ຍອດການຂົນສົ່ງສິນຄ້າທາງລົດໄຟໃນຈີນ ເພີ່ມຂຶ້ນ 8,5%

135

China Media Group ລາຍງານໂດຍອ້າງຂໍ້ມູນຈາກ ກຸ່ມບໍລິສັດ ທາງລົດໄຟ ແຫ່ງຊາດຈີນ ເປີດເຜີຍໃຫ້ຮູ້ວ່າ: ໃນເດືອນກໍລະກົດຜ່ານມາ ຍອດການຂົນສົ່ງສິນຄ້າຂອງການລົດໄຟຈີນ ຂະຫຍາຍຕົວຢ່າງແຂງແຮງ, ມີການຂົນສົ່ງສິນຄ້າ 320 ລ້ານໂຕນ ເພີ່ມຂຶ້ນ 8,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.

ການຂົນສົ່ງສິນຄ້າ ສະເລ່ຍ ຕໍ່ວັນໃນເດືອນພຶດສະພາ 159.000 ຕູ້, ເດືອນມິຖຸນາ 167.000 ຕູ້ ແລະ ເດືອນກໍລະກົດ 168.000 ຕູ້ ສ້າງສະຖິຕິໃໝ່ຕໍ່ເນື່ອງເປັນເວລາ 3 ເດືອນ ເປັນການຮັບປະກັນຄວາມຄ່ອງຕົວຂອງການດຳເນີນງານຕ່ອງໂສ້ການສະໜອງພາຍໃນປະເທດຈີນ ແລະ ສາກົນ ລວມທັງເປັນການຊຸກຍູ້ເສດຖະກິດໃຫ້ຂະຫຍາຍຕົວຕໍ່ເນື່ອງ ແລະ ໝັ້ນທ່ຽງ.

ນອກຈາກນີ້, ໜ່ວຍງານການລົດໄຟທົ່ວປະເທດຈີນ ຍັງໄດ້ຮ່ວມມືກັບພາກສ່ວນກ່ຽວຂ້ອງ ເພື່ອປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ – 19, ການປ້ອງກັນອຸທົກກະໄພ, ການກູ້ໄພ ແລະ ການຮັກສາຄວາມປອດໄພໃນການຂົນສົ່ງ, ຢຶດໝັ້ນໃນການກຳນົດທິດທາງຄວາມຕ້ອງການຂອງຕະຫຼາດ ເພີ່ມຄວາມສາມາດໃນການຈັດການຂົນສົ່ງສິນຄ້າ ເພື່ອຮັບປະກັນ ແລະ ຊຸກຍູ້ດ້ານເສດຖະກິດໃຫ້ຂະຫຍາຍຕົວຢ່າງເຂັ້ມແຂງ ເພື່ອຕອບສະໜອງຄວາມຕ້ອງການຂອງສາຍການຜະລິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນ.