“ ໝາກໄມ້ແຄລໍຣີ່ຕ່ຳ, ນ້ຳຕານໜ້ອຍ, ກິນໄດ້ເລື້ອຍໆ ບໍ່ຕ້ອງຢ້ານຕຸ້ຍ ”

99

ເຄີຍເປັນບໍ່ເວລາທີ່ຢາກກິນຂອງຫວານໃນປະລິມານທີ່ຫຼາຍ ກໍຢ້ານສ່ຽງເປັນພະຍາດເບົາຫວານຈຶ່ງເຮັດໃຫ້ກິນໄດ້ໃນປະລິມານທີ່ໜ້ອຍເພື່ອໃຫ້ຮູ້ສຶກວ່າໄດ້ກິນຂອງຫວານແລ້ວ ມື້ນີີ້ເຮົາຂໍເອົາໃຈຄົນທີ່ມັກກິນຂອງຫວານດ້ວຍໝາກໄມ້ທີ່ໃຫ້ປະລິມານນ້ຳຕານໜ້ອຍ ແລະ ຊ່ວຍໃຫ້ໝົດກັງວົນຄວາມສ່ຽງເປັນພະຍາດເບົາຫວານ ເຊິ່ງໝາກໄມ້ນ້ຳຕານໜ້ອຍ ກິນຫຼາຍເທົ່າໃດກໍບໍ່ຕຸ້ຍ ບໍ່ສ່ຽງເປັນເບົາຫວານມີດັ່ງນີ້:

1 ແອັບເປິ້ນ

ແອັບເປິ້ນເປັນໝາກໄມ້ທີ່ໃຫ້ປະລິມານນ້ຳຕານພຽງໜ້ອຍດຽວເທົ່ານັ້ນເຊິ່ງແອັບເປິ້ນ 100 ກຼາມ ໃຫ້ນ້ຳຕານພຽງ 10 ກຼາມເທົ່ານັ້ນ ອີກທັງຍັງເປັນໝາກໄມ້ທີ່ມີປະລິມານຂອງກາກໃຍສູງຫຼາຍຈຶ່ງບໍ່ແປກໃຈທີ່ແອັບເປິ້ນຈະຈັດເປັນໝາກໄມ້ທີ່ຊ່ວຍຫຼຸດການຢາກອາຫານໄດ້ເປັນຢ່າງດີ ແຖມຍັງຊ່ວຍຄວບຄຸມນ້ຳໜັກໄດ້ອີກດ້ວຍ.

2 ໝາກສີດາ

ໃນປະລິມານໝາກສີດາ 100 ກຼາມຈະໃຫ້ປະລິມານນ້ຳຕານພຽງ 7.2 ກຼາມເທົ່ານັ້ນ. ດັ່ງນັ້ນການກິນໝາກສີດາໃນປະລິມານຫຼາຍບໍ່ບໍ່ໄດ້ເຮັດໃຫ້ສ່ຽງເປັນເບົາຫວານຢ່າງແນ່ນອນ, ນອກຈາກນີ້ໝາກສີດາຍັງມີສັບພະຄຸນຊ່ວຍໃນການເສີມສ້າງພູມຕ້ານທານໃນຮ່າງກາຍ ຊ່ວຍຫຼຸດໄຂມັນໃນເລືອດ ແລະ ຊ່ວຍໃຫ້ລະບົບຂັບຖ່າຍສາມາດເຮັດວຽກໄດ້ຢ່າງມີປະສິດທິພາບ.

3 ໝາກຫຸ່ງ

ການກິນໝາກຫຸ່ງໃນປະລິມານ 100 ກຼາມ ຮ່າງກາຍຈະໄດ້ຮັບນ້ຳຕານພຽງ 8 ກຼາມເທົ່ານັ້ນ ທີ່ສຳຄັນໝາກຫຸ່ງຍັງເປັນໝາກໄມ້ທີ່ອອກລິດເປັນຢາລະບາຍອ່ອນໆ ເຊິ່ງຈະມີສ່ວນຊ່ວຍໃນການບຳລຸງທາດ ແລະ ຍັງຊ່ວຍໃນການແກ້ອາການກະເພາະອັກເສບໄດ້ເປັນຢ່າງດີ.

4 ໝາກກ້ຽງ

ໝາກກ້ຽງບໍພຽງແຕ່ຈະໃຫ້ວິຕາມິນສູງ ແລະ ຊ່ວຍໃຫ້ຮ່າງກາຍຮູ້ສຶກສົດຊື່ນເທົ່ານັ້ນ ແຕ່ຍັງເປັນໝາກໄມ້ທີ່ໃຫ້ນ້ຳຕານແກ່ຮ່າງກາຍໜ້ອຍຈຶ່ງເປັນສິ່ງກັງວົນຕໍ່ຄົນທີ່ມັກກິນຂອງຫວານເນື່ອງຈາກໝາກກ້ຽງໃນປະລິມານ 100 ກຼາມ ໃຫ້ນ້ຳຕານພຽງ 12 ກຼາມເທົ່ານັ້ນ ແລະ ຍັງອຸດົມໄປດ້ວຍໄຟເບີ ແລະ ເສັ້ນໃຍສູງຈຶ່ງສົງຜົນຊ່ວຍໃຫ້ລະບົບຂັບຖ່າຍເຮັດວຽກໄດ້ດີ.

ການກິນໝາກໄມ້ທີ່ໃຫ້ນ້ຳຕານໜ້ອຍຖືວ່າເປັນອີກທາງເລືອກທີ່ດີສຳລັບຄົນທີ່ມັກກິນຂອງຫວານ ຫຼື ເໝາະກັບຄົນທີ່ມັກກິນໝາກໄມ້ກໍຄວນເລືອກກິນໝາກໄມ້ທີ່ໃຫ້ປະລິມານນ້ຳຕານໜ້ອຍຈະຊ່ວຍໃຫ້ຮ່າງກາຍສາມາດຫຼີກລ້ຽງຈາກໂລກເບົາຫວານໄດ້.