່ສູນກາງ 7 ແຫ່ງ, ຢູ່ທ້ອງຖິ່ນ 77 ແຫ່ງ; ມີສຳນັກພິມ 17 ແຫ່ງ ( ເປັນຂອງລັດ 2 ແຫ່ງ ), ມີຫໍສະໝຸດ 99 ແຫ່ງ ( ໃນນີ້ຫໍສະໝຸດແຫ່ງຊາດ 1 ແຫ່ງ, ຫໍສະໝຸດປວງຊົນ 12 ແຫ່ງ, ຫໍສະໝຸດມະຫາວິທະຍາໄລ 5 ແຫ່ງ, ຫໍສະໝຸດວິທະຍາໄລ 61 ແຫ່ງ, ຫໍສະໝຸດສະເພາະ 20 ແຫ່ງ ); ມີຫ້ອງອ່ານ 1.628 ຫ້ອງ, ຕູ້ສະໝຸດເຄື່ອນທີ່ 8.500 ຕູ້, ຖົງສະໝຸດເຄື່ອນທີ່ 8.585 ຖົງ.

ປັດຈຸບັນມີນັກປະພັນ 161 ຄົນ ( ຍິງ 30 ຄົນ ), ແຕ່ປີ 1998 ມາເຖິງປັດຈຸບັນ ມີນັກປະພັນທີ່ໄດ້ຮັບລາງວັນຊີໄຣ 22 ຄົນ ( ຍິງ 3 ຄົນ ), ໄດ້ຮັບລາງວັນແມ່ນ້ຳຂອງ 31 ຄົນ ( ຍິງ 4 ຄົນ ), ໄດ້ຮັບລາງວັນສິນໄຊ 25 ຄົນ ( ຍິງ 2 ຄົນ ), ລາງວັນສູນທອນພູ່ຂອງໄທ 1 ຄົນ ( ເພດຍິງ ), ລາງວັນນັກຂຽນໜຸ່ມອາຊຽນ 1 ຄົນ ( ເພດຍິງ ) ແລະ ລາງວັນອື່ນໆອີກ.

ພາບປະກອບຂ່າວເທົ່ານັ້ນ

ໃນໂອກາດສະເຫຼີມສະຫຼອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 70 ປີ ທ່ານ ສົມສະຫວາດ ພົງສາ ຫົວໜ້າກົມສື່ມວນຊົນ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ໃຫ້ສຳພາດບາງຕອນກ່າວວ່າ: ສິ່ງທ້າທາຍຂອງສື່ມວນຊົນປັດຈຸບັນແມ່ນມີສື່ແບບໃໝ່ເຂົ້າມາ ແລະ ການໂຄສະນາມັນຈະຫາຍໄປ. ສະນັ້ນ, ການຫັນໄປເປັນການກຸ້ມຕົນເອງດ້ວຍການຊອກໂຄສະນາຖືວ່າເປັນສິ່ງທ້າທາຍ, ສະນັ້ນສື່ມວນຊົນຄວນຫັນວິທີ ແລະ ຮູບແບບການນຳສະເໜີ ເປັນຕົ້ນແມ່ນສື່ອອນລາຍ ເພື່ອເປັນພາຫະນະໃນການໂຄສະນະຂໍ້ມູນ – ຂ່າວສານ ພ້ອມທັງຊອກຮູ້ວ່າສື່ດັ່ງກ່າວມີຊ່ອງທາງໃດແດ່ທີ່ສາມາດສ້າງລາຍໄດ້ ເພື່ອໃຫ້ກຸ້ມຕົນເອງໄດ້ແນວໃດ.

ອີກສິ່ງທ້າທາຍໜຶ່ງແມ່ນສື່ແບບໃໝ່ນີ້ ເຕັກໂນໂລຊີແບບໃໝ່ນີ້ແມ່ນບໍ່ໄດ້ຢູ່ໃນປະເທດລາວ, ເປັນຂອງຕ່າງປະເທດເຂົ້າມາມັນກໍຄ້າຍຄືກັບວ່າເຮົາໄປອາໄສເຂົາ ເພາະສະນັ້ນຂໍ້ມູນ – ຂ່າວສານທີ່ເຜີຍແຜ່ອອກໄປເວລາຈະດຶງກັບມາກໍຍາກ, ສະນັ້ນພາຫະນະການໂຄສະນາຕ້ອງໄດ້ມີການລົງທຶນຕື່ມ ເພື່ອໃຫ້ມີພື້ນຖານໂຄງລ່າງໃຫ້ສາມາດເກັບຂໍ້ມູນ – ຂ່າວສານທີ່ເຜີຍແຜ່ຕໍ່ປະຊາຊົນ ກໍຄືສັງຄົມນີ້ໃຫ້ຫຼາຍຂຶ້ນ.

