ຮອງກົມໂຄສະນາອົບຮົມ ລົງເຄື່ອນໄຫວກວດກາລະບົບເຄື່ອງຂະຫຍາຍສຽງຢູ່ ວິທະຍາຄານກົມມະດໍາ

174

ວັນທີ 12 ສິງຫາ 2010 ນີ້ ນາໂດຍ ທ່ານ ພັນເອກ ນາງຄໍາພູ ສິດທິເສນ ຮອງຫົວຫນ້າກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ ກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະໄດ້ລົງເຄື່ອນໄຫວກວດກາຄວາມພ້ອມລະບົບເຄື່ອງຂະຫຍາຍສຽງ ຢູ່ວິທະຍາຄານກົມມະດໍາ ໃຫ້ກຽດຕ້ອນຮັບ ຂອງສະຫາຍ ພັນໂທ ປອ ສົມໄຫວ ແຫນງໄຊຄູນ ຫົວຫນ້າຫ້ອງການເມືອງ ວິທະຍາຄານກົມມະດໍາ ພ້ອມຄະນະເຂົ້າຮ່ວມຕ້ອນຮັບ.

ການລົງເຮັດວຽກຂອງຄະນະໃນຄັ້ງນີ້ ແມ່ນເປັນການກວດກາ ບັນດາຫນ້າວຽກ ພະນັກງານທີ່ໄດ້ເຂົ້າຝຶກອົບຮົມ ກ່ຽວກັບລະບົບເຄື່ອງສຽງຕົວຈິງປະຈໍາພາກສະຫນາມ. ພ້ອມດຽວກັນນັ້ນ ສະຫາຍ ພັນຕີ ຈັນສະໄຫມ ໄຊສິນນະລາດ ວິຊາການເຕັກນິກ ເຄື່ອງສຽງຂອງກົມໂຄສະນາ ໄດ້ນໍາພາຄະນະລົງເບິ່ງ ການເຮັດວຽກຕົວຈິງ ຂອງວິຊາສະເພາະ ເປັນຕົ້ນແມ່ນເຄື່ອງຈັກໄຟຟ້າສໍາຮອງ, ໄປເບິ່ງລະບົບໄຟຟ້າພາກ ຄວບຄຸມສຽງຢູ່ຫ້ອງຄອນໂທຣນ, ໄປເບິ່ງຫ້ອງສົ່ງສຽງພາກສະຫນາມ ແລະ ລະບົບເດີນສາຍສົ່ງສັນຍານຕູ້ເຄື່ອງສຽງ.


ຈາກນັ້ນ ຄະນະທັງສອງຝ່າຍຍັງໄດ້ພ້ອມກັນປຶກສາ ຫາລື ແລກປ່ຽນບັນດາຄໍາຄິດ ຄໍາເຫັນ ກ່ຽວກັບລະບົບເຄື່ອງສຽງ ຢູ່ວິທະຍາຄານ ກົມມະດໍາ ພ້ອມທັງຮຽກຮ້ອງໃຫ້ບັນດາຄູຝຶກ ແລະ ພາກສ່ວນ ນັກຝຶກອົບຮົມທຸກ ສະຫາຍ ຈົ່ງຍົກສູງ ແລະ ເອົາໃຈໃສ່ເກັບກໍາໃຫ້ໄດ້ບັນດາບົດຮຽນ ການຄວບຄຸມເຄື່ອງ ສຽງຕົວຈິງໃຫ້ມີຄຸນນະພາບສູງ ເພື່ອພ້ອມກັນຮັບໃຊ້ວຽກງານຕ່າງໆ ທີ່ສໍາຄັນ ຂອງ ພັກ-ລັດ ແລະ ພ້ອມກັນບໍາລຸງຮັກສາ ວັດຖຸພາຫະນະດັ່ງກ່າວທີ່ຂັ້ນເທິງມອບຫມາຍໃຫ້ ໄດ້ນໍາໃຊ້ໃນຫນ້າທີ່ການເມືອງຂອງກົມກອງ ນໍາໃຊ້ ໄດ້ຍາວນານຕະຫຼອດໄປ.


ຂຽນໂດຍ: ວັນນະເລດ ລໍວັນໄຊ