ເມນູກິນຫຼິ້ນ “ ສາຄູຍັດໄສ້ ” ແຊບ ອິ່ມທ້ອງ

267

ຫຼາຍໆເຮືອນມັກຈະມີອາຫານວ່າງເວລາເຮັດກິດຈະກຳຕ່າງໆ ກໍຈະຕ້ອງມີອາຫານກິນຫຼິ້ນໄວ້ຮອງທ້ອງ ຫຼື ຕ້ອງມີໄວ້ໃຫ້ລູກຫຼານໄດ້ກິນ ສະນັ້ນ, ມື້ນີ້ເຮົາມີເມນູທີ່ເຮັດງ່າຍ ບໍ່ຫຍຸ້ງຍາກ ມາຝາກຄົນທີ່ມັກປຸງແຕ່ງອາຫານໄດ້ເຮັດສູ່ຄົນໃນຄອບຄົວໄດ້ກິນ ເມນູທີ່ຈະມາເຮັດກໍຄື “ ສາຄູຍັດໄສ້ ”.

ສ່ວນປະກອບສາຄູຍັດໄສ້ມີ: ສາຄູ 1 ຖົງ ປະມານ 400 ກຣາມ, ໝູບົດ 1 ຖ້ວຍປະມານເຄິ່ງກິໂລ, ຫົວແຄລອດດອງ 1 ຖ້ວຍນ້ອຍ, ຫອມແດງຊອຍ 2 ຫົວ, ຖົ່ວດິນບົດ 1 ຖ້ວຍນ້ອຍ, ນ້ຳຕານໝາກພ້າວ 4 ກ້ອນ, ກະທຽມ 3 ກີບ, ພິກໄທ 2 ບ່ວງຊາ, ຮາກຫອມປ້ອມ, ຊອດຫອຍນາງລົມ 1 ບ່ວງແກງ, ສະອິ້ວຫວານ 1 ບ່ວງແກງ, ເກືອເຄິ່ງບ່ວງກາເຟ.

ວິທີເຮັດສາຄູຍັດໄສ້

1 ກອ່ນອື່ນຕ້ອງເອົາສາຄູລ້າງນ້ຳເອົາແປ້ງອອກແລ້ວໃສ່ນ້ຳອຸ່ນໃຫ້ພຽງສາຄູ ຢ່າໃສ່ເກີນ ເພາະຈະເຮັດໃຫ້ສາຄູແຫຼວເກີນໄປ ແລ້ວເອົາພັກໄວ້ 25 ນາທີ.

2 ກະທຽມ, ພິກໄທ ແລະ ຮາກຫອມປ້ອມຕຳໃຫ້ລະອຽດ.

3 ຫຼັງຈາກນັ້ນເອົາສ່ວນປະກອບຂອງໃສ້ສາຄູໄປຂົ້ວໃຫ້ສຸກປະໄວ້ເຢັນ ແລ້ວຈຶ່ງນຳມາປັ້ນ.

4 ນຳເອົາສາຄູທີ່ປັ້ນແລ້ວໄປນຶ້ງ ໃຊ້ເວລານຶ້ງປະມານ 6-7 ນາທີ ຖືວ່າສຸກພ້ອມເສີບ.