ພາບປະກອບຂ່າວເທົ່ານັ້ນ

ພ້ອມນີ້, ທຸກຄົນກໍຕ້ອງໄດ້ຮຽນຮູ້ເຕັກໂນໂລຊີໃໝ່ ເພາະວ່າມັນມາໄວຫຼາຍ ທຽບໃສ່ເມື່ອກ່ອນ ກ່ອນຈະໄດ້ຮັບຂໍ້ມູນ – ຂ່າວສານຕ້ອງໃຊ້ເວລາຫຼາຍມື້ ແຕ່ປັດຈຸບັນແມ່ນໃຊ້ເວລາບໍ່ພໍນາທີ ແລະ ບໍ່ວ່າຈະເກີດຫຍັງຂຶ້ນໃນໂລກເຮົາກໍສາມາດຮັບຮູ້ໝົດ. ດັ່ງນັ້ນ, ຕໍ່ກັບສິ່ງທີ່ໄວ ແລະ ເກີດຂຶ້ນນັ້ນເຮົາເປັນສື່ຕ້ອງມີວິຈາລະນະຍານ ວ່າມັນແມ່ນຂໍ້ມູນຈິງ ຫຼື ປອມ ເນື່ອງຈາກວ່າປັດຈຸບັນມີຂ່າວປອມຫຼາຍ, ສະນັ້ນສື່ມວນຊົນກໍຕ້ອງໄດ້ກຳແໜ້ນກົດໝາຍສື່ມວນຊົນ ໂດຍສະເພາະ 4 ລັກສະນະ ຂອງການເຮັດຂ່າວ.

ທ່ານ ໂພສີ ແກ້ວມະນີວົງ ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງແຫ່ງຊາດ ໄດ້ໃຫ້ສຳພາດບາງຕອນກ່າວ ເນື່ອງໃນໂອກາດວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 70 ປີ ແລະ ຄົບຮອບ 60 ປີ ວັນສ້າງຕັ້ງວິທະຍຸກະຈາຍສຽງແຫ່ງຊາດວ່າ: ວິທະຍຸກະຈາຍສຽງຝ່າຍປະເທດລາວ ໄດ້ກຳເນີດຂຶ້ນໃນວັນທີ 13 ສິງຫາ 1960 ຢູ່ເຂດປົດປ່ອຍເມືອງວຽງໄຊ ແຂວງຫົວພັນ ເຊິ່ງໄລຍະນັ້ນມີແຕ່ວິທະຍຸກະຈາຍສຽງ ແລະ ໜັງສືພິມແນວລາວອິດສະຫຼະ ໄດ້ກຳເນີດເກີດຂຶ້ນໃນປີ 1950 ເພື່ອປະກອບສ່ວນເຂົ້າໃນຂະບວນການຕໍ່ສູ້ກູ້ຊາດປົດປ່ອຍປະເທດຊາດ.

ພາບປະກອບຂ່າວເທົ່ານັ້ນ

ຕົກມາຮອດປີ 1975 ປະເທດຊາດໄດ້ຮັບການປົດປ່ອຍວິທະຍຸກະຈາຍສຽງຝ່າຍປະເທດລາວ ໄດ້ຍ້າຍສຳນັກມາຢູ່ນະຄອນຫຼວງວຽງຈັນ ແລະ ໄດ້ປ່ຽນຊື່ມາເປັນວິທະຍຸກະຈາຍສຽງແຫ່ງຊາດລາວ ເຊິ່ງໃນເບື້ອງຕົ້ນພວກເຮົາກໍເຮັດໜ້າທີ່ໂຄສະນາທິດທາງ, ແນວທາງນະໂຍບາຍຂອງພັກ, ແນວທາງລະບອບໃໝ່, ການຮຳບາດແຜສົງຄາມ, ໂຄສະນາການພັດທະນາເສດຖະກິດ -ສັງຄົມ ເພື່ອເຮັດໃຫ້ປະຊາຊົນມີຢູ່ມີກິນຫຼຸດພົ້ນອອກຈາກຄວາມທຸກຍາກ, ເພື່ອໃຫ້ປະຊາຊົນຮູ້ຈັກທຳມາຫາກິນ ສຳຄັນແມ່ນເຮົາຕ້ອງໂຄສະນາໃຫ້ຄວາມຮູ້ແກ່ເຂົາເຈົ້າ ແລະ ມາຮອດຊຸມປີ 1980 ພວກເຮົາໄດ້ມີແນວທາງປ່ຽນແປງໃໝ່ຂອງພັກ – ລັດຖະບານ, ເຮັດແນວໃດໃຫ້ປະຊາຊົນພົ້ນທຸກເຮົາກໍໄດ້ເຮັດໜ້າທີ່ໂຄສະນາແນວທາງນະໂຍບາຍຂອງພັກ ແລະ ລັດ, ໃຫ້ຄວາມຮູ້ປະຊາຊົນໃນການທຳມະຫາກິນ, ໃນການປ້ອງກັນພະຍາດ ແລະ ປ້ອງກັນໄພພິບັດ.

[ ບົດ: ຄຳນ້ອຍ + ສົມລົດ + ເອຢິບ ]